Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 5:1 - ພຣະຄຳພີສັກສິ

1 ຂ້າແດ່​ພຣະເຈົ້າຢາເວ ໂຜດ​ຈົດຈຳ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ພວກ​ຂ້ານ້ອຍ ໂຜດ​ຫລຽວເບິ່ງ​ສາ​ວ່າ​ຖືກ​ເສື່ອມເສຍ​ຢ່າງໃດ​ແລ້ວ.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 5:1
26 Jak'a apnaqawi uñst'ayäwi  

ພວກເຂົາ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, ພວກ​ທີ່​ລອດຊີວິດ​ກັບ​ມາ​ສູ່​ຖິ່ນຖານ​ເດີມ​ນັ້ນ ໄດ້​ຮັບ​ຄວາມ​ລຳບາກ​ຫລາຍ ແລະ​ຄົນຕ່າງຊາດ​ທີ່​ຢູ່​ໃກ້ຄຽງ​ກໍ​ດູໝິ່ນ​ປະໝາດ​ພວກເຂົາ. ພວກເຂົາ​ຍັງ​ໄດ້​ບອກ​ຂ້າພະເຈົ້າ​ອີກ​ວ່າ, “ກຳແພງ​ຂອງ​ນະຄອນ​ເຢຣູຊາເລັມ​ກໍ​ຍັງ​ພັງ​ທະລາຍ​ຢູ່ ແລະ​ປະຕູ​ຂອງ​ກຳແພງ​ເມືອງ​ກໍ​ຍັງ​ບໍ່​ທັນ​ໄດ້​ຖືກ​ສ້າງ​ຂຶ້ນ​ໃໝ່ ຕັ້ງແຕ່​ສະໄໝ​ຖືກ​ຈູດ​ພຸ້ນ.”


ບັດນີ້ ຈົ່ງ​ລະນຶກເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ບອກ​ໂມເຊ​ວ່າ: ‘ຖ້າ​ປະຊາຊົນ​ອິດສະຣາເອນ​ບໍ່​ສັດຊື່​ຕໍ່​ເຮົາ ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ກະຈັດ​ກະຈາຍ ໄປ​ໃນ​ທ່າມກາງ​ຊົນຊາດ​ອື່ນໆ.


ຂ້າພະເຈົ້າ​ພາວັນນາ​ອະທິຖານ​ວ່າ, “ໂອ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ໂຜດ​ຟັງ​ຖ້ອຍຄຳ​ທີ່​ພວກເຂົາ​ເວົ້າ​ດູໝິ່ນ​ຂ້ານ້ອຍ​ແດ່ທ້ອນ. ຂໍ​ໃຫ້​ຄຳ​ເຍາະເຍີ້ຍ​ນັ້ນ​ຕົກ​ຖືກ​ພວກເຂົາ​ເອງ. ຂໍ​ໃຫ້​ທຸກໆ​ສິ່ງ​ທີ່​ພວກເຂົາ​ມີ​ຢູ່​ຖືກ​ປຸ້ນ​ໄປ​ຈົນ​ໝົດສິ້ນ ແລະ​ໃຫ້​ພວກເຂົາ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ດ້ວຍ.


ຈົ່ງ​ຈົດຈຳ​ວ່າ​ພຣະອົງ​ສ້າງ​ຂ້ານ້ອຍ​ແຕ່​ດິນ​ໜຽວ ພຣະອົງ​ຂ້ຽວ​ຢຽບ​ຂ້ານ້ອຍ​ໃຫ້​ເປັນ​ຂີ້ຝຸ່ນ​ດິນ​ອີກ​ຫລືນີ້?


ຂ້າແດ່​ພຣະເຈົ້າ ໂຜດ​ຈົ່ງ​ຈົດຈຳ​ຊີວິດ​ຂອງ​ຂ້ານ້ອຍ​ວ່າ ເປັນ​ພຽງແຕ່​ລົມຫາຍໃຈ ຄວາມ​ຊົມຊື່ນ​ຍິນດີ​ຂອງ​ຂ້ານ້ອຍ​ນັ້ນ ໄດ້​ສິ້ນສຸດ​ໄປ​ໝົດ​ສາ​ແລ້ວ.


ຂໍ​ຊົງ​ໂຜດ​ເບິ່ງ​ຂ້ານ້ອຍ​ທົນທຸກ​ແລະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ແດ່ ເພາະ​ຂ້ານ້ອຍ​ບໍ່ໄດ້​ປະຖິ້ມ​ກົດບັນຍັດ​ຂອງ​ພຣະອົງ.


ຂ້າແດ່​ພຣະເຈົ້າຢາເວ​ເອີຍ ແຕ່​ໂຜດ​ຈົດຈຳ​ວ່າ ພວກ​ສັດຕູ​ໄດ້​ຫົວຂວັນ​ໃສ່​ພຣະອົງ ພວກເຂົາ​ດູໝິ່ນ​ຫຍໍ້ຫຍັນ​ພຣະນາມ​ຂອງ​ພຣະອົງ


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ຊົງ​ໂຜດ​ແກ້ແຄ້ນ​ຊົນຊາດ​ອື່ນ​ເຈັດ​ຄັ້ງ ຍ້ອນ​ການ​ດູໝິ່ນ​ນິນທາ​ທີ່​ພວກເຂົາ​ເຮັດ​ຕໍ່​ພຣະອົງ​ນັ້ນ.


ຊົນຊາດ​ທີ່​ຢູ່​ອ້ອມຮອບ​ໄດ້​ດູໝິ່ນ​ພວກ​ຂ້ານ້ອຍ ພວກເຂົາ​ຕ່າງ​ກໍ​ຫົວຂວັນ​ແລະ​ຫຍໍ້ຫຍັນ​ໃສ່​ພວກ​ຂ້ານ້ອຍ​ດ້ວຍ.


ນະຄອນ​ເຢຣູຊາເລັມ​ເອີຍ ເທິງ​ກຳແພງ​ເມືອງ​ຂອງ​ເຈົ້າ ເຮົາ​ໄດ້​ວາງ​ຄົນ​ຍາມ​ຫລາຍໆ​ຄົນ​ໄວ້; ພວກເຂົາ​ບໍ່​ຕ້ອງ​ມິດງຽບ​ໃນ​ກາງເວັນ​ຫລື​ກາງຄືນ ພວກເຂົາ​ຕ້ອງ​ບອກ​ພຣະເຈົ້າຢາເວ​ໃຫ້​ຈົດຈຳ​ເລື້ອຍໆ ຄື​ໃຫ້​ລະນຶກເຖິງ​ຄຳສັນຍາ​ຂອງ​ພຣະອົງ ແລະ​ບໍ່​ປ່ອຍ​ໃຫ້​ພຣະອົງ​ລືມໄລ​ຈັກເທື່ອ.


ແລ້ວ​ຂ້າພະເຈົ້າ​ກໍ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເຂົ້າໃຈ. ຈົ່ງ​ລະນຶກເຖິງ​ຂ້ານ້ອຍ​ແລະ​ຊ່ວຍ​ຊູ​ຂ້ານ້ອຍ​ດ້ວຍ. ໂຜດ​ໃຫ້​ຂ້ານ້ອຍ​ໄດ້​ແກ້ແຄ້ນ​ພວກ​ທີ່​ຂົ່ມເຫັງ​ຂ້ານ້ອຍ​ເຖີດ. ຢ່າ​ອົດທົນ​ຕໍ່​ພວກເຂົາ​ຜູ້​ທີ່​ຫວັງ​ຢາກ​ຂ້າ​ຂ້ານ້ອຍ​ໃຫ້​ໄດ້. ຈົ່ງ​ລະນຶກ​ວ່າ ການ​ທີ່​ຂ້ານ້ອຍ​ໄດ້​ຮັບ​ການ​ດູໝິ່ນນິນທາ​ນີ້ ກໍ​ເພື່ອ​ເຫັນ​ແກ່​ພຣະອົງ.


ພວກເຈົ້າ​ເວົ້າ​ວ່າ, ‘ພວກເຮົາ​ໄດ້​ຖືກ​ຫຍໍ້ຫຍັນ​ທັງ​ໄດ້​ຖືກ​ອັບອາຍ​ຂາຍໜ້າ ພວກເຮົາ​ຮູ້ສຶກ​ໝົດຫວັງ​ຢ່າງ​ສິ້ນເຊີງ ເພາະ​ພວກ​ຕ່າງດ້າວ​ໄດ້​ຢຶດ​ສະຖານທີ່​ສັກສິດ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.’


ປະຊາຊົນ​ຄໍ່າຄວນ​ຂະນະທີ່​ຊອກ​ຫາ​ເຂົ້າຈີ່​ກິນ ພວກເຂົາ​ແລກປ່ຽນ​ຊັບສິນ​ກັບ​ອາຫານ ເພື່ອ​ໃຫ້​ມີ​ຊີວິດ​ຢູ່. ຊາວ​ເມືອງ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຫລຽວເບິ່ງ​ດ້ວຍ! ເບິ່ງ​ວ່າ​ຍາກຈົນ​ເທົ່າ​ໃດ.”


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເບິ່ງ​ຂ້ານ້ອຍ​ດ້ວຍ ເຈັບປວດ​ແລະ​ທຸກໃຈ​ເຫຼືອ​ທີ່​ຈະ​ກ່າວ ຫົວໃຈ​ຂ້ານ້ອຍ​ເຈັບປວດ​ເພາະ​ມີ​ບາບໜາ ຄົນ​ຂ້າ​ກັນ​ຕາມ​ຖະໜົນ ມີ​ຄົນ​ຕາຍ​ທີ່​ເຮືອນ​ດ້ວຍ.


ມົນທິນ​ຂອງ​ນາງ​ນັ້ນ​ເບິ່ງ​ເຫັນ​ໄດ້​ງ່າຍດາຍ ແຕ່​ນາງ​ບໍ່​ຫ່ວງໃຍ​ນຳ​ຊາຕາກຳ​ຂອງຕົນ​ຈັກດີ້. ນາງ​ລົ້ມ​ແຮງໂພດ​ຈົນ​ບໍ່ມີ​ຜູ້ໃດ​ສາມາດ​ປອບໃຈ ຂ້າແດ່​ພຣະເຈົ້າຢາເວ ໂຜດ​ເມດຕາ ເພາະ​ສັດຕູ​ຂອງນາງ​ໄດ້​ຊະນະ.


ຄົນ​ຜ່ານ​ນະຄອນ​ໄປ ຕ່າງ​ກໍ​ເບິ່ງ​ເຈົ້າ​ຢ່າງ​ຫຍໍ້ຫຍັນ ພວກເຂົາ​ເບະ​ສົບ​ຫົວຂວັນ​ທີ່​ນະຄອນ​ເພພັງ​ຮົກຮ້າງ. ພວກເຂົາ​ກ່າວ​ວ່າ, “ນີ້​ບໍ່​ທີ່​ວ່າ​ເປັນ​ເມືອງ​ທີ່​ສວຍງາມ? ນະຄອນ​ທະນົງໃຈ​ທົ່ວ​ທັງໂລກ?”


ຂ້າແດ່​ພຣະເຈົ້າຢາເວ ຂໍໂຜດ ເບິ່ງ​ພວກ​ທີ່​ພຣະອົງ​ກຳລັງ​ເຮັດ​ໃຫ້​ທໍລະມານ​ຢູ່​ນັ້ນ ສົມຄວນ​ບໍ​ທີ່​ພວກຜູ້ຍິງ​ພາກັນ​ກິນ​ລູກ​ທີ່​ພວກຕົນ​ຮັກ​ຫລາຍ ສົມຄວນ​ບໍ​ທີ່​ພວກ​ປະໂຣຫິດ​ທັງ​ຜູ້ທຳນວາຍ​ຈະ​ຖືກ​ຂ້າ​ທີ່​ພຣະວິຫານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.


ເມື່ອ​ຄິດເຖິງ​ຄວາມ​ເຈັບປວດ​ທັງ​ຂາດ​ທີ່ພັກ​ອາໄສ ຈິດໃຈ​ຂ້ອຍ​ກໍ​ເຕັມ​ດ້ວຍ​ຢາພິດ​ອັນ​ຂົມຂື່ນ;


ຈົນກວ່າ​ພຣະເຈົ້າຢາເວ​ຫລຽວເບິ່ງ​ມາ​ຈາກ​ສະຫວັນ ແລະ​ເຫັນ​ພວກ​ຂ້ານ້ອຍ​ຖືກ​ການ​ລຳບາກ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້ຍິນ​ຄຳເວົ້າ​ປະໝາດ ພຣະອົງ​ຮູ້ຈັກ​ອຸບາຍ​ທັງໝົດ​ຂອງ​ພວກ​ເຂົາເຈົ້າ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ໄດ້ຍິນ​ເຖິງ​ສິ່ງ​ທີ່​ຊົງ​ໄດ້​ກະທຳ, ຂ້ານ້ອຍ​ຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ຢຳເກງ​ຍິ່ງ. ບັດນີ້ ໂຜດ​ຮື້ຟື້ນ​ໃໝ່​ໃນ​ສະໄໝ​ພວກ​ຂ້ານ້ອຍ​ແດ່​ນາ ກິດຈະການ​ອັນ​ຍິ່ງໃຫຍ່​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ນັ້ນ ເຖິງ​ວ່າ​ເມື່ອ​ພຣະອົງ​ລົງໂທດ​ໂກດຮ້າຍ​ກໍຕາມ ໂຜດ​ເມດຕາ​ສົງສານ​ພວກ​ຂ້ານ້ອຍ​ແດ່ທ້ອນ.


ແລ້ວ​ລາວ​ກໍ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ພຣະເຢຊູເຈົ້າ​ເອີຍ ເມື່ອໃດ​ທີ່​ທ່ານ​ມາ​ໃນ​ແຜ່ນດິນ​ຂອງທ່ານ ໂຜດ​ລະນຶກເຖິງ​ຂ້ານ້ອຍ​ດ້ວຍ​ເທີ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka