Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 4:5 - ພຣະຄຳພີສັກສິ

5 ຄົນ​ທີ່​ເຄີຍ​ກິນ​ອາຫານ​ອັນ​ດີ​ນັ້ນ ກໍ​ຕາຍຫິວ​ຢູ່​ຕາມ​ຖະໜົນ​ຫົນທາງ ຄົນ​ທີ່​ໃຫຍ່ຂຶ້ນ​ມາ​ຢ່າງ​ຟຸມເຟືອຍ ກໍ​ຄົ້ນ​ກິນ​ອາຫານ​ໃນ​ກອງ​ຂີ້ເຫຍື້ອ.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 4:5
17 Jak'a apnaqawi uñst'ayäwi  

ຍິງສາວ​ອິດສະຣາເອນ​ເອີຍ ພວກເຈົ້າ ຈົ່ງ​ໄວ້ທຸກ​ໃຫ້​ກະສັດ​ໂຊນ​ເດີ ເພາະ​ເພິ່ນ​ໃຫ້​ພວກເຈົ້າ​ທັງຫລາຍ ໄດ້​ນຸ່ງ​ເສື້ອລ່າມ​ຍາວ​ສີແດງເຂັ້ມ ທັງ​ໃຫ້​ປະດັບ​ດ້ວຍ​ເພັດພອຍ​ນາໆ​ຊະນິດ ພ້ອມ​ທັງ​ຄຳ​ຕິດ​ຕົວ​ຂອງ​ພວກເຈົ້າ​ອີກ​ດ້ວຍ.


ຂ້າຣາຊການ​ຜູ້ນັ້ນ​ຕອບ​ຄືນ​ວ່າ, “ພວກທ່ານ​ຄິດ​ວ່າ ນາຍ​ຂອງ​ຂ້າພະເຈົ້າ​ສົ່ງ​ຂ້າພະເຈົ້າ​ມາ​ແລະ​ບອກ​ເລື່ອງ​ເຫຼົ່ານີ້ ແກ່​ພວກທ່ານ​ແລະ​ນາຍ​ຂອງ​ພວກທ່ານ​ແຕ່​ເທົ່ານັ້ນ​ຊັ້ນບໍ? ບໍ່ແມ່ນ​ດອກ ຂ້າພະເຈົ້າ​ຢາກ​ເວົ້າ​ໃຫ້​ພວກ​ທີ່​ນັ່ງ​ຢູ່​ເທິງ​ກຳແພງ​ນັ້ນ​ໄດ້ຍິນ​ນຳ​ດ້ວຍ ເພາະ​ພວກເຂົາ​ຈະ​ກິນ​ຂີ້​ແລະ​ກິນ​ຍ່ຽວ​ຂອງ​ຕົນເອງ ເໝືອນກັນ​ກັບ​ພວກທ່ານ​ນັ້ນແຫລະ.”


ພວກເຂົາ​ຊຸ່ມປຽກ​ດ້ວຍ​ຝົນ​ຫລັ່ງ​ລົງ​ມາ​ຈາກ​ເທິງ​ພູ ພວກເຂົາ​ບຽດກັນ​ຢູ່​ຂ້າງ​ໂງ່ນຫີນ​ທີ່​ໃຊ້​ກຳບັງ​ນັ້ນ.


ເມື່ອ​ຍາມ​ໜາວ​ມາຮອດ ນາງ​ບໍ່ໄດ້​ກັງວົນ ເພາະວ່າ​ລູກ​ຜົວ​ຂອງຕົນ​ມີ​ເຄື່ອງນຸ່ງ​ອັນ​ອົບອຸ່ນ​ແລ້ວ.


ປະຊາຊົນ​ຄໍ່າຄວນ​ຂະນະທີ່​ຊອກ​ຫາ​ເຂົ້າຈີ່​ກິນ ພວກເຂົາ​ແລກປ່ຽນ​ຊັບສິນ​ກັບ​ອາຫານ ເພື່ອ​ໃຫ້​ມີ​ຊີວິດ​ຢູ່. ຊາວ​ເມືອງ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຫລຽວເບິ່ງ​ດ້ວຍ! ເບິ່ງ​ວ່າ​ຍາກຈົນ​ເທົ່າ​ໃດ.”


ລາວ​ຄິດ​ຢາກ​ກິນ​ໝາກ​ຖົ່ວ​ທີ່​ໝູ​ກິນ​ໃຫ້​ອີ່ມ​ທ້ອງ ແຕ່​ບໍ່ມີ​ຜູ້ໃດ​ເອົາ​ໃຫ້​ລາວ​ກິນ.


“ຍັງ​ມີ​ເສດຖີ​ຄົນ​ໜຶ່ງ ທີ່​ນຸ່ງຫົ່ມ​ເສື້ອຜ້າ​ສີມ່ວງ​ອ່ອນ ແລະ​ຜ້າປ່ານ​ເນື້ອລະອຽດ ປິຕິ​ຍິນດີ​ດ້ວຍ​ອາຫານ​ການກິນ​ຢ່າງ​ປານີດ​ທຸກໆ​ວັນ.


ພວກເຈົ້າ​ໄດ້​ອອກ​ໄປ​ເບິ່ງ​ຫຍັງ? ເບິ່ງ​ຄົນ​ທີ່​ນຸ່ງ​ເຄື່ອງ​ຢ່າງ​ລະອຽດ​ຈົບງາມ​ບໍ? ແທ້ຈິງ​ແລ້ວ ຄົນ​ທີ່​ນຸ່ງຫົ່ມ​ເຄື່ອງ​ອັນ​ຈົບງາມ​ທີ່ສຸດ ແລະ​ໃຊ້​ຊີວິດ​ຢ່າງ​ສະໜຸກ​ສະໜານ​ກໍ​ຢູ່​ໃນ​ຣາຊວັງ.


ແຕ່​ແມ່ໝ້າຍ​ຜູ້​ທີ່​ປ່ອຍ​ຕົວ​ໄປ​ກັບ​ຄວາມ​ສະໜຸກ​ສະໜານ​ນັ້ນ ກໍ​ຕາຍ​ແລ້ວ​ທັງ​ເປັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka