ເພງ^ຄໍ່າຄວນ 5:16 - ພຣະຄຳພີສັກສິ16 ບໍ່ມີສິ່ງໃດເຫລືອໄວ້ໃຫ້ອວດອ້າງໄດ້ເລີຍ ພວກຂ້ານ້ອຍເຄີຍສ້າງບາບ ຈຶ່ງນຳສະໜອງບັດນີ້. Uka jalj uñjjattʼäta |
ເຈົ້າຈະຖືກໂທດຍ້ອນຄວາມຊົ່ວຂອງເຈົ້າເອງ ເຈົ້າຈະຖືກປະນາມຍ້ອນຫັນໜີໄປຈາກເຮົານັ້ນ. ເຈົ້າຈະຮຽນຮູ້ສິ່ງຂື່ນຂົມແລະຜິດພາດວ່າເປັນຢ່າງໃດ? ທີ່ໄດ້ປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ໂດຍບໍ່ມີຄວາມເຄົາຣົບ ແລະ ຢຳເກງເຮົາອີກຕໍ່ໄປ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫລະ.
ຢ່າຊູ່ຢ້ານຄວາມທຸກທໍຣະມານທີ່ພວກເຈົ້າກຳລັງຈະໄດ້ຮັບນັ້ນ. ເບິ່ງແມ! ມານຮ້າຍກຳລັງຈະຈັບພວກເຈົ້າບາງຄົນໃສ່ຄຸກ ເພື່ອທົດລອງໃຈພວກເຈົ້າ ແລະພວກເຈົ້າຈະໄດ້ຮັບຄວາມທຸກລຳບາກໃນລະຫວ່າງສິບວັນ ແຕ່ເຈົ້າຈົ່ງມີໃຈສັດຊື່ສຸດຈະຣິດ ຈົນເຖິງວັນຕາຍ ແລ້ວເຮົາຈະເອົາມົງກຸດແຫ່ງຊີວິດໃຫ້ແກ່ເຈົ້າ.
ດັ່ງນັ້ນ ພວກເຂົາທຸກຄົນຈຶ່ງໄປເຕົ້າໂຮມກັນທີ່ເມືອງມີຊະປາ. ພວກເຂົາຕັກເອົານໍ້າແລະຖອກລົງຕໍ່ໜ້າພຣະເຈົ້າຢາເວ ແລະໃນວັນນັ້ນ ພວກເຂົາໄດ້ຖືສິນອົດອາຫານຕະຫລອດ. ພວກເຂົາເວົ້າວ່າ, “ພວກຂ້ານ້ອຍໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ.” (ແມ່ນໃນເມືອງມີຊະປານີ້ເອງ ທີ່ຊາມູເອນໄດ້ຕັດສິນປະຊາຊົນອິດສະຣາເອນ).