Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 5:5 - ພຣະຄຳພີສັກສິ

5 ຖືກ​ໄລ່​ໄປ​ດັ່ງ​ລໍ​ຫລື​ອູດ​ທີ່​ແບກ​ຂອງ​ໜັກ ອິດເມື່ອຍ​ອ່ອນແຮງ​ແຕ່​ກໍ​ບໍ່ໄດ້​ພັກຜ່ອນ.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 5:5
14 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ໄດ້ກ່າວ​ແກ່​ຂ້າພະເຈົ້າ​ວ່າ ໃຫ້​ເອົາ​ທ່ອນ​ໄມ້​ເຮັດ​ແອກ​ສຳລັບ​ຂ້າພະເຈົ້າ​ເອງ ໂດຍ​ໃຊ້​ໜັງ​ເປັນ​ສາຍພາຍ​ໃສ່​ເທິງ​ຄໍ​ຂອງ​ຂ້າພະເຈົ້າ.


ແຕ່​ຖ້າ​ປະເທດ​ຫລື​ອານາຈັກ​ໃດ​ທີ່​ບໍ່​ຍອມ​ຢູ່ໃຕ້​ການປົກຄອງ​ຂອງ​ລາວ ແລ້ວ​ເຮົາ​ກໍ​ຈະ​ລົງໂທດ​ປະເທດ​ນັ້ນ​ໂດຍ​ໃຫ້​ເກີດ​ສົງຄາມ, ເກີດ​ການ​ຕາຍອຶດ​ຕາຍຫິວ ແລະ​ການ​ເຈັບໄຂ້​ໄດ້ປ່ວຍ. ພຣະເຈົ້າຢາເວ​ກ່າວ​ວ່າ ຈົນເຖິງ​ຂັ້ນ​ເຮົາ​ອະນຸຍາດ​ໃຫ້​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ທຳລາຍ​ປະເທດ​ຢ່າງ​ໝົດສິ້ນ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ກ່າວ​ວ່າ​ພຣະອົງ​ຈະ​ເອົາ​ແອກ​ເຫຼັກ​ວາງ​ເທິງ​ຊົນຊາດ​ເຫຼົ່ານີ້ ແລະ​ພວກເຂົາ​ຈະ​ຮັບໃຊ້​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ. ພຣະອົງ​ຈະ​ເຮັດ​ໃຫ້​ແມ່ນແຕ່​ສັດປ່າ​ຮັບໃຊ້​ເພິ່ນ.”


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ກຳແພງ​ເມືອງ​ທີ່​ນະຄອນ​ບາບີໂລນ​ສ້າງ​ໃຫ້​ເຂັ້ມແຂງ ຈະ​ຖືກ​ຮື້​ໃຫ້​ພັງ​ທະລາຍ​ກາຍເປັນ​ຂີ້ດິນ​ໄປສິ້ນ. ການງານ​ທີ່​ທຸກ​ຊົນຊາດ​ໄດ້​ເຮັດ​ບໍ່ມີ​ຫຍັງ​ໝົດ ຄວາມ​ພະຍາຍາມ​ຂອງ​ພວກເຂົາ​ກໍ​ຖືກ​ໄຟ​ເຜົາໄໝ້.”


ພຣະອົງ​ບັນທຶກ​ທຸກ​ການບາບ​ທີ່​ຂ້ອຍ​ໄດ້​ເຮັດ​ມາ ແລ້ວ​ກໍ​ມັດ​ທັງໝົດ​ລວມເຂົ້າ​ໃສ່​ກັນ​ໄວ້; ພຣະອົງ​ຫ້ອຍ​ບາບ​ເຫຼົ່ານັ້ນ​ໃສ່​ໄວ້​ເທິງ​ຄໍ ຂ້ອຍ​ຈຶ່ງ​ອ່ອນເພຍ​ເພາະ​ບາບກຳ​ນັ້ນ​ໜັກຫຼາຍ. ພຣະເຈົ້າຢາເວ​ມອບ​ຂ້ອຍ​ໃຫ້​ເຫຼົ່າ​ສັດຕູ ແລະ​ຂ້ອຍ​ກໍ​ບໍ່ມີ​ຜູ້ໃດ​ຊ່ວຍ​ຂ້ອຍ​ຕໍ່ສູ້​ພວກເຂົາ​ໄດ້.


ຊາວ​ຢູດາ​ຕົກ​ເປັນ​ທາດ​ຂາດ​ຜູ້​ຊ່ວຍເຫລືອ ທັງ​ຖືກ​ບັງຄັບ​ໃຫ້​ໜີ​ຫ່າງໄກ​ຈາກ​ເມືອງ​ບ້ານ. ພວກເຂົາ​ອາໄສ​ຢູ່​ໃນ​ແດນ​ອື່ນ​ບໍ່ມີ​ບ່ອນ​ເປັນ​ຂອງຕົນເອງ ຖືກ​ອ້ອມ​ດ້ວຍ​ສັດຕູ ບໍ່ມີ​ທາງ​ທີ່​ຈະ​ປົບໜີໄປ​ໄດ້.


ພວກເຂົາ​ໄດ້​ໄລ່​ຕິດຕາມ​ພວກເຮົາ​ວ່ອງໄວ​ດັ່ງ​ນົກອິນຊີ​ໃນ​ທ້ອງຟ້າ, ພວກມັນ​ບິນ​ລົງ​ມາ​ສະກົດຮອຍ​ຕາມ​ພວກເຮົາ​ຢູ່. ພວກມັນ​ໄລ່​ຕິດ​ຕາມ​ເທິງ​ພູ​ທັງຫຼາຍ​ເພື່ອ​ຄອຍ​ຈັບ​ເອົາ​ພວກເຮົາ ຢ່າງ​ບໍ່​ຮູ້ຕົວ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ.


ເພາະສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ວ່າ, “ເຮົາ​ກຳລັງ​ວາງແຜນ​ນຳ​ໄພພິບັດ​ມາ​ສູ່​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ຫລົບຫລີກ​ໄປ​ບໍ່ໄດ້. ພວກເຈົ້າ​ກຳລັງ​ນຳ​ຄວາມ​ເດືອດຮ້ອນ​ມາ​ສູ່​ພວກ​ເຈົ້າເອງ ແລະ​ຕໍ່ໄປ ພວກເຈົ້າ​ຈະ​ບໍ່ໄດ້​ຍ່າງ​ຢ່າງ​ອວດອົ່ງ​ທະນົງ​ຕົວ​ອີກ​ຕໍ່ໄປ.


ຈົ່ງ​ເອົາ​ແອກ​ຂອງເຮົາ​ແບກ​ໄວ້​ແລ້ວ​ຮຽນຮູ້​ຈາກ​ເຮົາ ເພາະວ່າ​ເຮົາ​ເປັນ​ຜູ້​ໃຈ​ອ່ອນສຸພາບ​ແລະ​ຖ່ອມລົງ ແລ້ວ​ຈິດໃຈ​ຂອງ​ພວກເຈົ້າ​ຈະ​ໄດ້​ພົບ​ຄວາມ​ເຊົາເມື່ອຍ.


ເມື່ອ​ເປັນ​ດັ່ງນັ້ນ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢາກ​ທົດລອງ​ພຣະເຈົ້າ, ໂດຍ​ວາງ​ພາລະ​ອັນ​ໜັກ​ໃສ່​ເທິງ​ຫລັງ​ຂອງ​ພີ່ນ້ອງ ຊຶ່ງ​ທັງ​ບັນພະບຸລຸດ​ຂອງ​ພວກເຮົາ ແລະ​ພວກເຮົາ​ເອງ​ກໍ​ບໍ່​ສາມາດ​ແບກ​ໄດ້?


ເພາະ​ສະນັ້ນ ພວກເຈົ້າ​ຈະ​ຮັບໃຊ້​ເຫຼົ່າ​ສັດຕູ ທີ່​ພຣະເຈົ້າຢາເວ​ກຳລັງ​ນຳມາ​ຕໍ່ສູ້​ພວກເຈົ້າ. ພວກເຈົ້າ​ຈະ​ອຶດເຂົ້າ, ຫິວນໍ້າ, ເປືອຍຕົວ ແລະ​ບໍ່ມີ​ຫຍັງ​ຈັກ​ຢ່າງ. ພຣະອົງ ຈະ​ກົດຂີ່​ພວກເຈົ້າ​ຢ່າງ​ທາລຸນ ຈົນກວ່າ​ພວກເຈົ້າ​ຖືກ​ທຳລາຍ​ໄປ​ໝົດ​ສິ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka