1 ພຣະເຈົ້າຢາເວໄດ້ເອີ້ນໂມເຊ ຈາກຫໍເຕັນບ່ອນຊຸມນຸມ
ສະນັ້ນ ເພິ່ນຈຶ່ງເຜົາສັດຖວາຍ ແລະຖວາຍພືດຜົນເປັນເມັດທີ່ເທິງແທ່ນບູຊານັ້ນ ແລະໄດ້ຖອກເຫຼົ້າອະງຸ່ນພ້ອມທັງເລືອດເປັນເຄື່ອງຖວາຍບູຊາຂອງຕົນເອງໃສ່ເທິງແທ່ນນັ້ນ ເພື່ອຄວາມສາມັກຄີທຳ.
ພວກເຂົາໄດ້ນຳງົວເຖິກເຈັດສິບໂຕ, ແກະເຖິກໜຶ່ງຮ້ອຍໂຕ ແລະລູກແກະສອງຮ້ອຍໂຕ ມາເຜົາບູຊາຖວາຍແກ່ພຣະເຈົ້າຢາເວ;
ແລະໂມເຊກໍໄດ້ຂຶ້ນໄປທີ່ເທິງພູເພື່ອເຂົ້າເຝົ້າພຣະເຈົ້າ. ພຣະເຈົ້າຢາເວໄດ້ເອີ້ນໂມເຊຈາກເທິງພູໃຫ້ບອກຊາວອິດສະຣາເອນ ເຊື້ອສາຍຂອງຢາໂຄບດັ່ງນີ້:
ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ຈົ່ງຂຶ້ນມາຫາເຮົາທີ່ເທິງພູເຂົາ; ເມື່ອເຈົ້າມາຮອດທີ່ນີ້ແລ້ວ ເຮົາຈະໃຫ້ແຜ່ນຫີນສອງແຜ່ນ ຊຶ່ງບັນຈຸກົດບັນຍັດທັງໝົດທີ່ເຮົາໄດ້ຂຽນໄວ້ສຳລັບແນະນຳປະຊາຊົນ.”
ເຮົາຈະພົບກັບເຈົ້າຢູ່ທີ່ເທິງຝາອັດຫີບນັ້ນ ຄືຢູ່ລະຫວ່າງເທິງປີກທັງສອງຂອງເຄຣຸບ; ໃນທີ່ນັ້ນ ເຮົາຈະໃຫ້ກົດບັນຍັດຕ່າງໆຂອງເຮົາແກ່ປະຊາຊົນອິດສະຣາເອນ.
ການເຜົາຖວາຍບູຊາແກ່ເຮົາທີ່ປະຕູເຂົ້າຫໍເຕັນບ່ອນຊຸມນຸມຕໍ່ໜ້າພຣະເຈົ້າຢາເວ ຈົ່ງໃຫ້ປະຕິບັດກັນສືບໆໄປ. ແມ່ນໃນບ່ອນນີ້ ທີ່ເຮົາຈະພົບກັບພວກເຈົ້າ ແລະກ່າວແກ່ພວກເຈົ້າ.
ເມື່ອພຣະເຈົ້າຢາເວເຫັນໂມເຊຍ່າງເຂົ້າມາໃກ້, ພຣະອົງຈຶ່ງກ່າວອອກມາຈາກພຸ່ມໄມ້ນັ້ນວ່າ, “ໂມເຊ ໂມເຊເອີຍ.” ໂມເຊຈຶ່ງຕອບວ່າ, “ໂດຍ ຂ້ານ້ອຍກຳລັງຟັງຢູ່.”
ເມື່ອໃດທີ່ປະຊາຊົນອິດສະຣາເອນຕັ້ງຄ້າຍພັກອາໄສຢູ່ ໂມເຊກໍກາງຫໍເຕັນບ່ອນຊຸມນຸມຂຶ້ນຫ່າງຈາກຄ້າຍພັກເມື່ອນັ້ນ. ຫໍເຕັນນີ້ເອີ້ນວ່າຫໍເຕັນບ່ອນຊຸມນຸມ ແລະຖ້າຜູ້ໃດຕ້ອງການເຂົ້າພົບພຣະເຈົ້າຢາເວ ກໍໃຫ້ຜູ້ນັ້ນອອກໄປທີ່ຫໍເຕັນນັ້ນ ຊຶ່ງຕັ້ງຢູ່ນອກບໍລິເວນຄ້າຍ.
ໃນທີ່ສຸດ ການສ້າງຫໍເຕັນສັກສິດ, ຫໍເຕັນບ່ອນຊຸມນຸມ ກໍສຳເລັດລົງທຸກຢ່າງ. ຊາວອິດສະຣາເອນໄດ້ເຮັດທຸກສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ.
ແລະວາງແທ່ນເຜົາບູຊາຕໍ່ໜ້າຫໍເຕັນສັກສິດ, ຫໍເຕັນບ່ອນຊຸມນຸມ ຊຶ່ງຊື່ກັນກັບຜ້າກັ້ງ. ທີ່ເທິງແທ່ນນັ້ນ ເພິ່ນໄດ້ເຜົາເຄື່ອງບູຊາກັບຖວາຍພືດຜົນເປັນເມັດ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນທຸກປະການ.
ພຣະເຈົ້າຢາເວໄດ້ມອບຂໍ້ຄຳສັ່ງເຫຼົ່ານີ້ໃຫ້ແກ່ໂມເຊ ທີ່ເທິງພູເຂົາຊີນາຍ ໃນມື້ທີ່ເພິ່ນໄດ້ບອກປະຊາຊົນອິດສະຣາເອນ ໃຫ້ນຳເຄື່ອງມາຖວາຍບູຊາແກ່ພຣະເຈົ້າຢາເວຢູ່ໃນຖິ່ນແຫ້ງແລ້ງກັນດານຂອງຊີນາຍ.
ເພິ່ນຍັງໄດ້ນຳສັດມາເຜົາຖວາຍບູຊາອີກຕາມລະບຽບການທຸກຢ່າງ.
ໃນມື້ທີໜຶ່ງຂອງເດືອນທີສອງໃນປີທີສອງ ຫລັງຈາກທີ່ປະຊາຊົນອິດສະຣາເອນອອກຈາກປະເທດເອຢິບແລ້ວ ພຣະເຈົ້າຢາເວໄດ້ບອກໂມເຊ ທີ່ຫໍເຕັນບ່ອນຊຸມນຸມ ທີ່ຖິ່ນແຫ້ງແລ້ງກັນດານຊີນາຍວ່າ,
ເມື່ອໂມເຊເຂົ້າໄປກ່າວຕໍ່ພຣະເຈົ້າຢາເວໃນຫໍເຕັນບ່ອນຊຸມນຸມ ເພິ່ນກໍໄດ້ຍິນພຣະອົງກ່າວແກ່ເພິ່ນຈາກເທິງຝາຫີບພັນທະສັນຍາ ລະຫວ່າງເຄຣຸບ.
ພຣະເຈົ້າໄດ້ໃຫ້ກົດບັນຍັດໂດຍທາງໂມເຊ ສ່ວນພຣະຄຸນແລະຄວາມຈິງນັ້ນ ໄດ້ມາໂດຍທາງພຣະເຢຊູຄຣິດເຈົ້າ.
ພວກເຈົ້າຕ້ອງສ້າງແທ່ນບູຊາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າດ້ວຍຫີນທີ່ບໍ່ໄດ້ສະກັດ ແລະໃຫ້ພວກເຈົ້າຖວາຍເຄື່ອງເຜົາບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃນທີ່ນັ້ນ.