11 ລາວຈະຕ້ອງຂ້າປາດຄໍສັດນັ້ນທາງດ້ານເໜືອຂອງແທ່ນບູຊາຕໍ່ໜ້າພຣະເຈົ້າຢາເວ ແລະບັນດາພວກລູກຊາຍຂອງອາໂຣນຊຶ່ງເປັນປະໂຣຫິດ ກໍຈະຖອກເລືອດສັດນັ້ນໃສ່ທັງສີ່ຂ້າງຂອງແທ່ນບູຊາ.
ໂມເຊໄດ້ແບ່ງເລືອດສັດທີ່ຂ້ານັ້ນໃສ່ໄວ້ໃນຊາມເຄິ່ງໜຶ່ງ ແລະອີກເຄິ່ງໜຶ່ງເພິ່ນໄດ້ຊິດໃສ່ແທ່ນບູຊາ.
ເພິ່ນໄດ້ຕັ້ງໂຕະໄວ້ໃນຫໍເຕັນບ່ອນຊຸມນຸມທາງຂ້າງດ້ານເໜືອນອກຜ້າກັ້ງຂອງຫໍເຕັນສັກສິດ
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວແກ່ຂ້າພະເຈົ້າວ່າ, “ມະນຸດເອີຍ ຈົ່ງຟັງສິ່ງທີ່ເຮົາບອກເຈົ້າ. ເມື່ອແທ່ນບູຊາໄດ້ຖືກສ້າງຂຶ້ນແລ້ວ ໃຫ້ເຈົ້າຖວາຍແທ່ນນັ້ນໂດຍເຜົາເຄື່ອງບູຊາໃສ່ເທິງແທ່ນ ແລະຊິດເລືອດຂອງສັດທີ່ເຈົ້າໄດ້ຂ້າຖວາຍບູຊາໃສ່ດ້ວຍ.
ພຣະເຈົ້າໄດ້ກ່າວແກ່ຂ້າພະເຈົ້າວ່າ, “ມະນຸດເອີຍ ຈົ່ງແນມເບິ່ງໄປທາງທິດເໜືອ.” ຂ້າພະເຈົ້າຈຶ່ງແນມເບິ່ງ ແລະໃນທີ່ນັ້ນໃກ້ກັບແທ່ນບູຊາທີ່ຂ້າງທາງຍ່າງ ຂ້າພະເຈົ້າໄດ້ເຫັນຮູບເຄົາຣົບທີ່ເຮັດໃຫ້ພຣະເຈົ້າກິ້ວໂກດ.
ລາວຈະຕ້ອງຂ້າປາດຄໍງົວເຖິກຢູ່ທີ່ນັ້ນ ແລະປະໂຣຫິດຜູ້ທີ່ສືບເຊື້ອສາຍມາຈາກຄອບຄົວອາໂຣນຈະຖວາຍເລືອດສັດນັ້ນ ແລ້ວຖອກເລືອດໃສ່ທັງສີ່ຂ້າງຂອງແທ່ນບູຊາ ທີ່ຕັ້ງຢູ່ທາງເຂົ້າຫໍເຕັນບ່ອນຊຸມນຸມ.
ເພິ່ນຈະຂ້າປາດຄໍແກະເຖິກ ຢູ່ໃນບ່ອນສັກສິດ ຄືບ່ອນຂ້າສັດຖວາຍລຶບລ້າງບາບ ແລະເຜົາຖວາຍບູຊາ. ເພິ່ນຕ້ອງຂ້າສັດໃນທີ່ນັ້ນ ເພາະວ່າເຄື່ອງຖວາຍຊົດໃຊ້ແທນຄືນ ແລະລຶບລ້າງບາບ ເປັນຂອງປະໂຣຫິດແລະເປັນເຄື່ອງບໍຣິສຸດທີ່ສຸດ.
ລາວຈະຕ້ອງວາງມືລົງເທິງຫົວສັດ ແລະຂ້າປາດຄໍມັນຢູ່ທາງດ້ານເໜືອຂອງແທ່ນບູຊາ ບ່ອນຂ້າສັດເຜົາຖວາຍບູຊາດ້ວຍໄຟ.
ໄປບອກອາໂຣນກັບພວກລູກຊາຍຂອງລາວ ໃຫ້ປະຕິບັດຕາມລະບຽບການນີ້ ສຳລັບຖວາຍເພື່ອລຶບລ້າງບາບ: ສັດທີ່ຈະຖວາຍເພື່ອລຶບລ້າງບາບນັ້ນ ຈະຕ້ອງຂ້າປາດຄໍຢູ່ທາງດ້ານເໜືອຂອງແທ່ນບູຊາ ບ່ອນຂ້າສັດສຳລັບເຜົາບູຊາ. ອັນນີ້ແມ່ນເຄື່ອງຖວາຍທີ່ບໍຣິສຸດທີ່ສຸດ.
ສັດທີ່ຈະຖວາຍນີ້ຕ້ອງໃຫ້ຂ້າປາດຄໍທາງດ້ານເໜືອຂອງແທ່ນບູຊາ ບ່ອນຂ້າສັດເພື່ອຖວາຍບູຊາດ້ວຍໄຟ ແລະໃຫ້ຖອກເລືອດສັດໃສ່ທັງສີ່ດ້ານຂອງແທ່ນ.
ເພິ່ນໄດ້ຂ້າປາດຄໍສັດໂຕນັ້ນ ແລະຊິດເລືອດຂອງມັນໃສ່ຂ້າງທັງສີ່ຂອງແທ່ນ.