Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 5:8 - ພຣະຄຳພີສັກສິ

8 ພວກ​ຂ້ານ້ອຍ​ຖືກ​ປົກຄອງ​ໂດຍ​ຄົນຊົ່ວ ຄື​ພວກ​ທີ່​ບໍ່​ດີກວ່າ​ທາດຮັບໃຊ້​ທັງຫລາຍ ແລະ​ບໍ່ມີ​ຜູ້ໃດ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ໄພ ຈາກ​ອຳນາດ​ຂອງ​ພວກເຂົາ​ໄດ້.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 5:8
12 Jak'a apnaqawi uñst'ayäwi  

ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ກູ​ຂໍ​ສາບແຊ່ງ​ຊາວ​ການາອານ ມັນ​ຈະ​ເປັນ​ຂ້ອຍ​ຂ້າ​ຮັບໃຊ້​ພວກ​ອ້າຍ​ຂອງ​ມັນ


ເມື່ອ​ສານບັນລັດ​ຊາວ​ໂຮໂຣນ, ໂຕບີຢາ​ຊາວ​ອຳໂມນ ແລະ​ເກເຊມ​ຊາວ​ອາຣັບ​ໄດ້ຍິນ​ສິ່ງ​ທີ່​ພວກເຮົາ​ກຳລັງ​ວາງແຜນ​ຈະ​ກະທຳ​ນັ້ນ ພວກເຂົາ​ຕ່າງ​ກໍ​ຫົວ​ເຍາະເຍີ້ຍ​ພວກເຮົາ ແລະ​ເວົ້າ​ວ່າ, “ພວກເຈົ້າ​ກຳລັງ​ຄິດ​ຈະ​ເຮັດ​ຫຍັງ​ກັນ? ພວກເຈົ້າ​ກຳລັງ​ຈະ​ກະບົດ​ຕໍ່​ກະສັດ​ຊັ້ນບໍ?”


ຜູ້ປົກຄອງ​ທຸກຄົນ ທີ່​ມາ​ຮັບ​ໜ້າທີ່​ກ່ອນ​ຂ້າພະເຈົ້າ​ນັ້ນ ລ້ວນແຕ່​ວາງ​ພາລະ​ໜັກ​ໃຫ້​ແກ່​ປະຊາຊົນ ໂດຍ​ຮຽກຮ້ອງ​ເອົາ​ເງິນ​ສີ່ສິບ​ຫລຽນ​ຕໍ່​ວັນ ເປັນ​ຄ່າ​ອາຫານ​ແລະ​ຄ່າ​ເຫຼົ້າ​ອະງຸ່ນ. ແມ່ນແຕ່​ຄົນ​ຮັບໃຊ້​ຂອງ​ພວກເຂົາ​ກໍໄດ້​ບີບບີ້​ປະຊາຊົນ. ແຕ່​ຂ້າພະເຈົ້າ​ປະຕິບັດ​ແຕກຕ່າງ​ນັ້ນ ເພາະ​ຂ້າພະເຈົ້າ​ຢຳເກງ​ຢຳເກງ​ພຣະເຈົ້າ.


ພຣະອົງ​ຮູ້​ດີ​ວ່າ​ຂ້ານ້ອຍ​ບໍ່ມີ​ຄວາມ​ຜິດ​ຫຍັງ​ໝົດ ບໍ່ມີ​ຜູ້ໃດ​ຊ່ວຍ​ຂ້ານ້ອຍ​ໃຫ້​ຫວິດ​ຈາກ​ພຣະອົງ​ໄດ້.


ພວກ​ລູກຊາຍ​ພວກເຂົາ​ບໍ່ເຄີຍ​ພົບ​ຄວາມ​ປອດໄພ ຈົນ​ບໍ່ມີ​ຜູ້ໃດ​ຈະ​ຢືນ​ສູ້​ຄວາມ​ທີ່​ສານ​ໃຫ້​ພວກເຂົາ​ໄດ້.


ຈົ່ງ​ພິຈາລະນາ​ເຖິງ​ເລື່ອງນີ້​ໃຫ້​ດີ​ຜູ້​ທີ່​ມັກ​ລືມ​ພຣະເຈົ້າ​ເອີຍ ຖ້າບໍ່​ດັ່ງນັ້ນ​ແລ້ວ ເຮົາ​ຈະ​ທຳລາຍ​ພວກເຈົ້າ​ໃຫ້​ແຕກ​ເປັນ​ປ່ຽງໆ ແລະ​ຈະ​ບໍ່ມີ​ຜູ້ໃດ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ໄດ້.


ຖ້າບໍ່​ດັ່ງນັ້ນ ພວກເຂົາ​ຈະ​ລາກ​ຂ້ານ້ອຍ​ໄປ​ດັ່ງ​ໂຕສິງ​ຂົບ​ຈີກ​ເຫຍື່ອ ກັດກິນ​ເປັນ​ຕ່ອນໆ ໂດຍ​ບໍ່ມີ​ຜູ້ໃດ​ຊ່ວຍກູ້​ໄວ້​ໄດ້.


ທາດຮັບໃຊ້​ກາຍເປັນ​ກະສັດ ຄົນ​ໂງ່ຈ້າ​ທີ່​ມີຢູ່​ມີກິນ​ຕາມໃຈ​ມັກ


ເຮົາ​ເປັນ​ພຣະເຈົ້າ ເຮົາ​ເປັນ​ຢູ່ສືບໄປ ບໍ່ມີ​ຜູ້ໃດ​ປົບໜີ​ຈາກ​ຣິດອຳນາດ​ຂອງເຮົາ​ໄດ້. ມີ​ຜູ້ໃດ​ແດ່​ທີ່​ປ່ຽນແປງ​ເຫດການ​ຕ່າງໆ​ໄດ້​ນໍ ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ໄປ​ບໍ່ມີ​ຜູ້ໃດ​ປ່ຽນແປງ​ໄດ້.”


ແລ້ວ​ເຮົາ​ກໍ​ຈະ​ແກ້​ເຄື່ອງນຸ່ງ​ຂອງ​ນາງ​ອອກ​ຕໍ່ໜ້າ​ຄົນຮັກ​ຂອງ​ນາງ ແລະ​ຈະ​ບໍ່ມີ​ຜູ້ໃດ​ຊ່ວຍ​ນາງ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງເຮົາ​ໄດ້.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ເມດຕາ​ຜູ້ໃດ​ເລີຍ​ໃນ​ແຜ່ນດິນ​ໂລກ​ນີ້. ເຮົາເອງ​ຈະ​ເປັນ​ຜູ້​ມອບ​ປະຊາຊົນ​ທຸກຄົນ ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ຜູ້ປົກຄອງ​ພວກເຂົາ. ນັກ​ປົກຄອງ​ເຫຼົ່ານີ້​ຈະ​ລ້າງຜານ​ແຜ່ນດິນ​ໂລກ ແລະ​ເຮົາ​ຈະ​ບໍ່​ຊ່ວຍ​ຜູ້ໃດ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ພວກເຂົາ​ເລີຍ.”)


ຊາວ​ຕ່າງດ້າວ​ທີ່​ມາ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຈົ້າ​ຈະ​ມີ​ອຳນາດ​ຫລາຍ​ຂຶ້ນ ແຕ່​ຂະນະດຽວ​ກັນນັ້ນ ອຳນາດ​ຂອງ​ພວກເຈົ້າ​ຈະ​ໜ້ອຍ​ລົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka