ແລະກ່າວວ່າ, “ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍບໍ່ອາດດື່ມນໍ້ານີ້ໄດ້ດອກ ເພາະມັນສໍ່າກັບດື່ມເລືອດຂອງຊາຍທັງສາມທີ່ໄດ້ສ່ຽງຊີວິດຂອງພວກເຂົາໄປເອົານໍ້ານີ້.” ດັ່ງນັ້ນ ກະສັດດາວິດຈຶ່ງບໍ່ຍອມດື່ມນໍ້ານັ້ນ. ສິ່ງທີ່ກ່າວມານັ້ນ ແມ່ນການກະທຳອັນອົງອາດກ້າຫານຂອງຈອມສາມທະຫານເອກ.