7 ພວກເຈົ້າຊາຍ ທີ່ບໍຣິສຸດຜຸດຜ່ອງດັ່ງຫິມະຂາວ ມີແຮງແລະເຂັ້ມແຂງ ສຸຂະພາບດີເດັ່ນ.
ຄຸນຄ່າຂອງປັນຍານັ້ນມີຫລາຍເຫລືອລົ້ນ ກວ່າເພັດນິນຈິນດາຫລືທັບທີມດ້ວຍ.
ຂໍໃຫ້ລູກຊາຍຂອງຂ້ານ້ອຍເປັນດັ່ງຕົ້ນໄມ້ໃຫຍ່ ທີ່ໃຫຍ່ຂຶ້ນຢ່າງທ່ຽງທຳໃນໄວໜຸ່ມຂອງເຂົາເຈົ້າ. ຂໍໃຫ້ລູກສາວຂອງຂ້ານ້ອຍເປັນດັ່ງເສົາຕົ້ນໃຫຍ່ ທີ່ຖືກປະດັບໄວ້ເອ້ໃນພະຣາຊວັງ.
ຂໍຊົງໂຜດຊຳລະບາບຂອງຂ້ານ້ອຍແດ່ ແລະຂ້ານ້ອຍກໍຈະສະອາດງາມດີ ໂຜດຊຳລະການບາບຂອງຂ້ານ້ອຍທັງໝົດ ແລະຂ້ານ້ອຍກໍຈະຂາວກວ່າຫິມະ.
ແລະພວກເຂົາໄດ້ເຫັນພຣະເຈົ້າຂອງຊາດອິດສະຣາເອນ. ລຸ່ມຕີນຂອງພຣະອົງມີສິ່ງໜຶ່ງປູໄວ້ ເປັນຄືແກ້ວໄພທູນສະຫງ່າແຈ່ມໃສດັ່ງທ້ອງຟ້າ.
ຄົນຮັກຂອງຂ້ອຍງາມສະຫງ່າທັງແຂງແຮງດີ ເປັນຄົນດຽວທີ່ມີ ຜູ້ຮູ້ຈັກກັນດີໃນໝື່ນຄົນນັ້ນ.
ສ່ວນຂາລາວນັ້ນເປັນດັ່ງເສົາຫີນປູນ ທີ່ຕັ້ງຢູ່ເທິງພື້ນເປັນຄຳທັງສິ້ນ; ລາວສະຫງ່າງາມແທ້ດັ່ງພູເລບານອນ ທີ່ມີຕົ້ນແປກງາມຢຽດຢູ່ຢ່າງສູງສົ່ງ.
ເມື່ອໝົດກຳນົດແລ້ວກໍເຫັນວ່າ, ພວກເພິ່ນມີສຸຂະພາບດີແລະແຂງແຮງກວ່າພວກທີ່ກິນອາຫານຂອງກະສັດ.
ເພິ່ນຈະເປັນຜູ້ຍິ່ງໃຫຍ່ໃນສາຍພຣະເນດຂອງອົງພຣະຜູ້ເປັນເຈົ້າ ເພິ່ນຈະບໍ່ດື່ມເຫຼົ້າອະງຸ່ນ ຫລືເຫຼົ້າປຸກແຕ່ຢ່າງໃດ ແລະຈະເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ຕັ້ງແຕ່ຈາກທ້ອງແມ່ມາ
ເມື່ອລູກຊາຍຂອງເຈົ້າເກີດມາແລ້ວ ເຈົ້າຕ້ອງບໍ່ຕັດຜົມໃຫ້ລາວຈັກເທື່ອ ເພາະນັບຕັ້ງແຕ່ມື້ທີ່ລາວເກີດມານັ້ນ ລາວຈະໄດ້ຮັບການອຸທິດຕົວແກ່ພຣະເຈົ້າ ເປັນຄົນນາຊີຣີ. ລາວຈະຕັ້ງຕົ້ນພາລະກິດໃນການຊ່ວຍກູ້ເອົາຊາດອິດສະຣາເອນ ໃຫ້ພົ້ນຈາກອຳນາດຂອງພວກຟີລິດສະຕິນ.”
ແຕ່ເພິ່ນໄດ້ບອກວ່າຂ້ອຍຈະຖືພາແລະເກີດລູກຊາຍຜູ້ໜຶ່ງ. ເພິ່ນຍັງບອກອີກວ່າ ບໍ່ໃຫ້ຂ້ອຍດື່ມນໍ້າອະງຸ່ນ ຫລືເຫຼົ້າ ຫລືກິນອາຫານໃດໆທີ່ຫວງຫ້າມ ເພາະເດັກນ້ອຍນັ້ນຈະໄດ້ຮັບການອຸທິດຕົວແກ່ພຣະເຈົ້າຕະຫລອດຊົ່ວຊີວິດຂອງລາວ.”
ໃນທີ່ສຸດ ແຊມຊັນຈຶ່ງບອກນາງຕາມຄວາມຈິງວ່າ, “ຂ້ອຍບໍ່ເຄີຍຕັດຜົມຈັກເທື່ອ ເພາະຂ້ອຍອຸທິດຕົວແກ່ພຣະເຈົ້າເປັນຄົນນາຊີຣີ ນັບຕັ້ງແຕ່ມື້ທີ່ຂ້ອຍໄດ້ເກີດມາ. ຖ້າຂ້ອຍຕັດຜົມເມື່ອໃດ ຂ້ອຍຈະສູນເສຍແຮງເມື່ອນັ້ນ ແລະຂ້ອຍຈະບໍ່ແຂງແຮງດັ່ງຄົນທົ່ວໄປ.”
ດັ່ງນັ້ນ ເຢຊີຈຶ່ງໄດ້ສົ່ງຄົນໄປນຳເອົາດາວິດ. ລາວເປັນຄົນຜິວສົດໃສ, ເປັນຊາຍໜຸ່ມທີ່ມີສຸຂະພາບດີ ແລະຕາກໍເປັນແວວແຈ່ມໃສງາມດີ. ພຣະເຈົ້າຢາເວກ່າວວ່າ, “ແມ່ນຄົນນີ້ແຫຼະ ຈົ່ງເອົານໍ້າມັນສັກສິດຫົດສົງລາວ.”