Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 1:13 - ພຣະຄຳພີສັກສິ

13 ຜູ້​ທີ່​ນຳ​ສັດ​ມາ​ຖວາຍ​ນັ້ນ​ຕ້ອງ​ລ້າງ​ເຄື່ອງໃນ​ໄສ້​ພຸງ​ແລະ​ຂາ​ຫລັງ ແລະ​ປະໂຣຫິດ​ກໍ​ຈະ​ນຳ​ສ່ວນ​ທັງໝົດ​ມາ​ຖວາຍ​ເຜົາ​ບູຊາ​ທີ່​ເທິງ​ແທ່ນບູຊາ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 1:13
15 Jak'a apnaqawi uñst'ayäwi  

ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ຖວາຍ​ນີ້​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ກໍ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ໃຫ້​ແຜ່ນດິນ​ໂລກ​ຕົກ​ຢູ່​ໃຕ້​ຄຳ​ສາບແຊ່ງ​ອີກ​ຈັກເທື່ອ ຍ້ອນ​ສິ່ງ​ທີ່​ມະນຸດ​ກະທຳ; ເຮົາ​ຮູ້​ວ່າ ແຕ່​ເວລາ​ມະນຸດ​ຍັງ​ນ້ອຍ ຄວາມຄິດ​ຂອງ​ເຂົາ​ກໍ​ຊົ່ວ​ຢູ່​ແລ້ວ. ເຮົາ​ຈະ​ບໍ່​ທຳລາຍ​ສິ່ງ​ທີ່​ມີ​ຊີວິດ ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ທຳລາຍ​ໃນ​ຄັ້ງ​ນີ້​ອີກ​ຈັກເທື່ອ.


ພວກເຂົາ​ໄດ້​ເຮັດ​ຂັນ​ສິບ​ໜ່ວຍ ຄື​ຫ້າ​ໜ່ວຍ​ຕັ້ງ​ໄວ້​ຢູ່​ທາງດ້ານ​ໃຕ້​ຂອງ​ພຣະວິຫານ ແລະ​ອີກ​ຫ້າ​ໜ່ວຍ​ຕັ້ງ​ໄວ້​ທາງ​ດ້ານ​ເໜືອ​ຂອງ​ພຣະວິຫານ. ຂັນ​ເຫຼົ່ານີ້​ມີ​ໄວ້​ເພື່ອ​ລ້າງ​ສ່ວນ​ຕ່າງໆ​ຂອງ​ສັດ​ທີ່​ນຳ​ມາ​ເຜົາ​ຖວາຍບູຊາ. ນໍ້າ​ທີ່​ຢູ່​ໃນ​ຖັງ​ໃຫຍ່​ແມ່ນ​ໃຫ້​ປະໂຣຫິດ​ໃຊ້​ສຳລັບ​ຊຳລະລ້າງ.


ທີ່​ເດີ່ນ​ດ້ານນອກ​ນັ້ນ ແມ່ນ​ຫ້ອງ​ທີ່​ຕໍ່ໄປ​ສູ່​ປະຕູ​ດ້ານໃນ​ທາງ​ດ້ານ​ເໜືອ. ປະຕູ​ນີ້​ໄຂ​ໄປ​ສູ່​ຫ້ອງໂຖງ​ຊຶ່ງ​ຢູ່​ກົງ​ກັນ​ກັບ​ເດີ່ນ ແລະ​ໃນ​ທີ່ນັ້ນ ພວກເຂົາ​ໄດ້​ລ້າງ​ຊາກ​ສັດ​ທີ່​ຈະ​ເຜົາ​ເປັນ​ເຄື່ອງ​ບູຊາ.


ຜູ້ນຳ​ສັດ​ມາ​ຖວາຍ​ນັ້ນ​ຈະ​ຕ້ອງ​ລ້າງ​ເຄື່ອງໃນ​ໄສ້​ພຸງ​ແລະ​ຂາ​ຫລັງ ແລະ​ພວກ​ປະໂຣຫິດ​ທີ່​ເຮັດ​ພິທີ​ຈະ​ເຜົາ​ຕ່ອນ​ຊີ້ນ​ງົວ​ທັງໝົດ​ທີ່​ເທິງ​ແທ່ນບູຊາ​ດ້ວຍ​ໄຟ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ພືດຜົນ​ເປັນເມັດ​ໃດໆ​ຊຶ່ງ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ນັ້ນ ຕ້ອງ​ບໍ່​ໃຫ້​ມີ​ເຊື້ອ​ແປ້ງ ຢ່າ​ຖວາຍ​ອາຫານ​ໃດໆ​ທີ່​ມີ​ເຊື້ອແປ້ງ ຫລື​ນໍ້າເຜິ້ງ​ແກ່​ພຣະເຈົ້າຢາເວ​ເປັນ​ເດັດຂາດ.


ແລະ​ໃຫ້​ລາວ​ນຳ​ສິ່ງ​ນັ້ນ​ມາ​ໃຫ້​ປະໂຣຫິດ ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ. ປະໂຣຫິດ​ຜູ້​ເຮັດ​ພິທີ​ຈະ​ເອົາ​ແປ້ງ​ກຳ​ໜຶ່ງ ພ້ອມ​ນໍ້າມັນ​ແລະ​ເຄື່ອງຫອມ ມາ​ເຜົາ​ເທິງ​ແທ່ນບູຊາ​ດ້ວຍ​ໄຟ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ພວກ​ປະໂຣຫິດ​ຈະ​ຕ້ອງ​ເຜົາ​ສ່ວນ​ເຫຼົ່ານີ້​ທັງໝົດ ເທິງ​ແທ່ນບູຊາ​ແລະ​ເຄື່ອງ​ຖວາຍ​ອື່ນໆ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ແລ້ວ​ເພິ່ນ​ກໍ​ຈະ​ປາດ​ເອົາ​ໄຂມັນ​ທັງໝົດ​ຂອງ​ສັດ​ໂຕ​ນັ້ນ​ອອກ ດັ່ງ​ປາດ​ເອົາ​ໄຂມັນ​ຂອງ​ສັດ​ທີ່​ຂ້າ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ແລະ​ເພິ່ນ​ຈະ​ຕ້ອງ​ເຜົາ​ໄຂມັນ​ທັງໝົດ​ນັ້ນ​ເທິງ​ແທ່ນບູຊາ ໃຫ້​ກິ່ນ​ຫອມຫວນ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ. ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ລາວ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.


ລະບຽບ​ການ​ດັ່ງ​ຕໍ່ໄປນີ້ ແມ່ນ​ສຳລັບ​ຖວາຍ​ພືດຜົນ​ເປັນເມັດ. ປະໂຣຫິດ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ​ຈະ​ເປັນ​ຜູ້​ເຮັດ​ພິທີ​ຖວາຍ​ພືດຜົນ​ເປັນເມັດ​ຕໍ່ໜ້າ​ພຣະເຈົ້າຢາເວ ທາງ​ດ້ານ​ໜ້າ​ຂອງ​ແທ່ນບູຊາ.


ພວກເຈົ້າ​ຕ້ອງ​ຖວາຍ​ງົວເຖິກ​ໂຕໜຶ່ງ, ແກະເຖິກ​ໂຕໜຶ່ງ, ແກະ ຫລື​ແບ້​ໂຕໜຶ່ງ​ແກ່​ພຣະເຈົ້າຢາເວ​ກໍໄດ້ ຕາມ​ພິທີ​ເຜົາ​ສັດ​ທັງໂຕ​ຖວາຍ​ບູຊາ​ດ້ວຍ​ໄຟ ຫລື​ຖວາຍບູຊາ​ອັນ​ເນື່ອງ​ມາ​ຈາກ​ຜົນສຳເລັດ​ໃນ​ການ​ບະບົນ​ໄວ້ ຫລື​ຖວາຍ​ບູຊາ​ຕາມໃຈ​ສະໝັກ ຫລື​ຖວາຍບູຊາ​ໃນ​ວັນ​ສະຫລອງ​ເທດສະການ​ຕ່າງໆ​ຕາມ​ປົກກະຕິ ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ບູຊາ​ເຫຼົ່ານີ້ ຈຶ່ງ​ເປັນ​ທີ່​ພໍໃຈ​ອົງພຣະ​ຜູ້​ເປັນເຈົ້າ.


ຜູ້ໃດ​ກໍຕາມ​ທີ່​ເອົາ​ລູກແກະ​ຫລື​ແບ້​ມາ​ເຜົາ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ ຈະ​ຕ້ອງ​ນຳ​ມາ​ພ້ອມ​ກັບ​ສັດ​ແຕ່ລະໂຕ​ຄື: ແປ້ງເຂົ້າ​ຢ່າງດີ​ໜຶ່ງ​ກິໂລກຼາມ​ປົນ​ກັບ​ນໍ້າມັນ​ໝາກກອກເທດ​ໜຶ່ງ​ລິດ ຕາມ​ພິທີການ​ຖວາຍ​ພືດຜົນ​ເປັນເມັດ​ພ້ອມ​ກັບ​ເຫຼົ້າ​ອະງຸ່ນ​ໜຶ່ງ​ລິດ.


ໃນ​ວັນ​ທຳອິດ​ຂອງ​ແຕ່ລະ​ເດືອນ ຈົ່ງ​ນຳ​ງົວເຖິກ​ສອງ​ໂຕ, ແບ້ເຖິກ​ໜຶ່ງ​ໂຕ, ລູກແກະເຖິກ​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ. ເປັນ​ສັດ​ໂຕ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ​ມາ​ຖວາຍບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ.


ລູກແກະ​ໂຕ​ທີສອງ​ທີ່​ຈະ​ຖວາຍ​ໃນ​ຕອນແລງ ໃຫ້​ຖວາຍ​ຢ່າງ​ດຽວກັນ​ກັບ​ການ​ຖວາຍ​ໃນ​ຕອນເຊົ້າ ແລະ​ໃຫ້​ຖວາຍ​ເຫຼົ້າ​ອະງຸ່ນ​ພ້ອມ. ອັນ​ນີ້​ກໍ​ແມ່ນ​ການ​ຖວາຍ​ອາຫານ​ຄືກັນ ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ໃນ​ທີ່ນັ້ນ ຈົ່ງ​ເຜົາ​ເຄື່ອງ​ຖວາຍບູຊາ​ດ້ວຍ​ໄຟ​ທັງ​ຊີ້ນ​ແລະ​ເລືອດ​ເທິງ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ເໝືອນກັນ​ຈົ່ງ​ຖວາຍ​ເຄື່ອງ​ບູຊາ​ເຫຼົ່ານັ້ນ ໃນ​ບ່ອນ​ທີ່​ພວກເຈົ້າ​ກິນ​ຊີ້ນ​ແລະ​ເທ​ເລືອດ​ໃສ່​ເທິງ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka