Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 4:18 - ພຣະຄຳພີສັກສິ

18 ສັດຕູ​ກຳລັງ​ຈອບ​ເບິ່ງ​ບາດ​ຍ່າງ​ພວກເຮົາ, ພວກເຮົາ​ຍ່າງ​ໄປມາ​ແມ່ນແຕ່​ຕາມ​ຫົນທາງ​ກໍ​ບໍ່ໄດ້. ວັນ​ຂອງ​ພວກເຮົາ​ນັ້ນ​ມັນ​ກໍ​ສັ້ນ​ເຂົ້າ​ທຸກທີ, ວາລະ​ສຸດທ້າຍ​ຂອງ​ພວກເຮົາ​ມາເຖິງ​ສາ​ແລ້ວ.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 4:18
16 Jak'a apnaqawi uñst'ayäwi  

ພຣະອົງ​ບໍ່​ປ່ອຍ​ໃຫ້​ຂ້ານ້ອຍ​ສຳເລັດຜົນ​ໃດໆ ພໍ​ແຕ່​ໂປໂລ​ຫົວ​ຂຶ້ນ​ມາ ພຣະອົງ​ກໍ​ຂົ່ມ​ຫົວ​ລົງ​ໂລດ. ເພື່ອ​ໃຫ້​ເຈັບປວດ ຊົງ​ຕາມລ່າ​ຂ້ານ້ອຍ​ດັ່ງ​ສິງໂຕ ແລະ​ເຮັດ​ການ​ອັດສະຈັນ​ຕໍ່ສູ້​ຂ້ານ້ອຍ​ດ້ວຍ.


ຂໍ​ໃຫ້​ຜູ້​ທີ່​ໃສ່ຮ້າຍ​ປ້າຍສີ​ຄົນອື່ນ​ຢ່າ​ໄດ້​ເຮັດ​ສຳເລັດຜົນ ຂໍ​ໃຫ້​ສິ່ງ​ຊົ່ວຮ້າຍ​ຕິດຕາມ​ແລະ​ທຳລາຍ​ພວກເຂົາ​ຖິ້ມ.


ພຣະເຈົ້າຢາເວ​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, “ເຈົ້າ​ເວົ້າ​ຖືກ​ແລ້ວ ແລະ​ເຮົາ​ກຳລັງ​ເຝົ້າ​ຄອຍເບິ່ງ ໃຫ້​ຖ້ອຍຄຳ​ຂອງເຮົາ​ກາຍເປັນຈິງ.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ກຳລັງ​ຈະ​ສົ່ງ​ຄົນ​ຈັບປາ​ຫລາຍ​ຄົນ ມາ​ຈັບ​ປະຊາຊົນ​ເຫຼົ່ານີ້. ແລ້ວ​ເຮົາ​ກໍ​ຈະ​ສົ່ງ​ນາຍພານ​ຫລາຍ​ຄົນ ມາ​ໂຫ່​ພວກເຂົາ​ລົງ​ຈາກ​ເທິງ​ພູເຂົາ ແລະ​ເນີນພູ​ທຸກໜ່ວຍ ແລະ​ເຂົ້າ​ໄປ​ໃນ​ຖໍ້າ​ແລະ​ໃນ​ໂງ່ນຫີນ.


ແຕ່​ເມື່ອ​ຂ້າພະເຈົ້າ​ມາຮອດ​ປະຕູ​ເບັນຢາມິນ ກໍ​ມີ​ນາຍ​ທະຫານ​ຮັບຜິດຊອບ​ການ​ເຝົ້າຍາມ​ຄົນ​ໜຶ່ງ​ຊື່​ວ່າ​ອີຣີຢາ​ລູກຊາຍ​ຂອງ​ເຊເລມີຢາ ແລະ​ຫລານຊາຍ​ຂອງ​ຮານານີຢາ ຢັບຢັ້ງ​ຂ້າພະເຈົ້າ​ໄວ້ ແລະ​ກ່າວ​ວ່າ, “ເຈົ້າ​ກຳລັງ​ຈະ​ໜີໄປ​ຫາ​ພວກ​ບາບີໂລນ.”


ຄື​ບັນດາ​ຜູ້ທຳນວາຍ​ກໍ​ເວົ້າ​ແຕ່​ຄຳ​ບໍ່ຈິງ ພວກ​ປະໂຣຫິດ​ກໍ​ປົກຄອງ​ຕາມ​ຄຳສັ່ງ​ຂອງ​ພວກ​ຜູ້ທຳນວາຍ ແລະ​ປະຊາຊົນ​ຂອງເຮົາ​ກໍ​ບໍ່ໄດ້​ຄັດຄ້ານ​ຫຍັງ​ເລີຍ. ແຕ່​ພວກເຂົາ​ຈະ​ເຮັດ​ຢ່າງໃດ​ໃນ​ບັ້ນປາຍ?”


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, “ໃນ​ບໍ່​ຊ້າ ສັດຕູ​ກໍ​ຈະ​ຟັນ​ແລະ​ຢຽບຢໍ່າ​ພວກເຂົາ​ລົງ ດັ່ງ​ຢຽບ​ເມັດ​ເຂົ້າ​ຢູ່​ທີ່​ລານ​ຟາດເຂົ້າ.”


ຂ້ານ້ອຍ​ເປັນ​ດັ່ງ​ນົກ​ທີ່​ຖືກ​ແຮ້ວ​ຂອງ​ສັດຕູ ຜູ້​ທີ່​ບໍ່ມີ​ເຫດຜົນ​ກຽດຊັງ​ຂ້ານ້ອຍ​ໄດ້.


“ມະນຸດ​ເອີຍ ຊາວ​ອິດສະຣາເອນ​ກ່າວ​ວ່າ, ‘ນິມິດ​ກັບ​ການ​ທຳນວາຍ​ຕ່າງໆ​ຂອງ​ເຈົ້າ ແມ່ນ​ເວົ້າ​ເຖິງ​ອະນາຄົດ​ອັນ​ຫ່າງໄກ.’


ພຣະອົງ​ຖາມ​ວ່າ, “ອາໂມດ ເຈົ້າ​ເຫັນ​ຫຍັງ​ແດ່?” ຂ້າພະເຈົ້າ​ຕອບ​ວ່າ, “ເຫັນ​ກະຕ່າ​ໝາກໄມ້​ລະດູຮ້ອນ.” ພຣະເຈົ້າຢາເວ​ໄດ້ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຍຸກ​ສຸດທ້າຍ ໄດ້​ມາຮອດ​ແລ້ວ​ສຳລັບ​ຊາດ​ອິດສະຣາເອນ ປະຊາຊົນ​ຂອງເຮົາ. ເຮົາ​ຈະ​ບໍ່​ປ່ຽນໃຈ​ໃນ​ການ​ລົງໂທດ​ພວກເຂົາ.


ທ່ານ​ຕາມລ່າ​ຜູ້ໃດ? ແມ່ນ​ຂ້ານ້ອຍ​ບໍ ຂ້ານ້ອຍ​ເປັນ​ພຽງແຕ່​ໝາ​ຕາຍ ຫລື​ໂຕ​ໝັດ​ທີ່​ໜ້າ​ສັງເວດ​ເທົ່ານັ້ນ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka