Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 4:3 - ພຣະຄຳພີສັກສິ

3 ແມ່ນແຕ່​ແມ່​ໝາປ່າ​ກໍ​ຍັງ​ລ້ຽງ​ລູກ​ມັນ ແຕ່​ຄົນ​ຂອງຂ້ອຍ​ໂຫດຮ້າຍ​ຕໍ່​ລູກ​ດັ່ງ​ນົກ​ກະຈອກເທດ.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 4:3
14 Jak'a apnaqawi uñst'ayäwi  

ເຊົ້າ​ມື້​ໃໝ່​ມາ ເມື່ອ​ຂ້ານ້ອຍ​ລຸກ​ຂຶ້ນ​ມາ​ວ່າ​ຈະ​ເອົາ​ນົມ​ໃຫ້​ລູກ​ກິນ ກໍ​ເຫັນວ່າ​ລູກ​ຕາຍ​ເສຍ​ແລ້ວ. ເມື່ອ​ຂ້ານ້ອຍ​ເບິ່ງ​ລູກ​ນັ້ນ​ຄັກໆ ກໍ​ເຫັນ​ວ່າ​ບໍ່ແມ່ນ​ລູກ​ຂອງ​ຂ້ານ້ອຍ.”


ຫໍຄອຍ​ກັບ​ຜາສາດ​ຣາຊວັງ​ຕ່າງໆ​ຈະ​ມີ​ສຽງດັງ​ກ້ອງ​ຂອງ​ໝາປ່າ​ແລະ​ໝາໄນ. ເວລາ​ຂອງ​ນະຄອນ​ບາບີໂລນ​ໄດ້​ມາຮອດ​ສາ​ແລ້ວ ມື້​ຂອງ​ນະຄອນ​ບາບີໂລນ​ກຳລັງ​ຈະ​ຈົບສິ້ນ​ລົງ​ແລ້ວ.”


ກົກ​ໜາມ​ໃຫຍ່ນ້ອຍ​ຈະ​ປົ່ງ​ຂຶ້ນ​ເຕັມ​ຣາຊວັງ ແລະ​ຕາມ​ກຳແພງ​ເມືອງ ແລະ​ທີ່ນັ້ນ​ຈະ​ເປັນ​ບ່ອນ​ຢູ່​ຂອງ​ໝາປ່າ​ແລະ​ນົກ​ເຄົ້າ.


ດັ່ງນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ໂຕ້ຕອບ​ຄືນ​ໄປ​ວ່າ, “ຍິງ​ຜູ້ໜຶ່ງ​ລືມໄລ​ລູກ​ທີ່​ຕົນ​ຄອດ​ໄດ້​ຫລື​ບໍ່? ເຖິງ​ວ່າ​ແມ່​ຈະ​ລືມໄລ​ລູກ​ຂອງຕົນ​ກໍຕາມ ແຕ່​ເຮົາ​ຈະ​ບໍ່​ລືມໄລ​ພວກເຈົ້າ​ຈັກເທື່ອ.”


ສັດຕູ​ຈະ​ປິດລ້ອມ​ເມືອງ ແລະ​ພະຍາຍາມ​ຂ້າ​ຊາວ​ເມືອງ​ຖິ້ມ. ການ​ປິດລ້ອມ​ເມືອງ​ຈະ​ເປັນ​ການ​ໜ້າຢ້ານກົວ​ທີ່ສຸດ ຈົນ​ຊາວ​ເມືອງ​ຈະ​ກິນກັນ​ເອງ ແລະ​ກິນ​ແມ່ນແຕ່​ລູກ​ຂອງຕົນເອງ.”


ຂ້າແດ່​ພຣະເຈົ້າຢາເວ ຂໍໂຜດ ເບິ່ງ​ພວກ​ທີ່​ພຣະອົງ​ກຳລັງ​ເຮັດ​ໃຫ້​ທໍລະມານ​ຢູ່​ນັ້ນ ສົມຄວນ​ບໍ​ທີ່​ພວກຜູ້ຍິງ​ພາກັນ​ກິນ​ລູກ​ທີ່​ພວກຕົນ​ຮັກ​ຫລາຍ ສົມຄວນ​ບໍ​ທີ່​ພວກ​ປະໂຣຫິດ​ທັງ​ຜູ້ທຳນວາຍ​ຈະ​ຖືກ​ຂ້າ​ທີ່​ພຣະວິຫານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.


ໄພພິບັດ​ທີ່​ມາ​ເຖິງ​ຄົນ​ຂອງຂ້ອຍ ມີ​ແຕ່​ສິ່ງ​ຢ້ານກົວ ແມ່​ຜູ້​ທີ່​ຮັກ​ລູກ​ຮັກ​ຜົວ ກໍ​ຕົ້ມ​ລູກ​ຂອງ​ຕົນເອງ​ກິນ​ໄດ້.


ຜົນ​ກໍ​ຄື ພວກ​ຜູ້​ເປັນ​ພໍ່​ແມ່​ໃນ​ນະຄອນ​ເຢຣູຊາເລັມ​ຈະ​ກິນ​ລູກ​ຂອງ​ຕົນເອງ ແລະ​ພວກ​ລູກໆ​ກໍ​ຈະ​ກິນ​ພໍ່​ແມ່​ຂອງ​ຕົນເອງ. ເຮົາ​ຈະ​ລົງໂທດ​ເຈົ້າ; ສ່ວນ​ພວກ​ທີ່​ຍັງເຫລືອ​ມີ​ຊີວິດ​ຢູ່​ນັ້ນ ເຮົາ​ຈະ​ກະຈັດ​ກະຈາຍ​ພວກເຂົາ​ໄປ​ທົ່ວ​ທຸກ​ທິດ.”


ພວກເຈົ້າ​ຈະ​ຫິວໂຫຍ​ຢ່າງ​ໜັກ​ທີ່ສຸດ ຈົນ​ຈະ​ຕ້ອງ​ກິນ​ພວກ​ລູກຊາຍ​ລູກຍິງ​ຂອງຕົນເອງ.


ໃຈ​ບໍ່​ສັງເກດ​ການ​ດີ​ແລະ​ຊົ່ວ, ບໍ່​ຖື​ຄຳໝັ້ນ​ສັນຍາ ແລະ​ຂາດ​ຄວາມຮັກ​ຕໍ່​ກັນ ບໍ່ມີ​ຄວາມ​ເມດຕາ​ເອັນດູ​ແກ່​ຜູ້​ອື່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka