2 ຊັບສິນຂອງພວກຂ້ານ້ອຍກໍຢູ່ໃນກຳມືຂອງຄົນແປກໜ້າໝົດ ຄົນຕ່າງຊາດອາໄສຢູ່ໃນເຮືອນຂອງພວກຂ້ານ້ອຍດ້ວຍ.
ຂໍໃຫ້ເຈົ້າໜີ້ຂົນເອົາຊັບສິນທີ່ເຂົາມີໜີໄປໝົດ ໃຫ້ຄົນແປກໜ້າຂົນເອົາທຸກສິ່ງທີ່ເຂົາຫາມາໄດ້.
ດິນແດນຂອງພວກເຈົ້າໄດ້ຖືກທຳລາຍ ແລະບ້ານເມືອງຂອງພວກເຈົ້າກໍໄດ້ຖືກເຜົາຜານຈົນໝົດກ້ຽງ. ຊາວຕ່າງດ້າວໄດ້ເຂົ້າຢຶດຄອງດິນແດນ ແລະທຳລາຍທຸກສິ່ງ ຕໍ່ໜ້າຕໍ່ຕາຂອງພວກເຈົ້າຈົນໝົດກ້ຽງ.
ໃນເມືອງທີ່ຮົກຮ້າງເພພັງນັ້ນ ແກະນ້ອຍຈະມີຫຍ້າກິນ ແລະແບ້ນ້ອຍກໍຈະພົບທົ່ງຫຍ້າ.
ພວກຂ້ານ້ອຍ ປະຊາຊົນຜູ້ບໍຣິສຸດຂອງພຣະອົງ ໄດ້ຖືກເຫຼົ່າສັດຕູໄລ່ໃຫ້ອອກໜີໄປໃນຊົ່ວໄລຍະໜຶ່ງ; ພວກເຂົາໄດ້ຢຽບຢໍ່າສະຖານທີ່ອັນສັກສິດຂອງພຣະອົງ.
ພວກເຈົ້າຈະຕ້ອງປ່ອຍປະ ດິນແດນຊຶ່ງເຮົາໄດ້ມອບໃຫ້ແກ່ພວກເຈົ້ານັ້ນ ແລະເຮົາຈະກະທຳໃຫ້ພວກເຈົ້າໄປຮັບໃຊ້ເຫຼົ່າສັດຕູຢູ່ໃນດິນແດນທີ່ພວກເຈົ້າບໍ່ຮູ້ຫຍັງເລີຍ ຍ້ອນຄວາມໂກດຮ້າຍຂອງເຮົານັ້ນເປັນດັ່ງໄຟທີ່ຈະໄໝ້ເຜົາຜານຕະຫລອດໄປ.”
ເຮືອນຂອງພວກເຂົາຈະຖືກມອບໃຫ້ຄົນອື່ນ ພ້ອມທັງທົ່ງນາແລະເມຍຂອງພວກເຂົາກໍເຊັ່ນກັນດ້ວຍ. ເຮົາກຳລັງຈະລົງໂທດປະຊາຊົນໃນດິນແດນນີ້.
ເຮົາຈະປ່ອຍໃຫ້ພວກຄົນຕ່າງດ້າວມາປຸ້ນພວກເຂົາ ພວກຝ່າຝືນກົດໝາຍຈະຢຶດເອົາຊັບສົມບັດທັງໝົດຂອງພວກເຂົາໄປ ແລະເຮັດໃຫ້ເປັນມົນທິນ.
ເຮົາຈະນຳຊາດຕ່າງໆທີ່ໂຫດຮ້າຍທີ່ສຸດມາທີ່ນີ້ ແລະຈະປ່ອຍໃຫ້ພວກເຂົາຢຶດເອົາເຮືອນຂອງພວກເຈົ້າ. ຄົນແຂງແຮງທີ່ສຸດໃນພວກເຈົ້າຈະສູນເສຍຄວາມໝັ້ນໃຈ ເມື່ອເຮົາໄດ້ນຳເອົາຊົນຊາດທັງຫລາຍມາເຮັດໃຫ້ບ່ອນຕ່າງໆທີ່ພວກເຈົ້ານະມັດສະການນີ້ເປັນມົນທິນ.
ເມື່ອພວກເຂົາຫວ່ານລົມ ພວກເຂົາກໍຈະໄດ້ເກັບກ່ຽວລົມພະຍຸ ກົກເຂົ້າທີ່ບໍ່ເກີດຮວງ ໃຫ້ແປ້ງຫລືເຂົ້າຈີ່ກໍບໍ່ຫ່ອນເປັນ, ແຕ່ຖ້າວ່າມັນສຸກ ຊາວຕ່າງປະເທດກໍຈະກິນໝົດເສຍ.
ຊາວອິດສະຣາເອນເປັນດັ່ງຊົນຊາດອື່ນໆ ແລະບໍ່ມີປະໂຫຍດດັ່ງໄຫແຕກ.
ຊັບສົມບັດຂອງພວກເຂົາຈະຖືກປຸ້ນ ແລະເຮືອນຂອງພວກເຂົາຈະຖືກທຳລາຍ. ພວກເຂົາຈະບໍ່ໄດ້ຢູ່ໃນເຮືອນທີ່ພວກເຂົາກໍ່ສ້າງເອງ ຫລືດື່ມເຫຼົ້າອະງຸ່ນຈາກສວນທີ່ພວກເຂົາປູກເອງ.”