Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 5:4 - ພຣະຄຳພີສັກສິ

4 ພວກ​ຂ້ານ້ອຍ​ຕ້ອງ​ຈ່າຍ​ຄ່າ​ນໍ້າ​ທີ່​ພວກ​ຂ້ານ້ອຍ​ດື່ມ ແລະ​ຕ້ອງ​ຊື້​ຟືນ​ທີ່​ເອົາ​ມາ​ດັງ​ໄຟ​ນັ້ນ.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 5:4
5 Jak'a apnaqawi uñst'ayäwi  

ບັດນີ້ ພວກ​ຂ້ານ້ອຍ​ເປັນ​ທາດຮັບໃຊ້​ໃນ​ດິນແດນ ເປັນ​ບ່ອນ​ທີ່​ພຣະອົງ​ໄດ້​ມອບໝາຍ​ໃຫ້​ຢູ່​ນັ້ນ. ດິນແດນ​ແຫ່ງ​ນີ້​ເປັນ​ທີ່​ອຸດົມ​ແລະ​ຮັ່ງມີ ໃຫ້​ອາຫານ​ແກ່​ພວກ​ຂ້ານ້ອຍ​ໄດ້​ຮັບ.


ບັດນີ້ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໃກ້​ຈະ​ເອົາ​ທຸກສິ່ງ​ແລະ​ທຸກຄົນ​ທີ່​ປະຊາຊົນ​ເພິ່ງພາ​ອາໄສ​ໄດ້​ໄປ​ຈາກ​ນະຄອນ​ເຢຣູຊາເລັມ​ແລະ​ຢູດາຍ. ສິ່ງ​ທີ່​ພຣະອົງ​ກຳລັງ​ຈະ​ເອົາ​ໄປ​ຈາກ​ພວກເຂົາ​ມີ​ດັ່ງນີ້: ເຂົ້າຈີ່​ແລະ​ນໍ້າ​ດື່ມ,


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ​ດັ່ງນີ້: “ເຊີນ​ທຸກໆ​ຄົນ​ມາ ຈົ່ງ​ເຊີນ​ມາ​ເທີ້ນ ຜູ້​ທີ່​ຫິວນໍ້າ ນໍ້າ​ມີ​ໃຫ້​ດື່ມ​ຢູ່​ທີ່​ນີ້​ເດ ຜູ້​ທີ່​ບໍ່ມີ​ເງິນ ເຊີນ​ມາ ຈົ່ງ​ຊື້​ເຂົ້າ​ກິນ​ເຖີດ ຈົ່ງ​ເຊີນ​ມາ​ຊື້​ເຫຼົ້າ​ອະງຸ່ນ​ແລະ​ນໍ້ານົມ​ດື່ມ ໂດຍ​ບໍ່​ຕ້ອງ​ເສຍຄ່າ​ຫຍັງໝົດ.


ເພາະ​ສະນັ້ນ ພວກເຈົ້າ​ຈະ​ຮັບໃຊ້​ເຫຼົ່າ​ສັດຕູ ທີ່​ພຣະເຈົ້າຢາເວ​ກຳລັງ​ນຳມາ​ຕໍ່ສູ້​ພວກເຈົ້າ. ພວກເຈົ້າ​ຈະ​ອຶດເຂົ້າ, ຫິວນໍ້າ, ເປືອຍຕົວ ແລະ​ບໍ່ມີ​ຫຍັງ​ຈັກ​ຢ່າງ. ພຣະອົງ ຈະ​ກົດຂີ່​ພວກເຈົ້າ​ຢ່າງ​ທາລຸນ ຈົນກວ່າ​ພວກເຈົ້າ​ຖືກ​ທຳລາຍ​ໄປ​ໝົດ​ສິ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka