Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 5:7 - ພຣະຄຳພີສັກສິ

7 ບັນພະບຸລຸດ​ໄດ້​ເຮັດ​ບາບ ແຕ່​ບັດນີ້​ເພິ່ນ​ຕາຍໄປ ພວກ​ຂ້ານ້ອຍ​ທົນທຸກ​ຍ້ອນ​ການບາບ​ຂອງ​ພວກເພິ່ນ.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 5:7
15 Jak'a apnaqawi uñst'ayäwi  

ພວກເຂົາ​ເວົ້າ​ວ່າ, “ທ່ານເອີຍ ພວກ​ຂ້ານ້ອຍ​ມີ​ອ້າຍ​ນ້ອງ​ນຳ​ກັນ​ສິບສອງ​ຄົນ ທີ່​ເກີດ​ຈາກ​ພໍ່​ດຽວກັນ​ທີ່​ການາອານ. ນ້ອງຊາຍ​ຜູ້ໜຶ່ງ​ໄດ້​ຕາຍໄປ​ແລ້ວ ແລະ​ນ້ອງຊາຍ​ຫລ້າ​ຍັງ​ຢູ່​ນຳ​ພໍ່.”


ຢາໂຄບ​ຜູ້​ເປັນ​ພໍ່​ຈຶ່ງ​ເວົ້າ​ວ່າ, “ພວກເຈົ້າ​ຈະ​ບໍ່​ໃຫ້​ຂ້ອຍ​ມີ​ລູກຊາຍ​ເຫຼືອ​ຢູ່​ຈັກ​ຄົນ​ບໍ? ໂຢເຊັບ​ກໍໄດ້​ຕາຍໄປ​ແລ້ວ ຊີເມໂອນ​ກໍ​ຖືກ​ຈັບ. ບັດນີ້ ພວກເຈົ້າ​ຈະ​ເອົາ​ເບັນຢາມິນ​ໜີໄປ​ຈາກ​ຂ້ອຍ​ອີກ. ຂ້ອຍ​ມາ​ຊ່າງ​ເປັນ​ຄົນ​ທຸກ​ລະທົມ​ໃຈ​ຫລາຍ​ແທ້ໆ​ນໍ.”


ຈົນ​ວ່າ​ພຣະອົງ​ຍົກໂທດ​ໃຫ້​ຂ້ານ້ອຍ​ບໍ່​ໄດ້ບໍ? ຈົນ​ພຣະອົງ​ອະໄພ​ຄວາມຜິດ​ໃຫ້​ຂ້ານ້ອຍ​ບໍ່ໄດ້. ຍັງ​ບໍ່ດົນດອກ ຂ້ານ້ອຍ​ຈະ​ໄປ​ຢູ່​ໃນ​ຂຸມຝັງສົບ ຈາກ​ໄປ​ເມື່ອ​ພຣະອົງ​ແນມຫາ​ຂ້ານ້ອຍ​ຢູ່.”


ດຽວນີ້​ພຣະອົງ​ເຫັນ​ຂ້ານ້ອຍ​ແລ້ວ ແຕ່​ພຣະອົງ​ຈະ​ບໍ່​ເຫັນ​ອີກ​ຕໍ່ໄປ. ຖ້າ​ພຣະອົງ​ແນມ​ຫາ​ຂ້ານ້ອຍ ຂ້ານ້ອຍ​ກໍ​ຈະ​ຈາກ​ໄປ​ສາແລ້ວ.


ຢ່າ​ນົບ​ຫລື​ຂາບໄຫວ້​ຮູບ​ເຫຼົ່ານັ້ນ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ແລະ​ເຮົາ​ເປັນ​ພຣະເຈົ້າ​ທີ່​ຫວງແຫນ. ເຮົາ​ນຳ​ການ​ລົງໂທດ​ມາ​ສູ່​ພວກ​ທີ່​ກຽດຊັງ​ເຮົາ ຕະຫລອດ​ທັງ​ລູກຫລານ​ຂອງ​ພວກເຂົາ ເຖິງ​ສາມ ແລະ​ສີ່​ຊົ່ວ​ເຊັ່ນ​ຄົນ.


ຂ້າແດ່​ພຣະເຈົ້າຢາເວ ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ ຈຶ່ງ​ຮັບຮູ້​ບາບກຳ​ທີ່​ບັນພະບຸລຸດ​ໄດ້​ກະທຳ​ນັ້ນ ຄື​ການບາບ​ທີ່​ພວກ​ຂ້ານ້ອຍ​ໄດ້​ເຮັດ​ມາ ຊຶ່ງ​ເປັນ​ຄວາມຜິດ​ຕໍ່ສູ້​ພຣະອົງ.


ແລ້ວ​ເຈົ້າ​ຈົ່ງ​ບອກ​ພວກເຂົາ​ວ່າ ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ ‘ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ຫັນໜີ​ຈາກ​ເຮົາ​ໄປ​ຂາບໄຫວ້​ແລະ​ຮັບໃຊ້​ພະອື່ນ. ພວກເຂົາ​ໄດ້​ປະຖິ້ມ​ເຮົາ​ແລະ​ບໍ່ໄດ້​ປະຕິບັດ​ຕາມ​ຄຳສັ່ງສອນ​ຂອງເຮົາ.


ແຕ່​ພວກເຈົ້າ​ໄດ້​ເຮັດ​ບາບ​ຫລາຍກວ່າ ບັນພະບຸລຸດ​ຂອງ​ພວກເຈົ້າ​ອີກ. ພວກເຈົ້າ​ທຸກຄົນ​ດື້ດ້ານ​ແລະ​ຊົ່ວຊ້າ ແລະ​ພວກເຈົ້າ​ກໍ​ບໍ່ໄດ້​ເຊື່ອຟັງ​ເຮົາ​ເລີຍ.


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ມີ​ສຽງ​ໜຶ່ງ​ໃນ​ຣາມາ ສຽງ​ຮ້ອງໄຫ້​ຄວນຄາງ​ຢ່າງ​ລະທົມ​ຂົມຂື່ນ ນາງ​ຣາເຊັນ​ກຳລັງ​ຮ້ອງໄຫ້​ໃຫ້​ລູກໆ​ຂອງຕົນ ທີ່​ໄດ້​ເສຍໄປ ຈຶ່ງ​ບໍ່​ຟັງ​ຄຳ​ປອບໃຈ​ໃດໆ​ທັງນັ້ນ.”


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ປະຊາຊົນ​ຈະ​ບໍ່​ເວົ້າ​ຕໍ່ໄປ​ວ່າ, ‘ພໍ່​ແມ່​ກິນ​ໝາກອະງຸ່ນ​ສົ້ມ ແຕ່​ລູກ​ຊໍ້າພັດ​ເຂັດ​ແຂ້ວ​ນຳ.’


ເຈົ້າ​ຕ້ອງ​ໄດ້​ຮັບ​ຜົນ​ກຳ​ຂອງ​ຄວາມ​ຕໍ່າຊ້າ​ຂອງ​ເຈົ້າ ຄື​ສິ່ງ​ອັນ​ໜ້າກຽດຊັງ​ທີ່​ເຈົ້າ​ໄດ້​ເຮັດ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ວ່າ, “ສຸພາສິດ​ທີ່​ຄົນ​ມັກ​ເວົ້າ​ກັນ​ໃນ​ດິນແດນ​ແຫ່ງ​ຊາດ​ອິດສະຣາເອນ​ນີ້ ມີ​ຄວາມໝາຍ​ວ່າ​ຢ່າງໃດ? ‘ພໍ່​ແມ່​ກິນ​ໝາກອະງຸ່ນ​ສົ້ມ ແຕ່​ລູກ​ຊໍ້າພັດ​ເຂັດແຂ້ວ​ນຳ.”’


ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ແລະ​ຜູ້ທຳນວາຍ​ເຫຼົ່ານັ້ນ ບໍ່ໄດ້​ມີ​ຊີວິດ​ຢູ່​ຕໍ່ໄປ​ແລ້ວ.


‘ພຣະເຈົ້າຢາເວ​ຜູ້​ບໍ່​ຮ້າຍ​ງ່າຍ, ຜູ້​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ ແລະ​ຄວາມ​ສັດຊື່​ຕະຫລອດໄປ ພ້ອມ​ທັງ​ຍົກ​ບາບ​ໃຫ້​ອະໄພ​ແກ່​ຜູ້​ທີ່​ກະບົດ​ຕໍ່ສູ້​ເຮົາ, ແຕ່​ເຮົາ​ຈະ​ບໍ່​ລະເລີຍ​ທີ່​ຈະ​ລົງໂທດ ລູກຫລານ​ຂອງ​ຜູ້​ທີ່​ໄດ້​ກະທຳ​ບາບ​ຕໍ່ສູ້​ເຮົາ​ເຖິງ​ສາມ​ສີ່​ຊົ່ວ​ເຊັ່ນ​ຄົນ ສຳລັບ​ການບາບ​ຂອງ​ພໍ່​ແມ່​ພວກເຂົາ.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka