Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 5:13 - ພຣະຄຳພີສັກສິ

13 ຊາຍໜຸ່ມ​ຕົກ​ເປັນ​ທາດຮັບໃຊ້ ແລະ​ໂມ້​ແປ້ງ​ໃຫ້​ພວກເຂົາ ເດັກຊາຍ​ຍ່າງ​ໂຊເຊ​ຍ້ອນ​ແບກ​ມັດ​ຟືນ​ໜັກໜ່ວງ.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 5:13
11 Jak'a apnaqawi uñst'ayäwi  

ແລ້ວ​ຈົ່ງ​ໃຫ້​ເມຍ​ຂອງຂ້ອຍ​ເຮັດ​ກິນ​ໃຫ້​ຊາຍ​ອື່ນ ໃຫ້​ນາງ​ມີ​ຊາຍ​ອື່ນ​ເປັນ​ຄູ່ຊ້ອນ​ນອນ​ທີ່​ຕຽງ​ຂອງ​ລາວ.


ດັ່ງນັ້ນ ຊາວ​ເອຢິບ​ຈຶ່ງ​ແຕ່ງຕັ້ງ​ຄົນ​ຄຸມ​ດູແລ​ຊາວ​ອິດສະຣາເອນ ໃຫ້​ເຮັດ​ວຽກ​ໜັກ​ຈົນ​ໝົດ​ເຮື່ອແຮງ ແລະ​ໝົດ​ກຳລັງໃຈ ພວກເຂົາ​ໄດ້​ສ້າງ​ເມືອງ​ປີທົມ​ແລະ​ເມືອງ​ຣາມາເຊັດ ເພື່ອ​ເປັນ​ສາງ​ໄວ້​ເຂົ້າ​ຂອງ​ກະສັດ​ຟາໂຣ.


ແລະ​ລູກຊາຍກົກ​ໃນ​ປະເທດ​ເອຢິບ​ທັງໝົດ​ຈະ​ຕາຍ​ຄື: ຕັ້ງແຕ່​ລູກຊາຍກົກ​ຂອງ​ກະສັດ​ຟາໂຣ​ຜູ້​ທີ່​ຈະ​ສືບຕໍ່​ຄອງ​ຣາຊບັນລັງ ຕະຫລອດ​ເຖິງ​ລູກຊາຍກົກ​ຂອງ​ຄົນ​ຮັບໃຊ້​ຍິງ​ໂມ້​ແປ້ງ. ສັດ​ໂຕເຖິກ​ຫົວປີ​ກໍ​ຈະ​ຕາຍ​ໝົດ​ຄືກັນ.


ຢູ່ມາ​ວັນໜຶ່ງ ເມື່ອ​ໂມເຊ​ໃຫຍ່​ແລ້ວ ລາວ​ກໍໄດ້​ອອກ​ໄປ​ຢ້ຽມຢາມ​ຄົນ​ທີ່​ເປັນ​ຊົນຊາດ​ດຽວກັນ​ຄື ຊາວ​ເຮັບເຣີ ແລະ​ລາວ​ໄດ້​ເຫັນ​ພວກເຂົາ​ຖືກ​ບັງຄັບ​ໃຫ້​ເຮັດ​ວຽກ​ໜັກ​ຫລາຍ. ລາວ​ຍັງ​ໄດ້​ເຫັນ​ຄົນ​ເອຢິບ​ຜູ້ໜຶ່ງ​ຕົບຕີ​ຄົນ​ເຮັບເຣີ​ຜູ້ໜຶ່ງ ທີ່​ເປັນ​ຊົນຊາດ​ດຽວກັນ​ກັບ​ຕົນ.


ຖ້າ​ລໍ​ຂອງ​ເຂົາ​ລົ້ມລົງ​ຍ້ອນ​ບັນທຸກ​ຂອງ​ໜັກ ຈົ່ງ​ຊ່ວຍ​ເຂົາ​ຍົກ​ລໍ​ນັ້ນ​ຂຶ້ນ ຢ່າ​ຍ່າງ​ໜີໄປ​ລ້າໆ.


ຈົ່ງ​ສີ​ເຂົ້າ​ເປືອກ​ເຖີດ ຈົ່ງ​ໂມ້ແປ້ງ​ສາ ຈົ່ງ​ເອົາ​ຜ້າປົກ​ໂສມໜ້າ​ເຈົ້າ​ອອກ​ສາ​ເຖີດ ຈົ່ງ​ແກ້​ເຄື່ອງ​ງາມ​ລະອຽດ​ຂອງ​ເຈົ້າ​ອອກ​ສາ ຈົ່ງ​ຮື້​ກະໂປ່ງ​ເຈົ້າ​ຂຶ້ນ ແລະ​ຍ່າງ​ຂ້າມ​ຫ້ວຍນໍ້າ


ການ​ຖືສິນ​ອົດອາຫານ​ແບບ​ທີ່​ເຮົາ​ຕ້ອງການ​ແມ່ນ​ດັ່ງນີ້: ຄື​ແກ້​ໂສ້​ແຫ່ງ​ການກົດຂີ່ ແລະ​ປົດ​ແອກ​ແຫ່ງ​ຄວາມ​ບໍ່​ຍຸດຕິທຳ ແລະ​ປົດປ່ອຍ​ຄົນ​ທີ່​ຖືກ​ກົດຂີ່​ໃຫ້​ເປັນ​ອິດສະຫລະ.


ພວກ​ເດັກນ້ອຍ​ຊອກ​ຫາ​ຟືນ​ມາ, ພວກ​ຜູ້ຊາຍ​ດັງ​ໄຟ​ຂຶ້ນ ແລະ​ພວກຜູ້ຍິງ​ນັ້ນ​ນວດ​ແປ້ງ​ເຮັດ​ເຂົ້າໜົມ​ຫວານ​ເພື່ອ​ຖວາຍ​ໃຫ້​ເຈົ້າແມ່ ທີ່​ພວກເຂົາ​ເອີ້ນ​ວ່າ, ເຈົ້າຍິງ​ແຫ່ງ​ສະຫວັນ. ພວກເຂົາ​ເທ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ບັນດາ​ພະອື່ນ ເພື່ອ​ເຮັດ​ໃຫ້​ເຮົາ​ເຈັບຊໍ້າ​ໜຳໃຈ.


ພວກເຂົາ​ມັດ​ຂອງ​ໜັກ​ມາ​ວາງ​ເທິງ​ບ່າ​ຂອງ​ປະຊາຊົນ, ສ່ວນ​ພວກເຂົາ​ແລ້ວ ແມ່ນແຕ່​ນິ້ວກ້ອຍ​ກໍ​ບໍ່​ຍອມ​ຈັບ​ຍົກ​ໄປ.


ຕໍ່ມາ ພວກ​ຟີລິດສະຕິນ​ກໍ​ຈັບ​ແຊມຊັນ​ໄດ້ ແລະ​ເຈາະ​ແກ່ນຕາ​ທັງສອງ​ຂອງ​ລາວ. ພວກເຂົາ​ໄດ້​ນຳ​ລາວ​ໄປ​ທີ່​ເມືອງ​ກາຊາ ແລະ​ໃຊ້​ໂສ້​ທີ່​ເປັນ​ທອງສຳຣິດ​ລ່າມ​ລາວ​ໄວ້ ແລະ​ທັງ​ບັງຄັບ​ລາວ​ໃຫ້​ໂມ້ແປ້ງ​ຢູ່​ໃນ​ຄຸກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka