Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 4:8 - ພຣະຄຳພີສັກສິ

8 ບັດນີ້ ພວກເຂົາ​ນອນ​ຢຽດ​ຢູ່​ຕາມ​ຖະໜົນ​ບໍ່ມີ​ຜູ້​ຮູ້ຈັກ ໜ້າຕາ​ຂອງ​ພວກເຂົາ​ກໍ່າດຳ​ຢູ່ໃນ​ຄວາມຕາຍ; ສ່ວນ​ເນື້ອໜັງ​ຂອງ​ພວກເຂົາ​ກໍ​ຫ່ຽວແຫ້ງ​ສໍ່າ​ກັບ​ຟືນ ຈ່ອຍຜອມ​ຫລາຍ​ຈົນ​ເຫັນ​ໜັງ​ຕິດ​ກະດູກ.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 4:8
17 Jak'a apnaqawi uñst'ayäwi  

ຕາມ​ຕົນຕົວ​ຂອງຂ້ອຍ​ກໍ​ເຫັນ​ແຕ່​ກະດູກ​ຕິດ​ໜັງ; ຂ້ອຍ​ຍັງ​ລອດຊີວິດ​ຢູ່​ມາ​ໄດ້​ພຽງແຕ່​ພາງໆ​ເທົ່ານັ້ນ.


ເມື່ອ​ແນມ​ເບິ່ງ​ແຕ່​ໄກ ພວກເຂົາ​ກໍ​ເຫັນ​ໂຢບ; ແຕ່​ພວກເຂົາ​ຈື່​ລາວ​ບໍ່ໄດ້. ເມື່ອ​ຈື່​ລາວ​ໄດ້​ແລ້ວ ພວກເຂົາ​ກໍ​ພາກັນ​ຮ້ອງໄຫ້​ຄວນຄາງ ທັງ​ຈີກ​ເສື້ອຜ້າ​ຂອງຕົນ​ດ້ວຍ​ຄວາມທຸກໃຈ ແລະ​ຫວ່ານ​ຂີ້ຝຸ່ນ​ດິນ​ໄປ​ໃນ​ອາກາດ ກັບ​ທັງ​ໂຮຍ​ໃສ່​ເທິງ​ຫົວ​ຂອງ​ພວກ​ຕົນ​ດ້ວຍ.


ເນື້ອໜັງ​ຂ້ານ້ອຍ​ບວມຊໍ້າ ເຕັມ​ທົ່ວ​ທັງ​ຕົນຕົວ ຂ້ານ້ອຍ​ກຳລັງ​ໄຂ້​ໜັກ ຮ່າງກາຍ​ຮ້ອນ​ດັ່ງ​ໄຟ​ເຜົາໄໝ້.


ຮ່າງກາຍ​ຂອງ​ພວກເຂົາ​ນັ້ນ ຊຸດໂຊມ​ຈົນ​ເບິ່ງ​ບໍ່​ເຫັນ​ຫຍັງ ມີ​ແຕ່​ກະດູກ​ຕິດ​ໜັງ ຈົນ​ເບິ່ງ​ເຫັນ​ທຸກ​ຊີກ.


ຊີວິດ​ຂອງ​ຂ້ານ້ອຍ​ເປັນ​ດັ່ງ​ເງົາ​ໃນ​ຕອນແລງ ຂ້ານ້ອຍ​ເປັນ​ດັ່ງ​ຫຍ້າ​ທີ່​ຫ່ຽວແຫ້ງ.


ຂ້ານ້ອຍ​ໃຊ້​ການ​ບໍ່ໄດ້​ດັ່ງ​ຖົງ​ເຫຼົ້າ​ອະງຸ່ນ​ໄຮ້​ຄ່າ, ແຕ່​ປານນັ້ນ ຂ້ານ້ອຍ​ກໍ​ບໍ່ໄດ້​ລືມໄລ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.


ພຣະອົງ​ລົງໂທດ​ໃສ່​ໃຫ້​ຂ້ານ້ອຍ​ທັງ​ເວັນ​ແລະ​ຄືນ​ນັ້ນ ກຳລັງ​ຂ້ານ້ອຍ​ກໍ​ອ່ອນ​ແຮງ​ລົງ​ຢ່າງ​ໝົດ​ສິ້ນ ດັ່ງ​ຄວາມຊຸ່ມ​ທີ່​ແຫ້ງ​ລົງ​ໂດຍ​ລະດູ​ອົບເອົ້າ.


ຍ້ອນ​ພຣະອົງ​ໂກດຮ້າຍ ຂ້ານ້ອຍ​ຈຶ່ງ​ເຈັບປວດ​ໜັກ ມີ​ພະຍາດ​ທົ່ວ​ທັງ​ກາຍ ເພາະ​ຂ້ານ້ອຍ​ເຮັດ​ບາບ.


ເມື່ອ​ປະຊາຊົນ​ໄດ້​ເຫັນ​ທ່ານ​ກໍ​ສະດຸ້ງ​ຕົກໃຈ; ໜ້າ​ຕາ​ທ່ານ​ປ່ຽນ​ໂສມ ທ່າທາງ​ເກືອບ​ບໍ່​ຄື​ມະນຸດ.


ຄວາມ​ອຶດຫິວ​ເຮັດ​ໃຫ້​ເຈັບໄຂ້​ຮ້ອນ​ທົ່ວ​ທັງຕົວ ຈົນ​ໜັງ​ແດງ​ດັ່ງ​ເຕົາ​ອົບ​ທີ່​ກຳລັງ​ຮ້ອນ.


ເມື່ອ​ມັນ​ເຂົ້າມາ​ໃກ້ໆ ທຸກຄົນ​ຕ່າງ​ກໍ​ຢ້ານກົວ ຈົນ​ໜ້າ​ແຕ່ລະຄົນ​ຊີດຂາວ​ໄປ.


ນີເນເວ​ເອີຍ ເຈົ້າ​ຖືກ​ທຳລາຍ​ສາ​ແລ້ວ ເປັນ​ເມືອງ​ຮ້າງວ່າງຄົນ​ແລະ​ເປັນ​ຖິ່ນ​ເປົ່າປ່ຽວ ທຸກຄົນ​ຕ່າງ​ກໍ​ຢ້ານ​ຈົນ​ອົກສັ່ນ​ຂວັນເສຍ ຈົນ​ຫົວເຂົ່າ​ທຸກຄົນ​ສັ່ນເຊັນ​ດ້ວຍ​ຄວາມຢ້ານ ແລະ​ທຸກຄົນ​ຕ່າງ​ກໍ​ໝົດເຫື່ອໝົດແຮງ ຈົນ​ສີໜ້າ​ມ້ານ​ຫລ່າເຫລືອງ​ໄປ​ທັງນັ້ນ.


‘ແມ່ນແຕ່​ຂີ້ຝຸ່ນ​ດິນ​ຂອງ​ເມືອງ​ນີ້ ທີ່​ຕິດ​ຕີນ​ຂອງ​ພວກເຮົາ ພວກເຮົາ​ກໍ​ຈະ​ປັດ​ອອກ​ຕໍ່ສູ້​ພວກເຈົ້າ; ແຕ່​ຈົ່ງ​ຈຳ​ໄວ້​ວ່າ ອານາຈັກ​ຂອງ​ພຣະເຈົ້າ​ມາ​ໃກ້​ພວກເຈົ້າ​ແລ້ວ’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka