2 ພວກຊາຍໜຸ່ມທີ່ເມືອງຊີໂອນນັ້ນ ປະເສີດເລີດລໍ້າດັ່ງຄຳແກ່ພວກເຮົາ ແຕ່ບັດນີ້ ພວກເຂົາກໍນັບເປັນເໝືອນ ໝໍ້ດິນທຳມະດາເທົ່ານັ້ນ.
ພວກເຈົ້າຈະຖືກຕີໃຫ້ແຕກດັ່ງໝໍ້ດິນ ຄືແຕກໝຸ່ນໝົດຈົນບໍ່ມີປ່ຽງໃດພໍຈະເອົາມາໃສ່ຖ່ານໄຟຮ້ອນໄດ້ ຫລືຕັກເອົານໍ້າຈາກຖັງໄດ້.”
ຜູ້ທີ່ຈະນຳພາເຈົ້ານັ້ນບໍ່ມີຈັກຄົນເລີຍ ບໍ່ມີແມ່ນແຕ່ຜູ້ດຽວທີ່ຈະຈູງແຂນເຈົ້າ.
ພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າໃຫ້ໄປຊື້ເອົາໝໍ້ດິນໜ່ວຍໜຶ່ງ. ພຣະອົງຍັງບອກຂ້າພະເຈົ້າໃຫ້ເອົາພວກເຖົ້າແກ່ຂອງປະຊາຊົນ ພ້ອມທັງພວກປະໂຣຫິດຜູ້ອາວຸໂສບາງຄົນ
ໂດຍໃຫ້ບອກວ່າ, “ພຣະເຈົ້າຢາເວໄດ້ກ່າວດັ່ງນີ້: ເຮົາຈະທຸບຕີປະຊາຊົນພ້ອມນະຄອນນີ້ໃຫ້ແຕກ ດັ່ງໄດ້ທຸບໝໍ້ດິນໜ່ວຍນີ້ທີ່ຈອດເຂົ້າກັນບໍ່ໄດ້ອີກ. ປະຊາຊົນຈະຝັງຊາກສົບຂອງຄົນຕາຍໄວ້ ແມ່ນແຕ່ໃນໂຕເຟັດຍ້ອນໃນທີ່ອື່ນບໍ່ມີບ່ອນຝັງ.
ຂ້າພະເຈົ້າຖາມວ່າ, “ກະສັດເຢໂຮຍອາກິນຜູ້ນີ້ເປັນດັ່ງໝໍ້ແຕກ ທີ່ຖືກໂຍນຖິ້ມ ແລະບໍ່ມີຜູ້ໃດຕ້ອງການນັ້ນບໍ? ດ້ວຍເຫດນັ້ນ ລາວເອງແລະລູກຂອງລາວຈຶ່ງໄດ້ຖືກຈັບໄປເປັນຊະເລີຍໃນດິນແດນໜຶ່ງ ຊຶ່ງພວກເຂົາບໍ່ຮູ້ຈັກແມ່ນຫລືບໍ່?”
ບໍ່ວ່າຄົນໜຸ່ມຫລືຄົນເຖົ້າກໍລົ້ມລົງຕາມຫົນທາງ ຊາຍໜຸ່ມຍິງສາວກໍຖືກສັດຕູຂ້າດ້ວຍດາບ. ໃນວັນທີ່ພຣະອົງໂກດຮ້າຍ ພຣະອົງໄດ້ຂ້າພວກເຂົາ ເປັນການຂ້າໝູ່ໂດຍບໍ່ເມດຕາສົງສານ.
ພວກເຈົ້ານາຍທັງຫລາຍກໍໄດ້ຖືກພວກເຂົາຈັບໄປແຂວນຄໍ ແມ່ນແຕ່ຜູ້ເຖົ້າຜູ້ແກ່ກໍບໍ່ມີຄົນນັບຖືດ້ວຍ.
ຊາວອິດສະຣາເອນເປັນດັ່ງຊົນຊາດອື່ນໆ ແລະບໍ່ມີປະໂຫຍດດັ່ງໄຫແຕກ.
ເຮົາຈະໃຊ້ຢູດາໃຫ້ເປັນດັ່ງໜ້າທະນູ ແລະອິດສະຣາເອນໃຫ້ເປັນດັ່ງລູກທະນູດ້ວຍ. ເຮົາຈະໃຊ້ຄົນໃນເມືອງຊີໂອນເປັນດັ່ງດາບດວງໜຶ່ງ ເພື່ອຈະຕໍ່ສູ້ພວກທີ່ມາຈາກປະເທດກຣີກ.
ແຕ່ພວກເຮົາມີຊັບສົມບັດນີ້ ຢູ່ໃນພາຊະນະດິນ ເພື່ອໃຫ້ເຫັນວ່າ ຣິດອຳນາດອັນຍິ່ງໃຫຍ່ນັ້ນເປັນຂອງພຣະເຈົ້າ ບໍ່ໄດ້ມາຈາກພວກເຮົາເອງ.
ໃນເຮືອນໃຫຍ່ຫລັງໃດ ບໍ່ແມ່ນມີແຕ່ພາຊະນະເງິນແລະຄຳເທົ່ານັ້ນ ແຕ່ມີພາຊະນະໄມ້ແລະດິນດ້ວຍ ບາງຢ່າງກໍໃຊ້ເພື່ອເປັນກຽດ ແລະບາງຢ່າງກໍໃຊ້ການທຳມະດາ.