ເພງ^ຄໍ່າຄວນ 5:21 - ພຣະຄຳພີສັກສິ21 ຂ້າແດ່ພຣະເຈົ້າຢາເວ ໂຜດນຳພວກຂ້ານ້ອຍດ້ວຍ ໃຫ້ກັບມາຫາພຣະອົງອີກແດ່ ແລະໂຜດປົວແປງຖານະເກົ່ານັ້ນ ໃຫ້ຄືນສູ່ສະພາບເດີມແດ່ທ້ອນ. Uka jalj uñjjattʼäta |
“ເຮົາໄດ້ຍິນປະຊາຊົນອິດສະຣາເອນເວົ້າ ດ້ວຍຄວາມໂສກເສົ້າເສຍໃຈດັ່ງນີ້: ‘ພວກຂ້ານ້ອຍດື້ດ້ານ ແລະຈອງຫອງ ດັ່ງສັດໂຕໜຶ່ງ ແຕ່ຂໍໂຜດໄດ້ສັ່ງສອນໃຫ້ເຊື່ອຟັງພຣະອົງແດ່ ຂໍໂຜດໃຫ້ໄດ້ກັບຄືນມາຫາພຣະອົງແດ່ທ້ອນ; ພວກຂ້ານ້ອຍພ້ອມແລ້ວຈະກັບຄືນມາຫາພຣະອົງ ເພາະພຣະອົງເປັນພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ.
ພຣະເຈົ້າຢາເວໄດ້ກ່າວວ່າ, “ປະຊາຊົນກຳລັງເວົ້າວ່າ ບ່ອນນີ້ເປັນດັ່ງຖິ່ນແຫ້ງແລ້ງກັນດານ; ໃນທີ່ນັ້ນບໍ່ມີແມ່ນແຕ່ຄົນ ແລະສັດອາໄສຢູ່. ເຂົາເວົ້າຖືກແລ້ວ; ເມືອງຂອງຢູດາຍກັບຕາມທ້ອງຖະໜົນຂອງນະຄອນເຢຣູຊາເລັມກໍຫວ່າງເປົ່າ; ບໍ່ມີຄົນຫລືສັດອາໄສຢູ່ເລີຍ, ແຕ່ໃນບ່ອນເຫຼົ່ານີ້ ພວກເຈົ້າຈະໄດ້ຍິນອີກເທື່ອໃໝ່