Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 4:9 - ພຣະຄຳພີສັກສິ

9 ພວກ​ທີ່​ຕາຍ​ໃນ​ການ​ສູ້ຮົບ​ກໍດີກວ່າ​ຕາຍ​ທີຫລັງ ທີ່​ຄ່ອຍໆ​ຫິວຕາຍ​ຂາດ​ອາຫານ​ກິນ​ໃຫ້​ມີ​ຊີວິດ​ຢູ່.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 4:9
10 Jak'a apnaqawi uñst'ayäwi  

ຕໍ່ມາ ໃນ​ວັນ​ທີ​ເກົ້າ ຂອງ​ເດືອນ​ສີ່ ຂອງ​ປີ​ດຽວກັນ​ນັ້ນ ໄດ້​ເກີດ​ການ​ອຶດຢາກ​ຢ່າງ​ຮ້າຍແຮງ ຈົນ​ປະຊາຊົນ​ບໍ່​ມີ​ຫຍັງ​ກິນ


ພວກເຂົາ​ເວົ້າ​ວ່າ, “ພວກເຮົາ​ຢາກ​ໃຫ້​ພຣະເຈົ້າຢາເວ​ຂ້າ​ພວກເຮົາ​ຖິ້ມ​ຢູ່​ປະເທດ​ເອຢິບ ບ່ອນ​ທີ່​ພວກເຮົາ​ໄດ້​ກິນ​ເຂົ້າ​ປາ​ອາຫານ​ເຕັມອີ່ມ​ພຸ້ນ​ສາ! ແຕ່​ທ່ານ​ຊໍ້າພັດ​ນຳ​ພວກເຮົາ​ມາ​ອຶດ​ຕາຍ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນີ້.”


ທົ່ວ​ທັງ​ເມືອງ​ກຳລັງ​ອຶກກະທຶກ ເຕັມ​ໄປ​ດ້ວຍ​ສຽງ​ຄຶກໂຄມ​ແລະ​ຕື່ນເຕັ້ນ. ພວກ​ຜູ້ຊາຍ​ທີ່​ຕາຍ​ໃນ​ເສິກ​ນີ້ ບໍ່ໄດ້​ຕາຍ​ຍ້ອນ​ການ​ສູ້ຮົບ.


ພວກເຂົາ​ຈະ​ຕາຍ​ດ້ວຍ​ການ​ເຈັບໄຂ້​ໄດ້ປ່ວຍ​ໜັກ ແລະ​ຈະ​ບໍ່ມີ​ຜູ້ໃດ​ໄວ້ທຸກ​ໃຫ້​ພວກເຂົາ ແລະ​ຝັງ​ພວກເຂົາ​ໄວ້. ຊາກສົບ​ຂອງ​ພວກເຂົາ​ຈະ​ຢຽດຢາຍ​ດັ່ງ​ກອງຝຸ່ນ​ຢູ່​ຕາມ​ເທິງ​ໜ້າດິນ. ພວກເຂົາ​ຈະ​ຖືກ​ຂ້າ​ໃນ​ສົງຄາມ ຫລື​ຕາຍອຶດ​ຕາຍຢາກ ແລະ​ຊາກສົບ​ຂອງ​ພວກເຂົາ​ຈະ​ເປັນ​ອາຫານ​ສຳລັບ​ຝູງນົກ ແລະ​ຝູງ​ສັດປ່າ.”


ພວກເຈົ້າ​ຈະ​ບໍ່​ໄປມາ​ໂດຍ​ບໍ່ມີ​ຜ້າປົກ​ຫົວ ແລະ​ຈະ​ບໍ່​ຍ່າງ​ຕີນ​ເປົ່າ ຫລື​ໄວ້ທຸກ ຫລື​ຮ້ອງໄຫ້. ພວກເຈົ້າ​ຈະ​ຈ່ອຍຜອມ​ຍ້ອນ​ການບາບ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ຄໍ່າຄວນ​ຕໍ່​ກັນແລະກັນ.


“ມະນຸດ​ເອີຍ ຈົ່ງ​ກ່າວ​ຢໍ້າ​ສິ່ງ​ທີ່​ຊາວ​ອິດສະຣາເອນ​ກຳລັງ​ເວົ້າ, ‘ຜົນ​ບາບກຳ​ແລະ​ການກະທຳ​ຜິດ​ຂອງ​ພວກເຮົາ​ກໍ​ຢູ່​ເທິງ​ພວກເຮົາ. ພວກເຮົາ​ກຳລັງ​ເສື່ອມເສຍ​ໄປ. ເຮັດ​ແນວໃດ​ພວກເຮົາ​ຈຶ່ງ​ຈະ​ມີ​ຊີວິດ​ຢູ່​ໄດ້?’


ແລ້ວ​ພຣະອົງ​ກໍ​ກ່າວ​ຕື່ມ​ວ່າ, “ມະນຸດ​ເອີຍ ເຮົາ​ຈະ​ຕັດ​ສະບຽງ​ອາຫານ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ລົງ. ປະຊາຊົນ​ໃນ​ທີ່ນັ້ນ​ຈະ​ທຸກ​ທໍລະມານ​ໃຈ ແລະ​ອຸກອັ່ງ ເມື່ອ​ພວກເຂົາ​ຕວງ​ອັດຕາ​ອາຫານ​ທີ່​ພວກເຂົາ​ກິນ ແລະ​ນໍ້າ​ທີ່​ພວກເຂົາ​ດື່ມ.


ການ​ສູ້ຮົບ​ກຳລັງ​ເກີດຂຶ້ນ​ຢູ່​ຕາມ​ທ້ອງ​ຖະໜົນ​ຫົນທາງ ຕະຫລອດ​ທັງ​ການ​ເຈັບໄຂ້​ໄດ້ປ່ວຍ ແລະ​ການອຶດຢາກ​ກໍ​ມີ​ຢູ່​ຕາມ​ເຮືອນ. ຜູ້ໃດ​ຜູ້ໜຶ່ງ​ທີ່​ອອກ​ໄປ​ຢູ່​ຕາມ​ບ້ານນອກ​ຈະ​ຕາຍ​ໃນ​ການ​ສູ້ຮົບ; ຜູ້ໃດ​ຜູ້ໜຶ່ງ​ທີ່​ຢູ່​ໃນເມືອງ ຈະ​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ເຈັບໄຂ້​ໄດ້ປ່ວຍ​ແລະ​ການອຶດຢາກ.


ຜູ້​ທີ່​ລອດຊີວິດ​ມາ​ໄດ້ ຕ່າງ​ກໍ​ຈະ​ໝົດເຫື່ອ​ໝົດແຮງ​ຕາຍໄປ​ໃນທີ່ສຸດ ເພາະ​ບາບກຳ​ຂອງ​ພວກ​ເຈົ້າເອງ ແລະ​ບາບກຳ​ບັນພະບຸລຸດ​ຂອງ​ພວກເຈົ້າ.


ພວກເຂົາ​ຈະ​ກິນ​ງົວ​ໃນ​ຝູງ​ຂອງ​ພວກເຈົ້າ ແລະ​ພືດຜົນ​ຂອງ​ພວກເຈົ້າ ສ່ວນ​ພວກເຈົ້າ​ນັ້ນ ກໍ​ຈະ​ພາກັນ​ອຶດ​ຕາຍ. ເຂົ້າ, ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ, ງົວ, ແກະ ແລະ​ພືດຜົນ​ຕ່າງໆ​ຈະ​ບໍ່ມີ​ເຫຼືອ​ໄວ້​ໃຫ້​ເລີຍ ແລະ ພວກເຈົ້າ​ຈະ​ພາກັນ​ຕາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka