Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 4:17 - ພຣະຄຳພີສັກສິ

17 ພວກເຮົາ​ຫລຽວເບິ່ງ​ຈົນ​ອິດເມື່ອຍ ແຕ່​ບໍ່​ເຫັນ​ຄວາມ​ຊ່ວຍເຫລືອ​ໃດໆ ພວກເຮົາ​ຄອງຄອຍ​ຖ້າ​ຄວາມ​ຊ່ວຍຊູ ຈາກ​ປະເທດ​ທີ່​ບໍ່ມີ​ຫຍັງ​ຊ່ວຍ​ໄດ້.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 4:17
15 Jak'a apnaqawi uñst'ayäwi  

ກະສັດ​ເອຢິບ​ບໍ່ໄດ້​ຍົກທັບ​ຂອງ​ເພິ່ນ​ອອກ​ຈາກ​ປະເທດ​ເອຢິບ​ອີກ ເພາະ​ດຽວ​ນີ້​ກະສັດ​ແຫ່ງ​ບາບີໂລນ​ໄດ້​ຄອບຄອງ​ເຂດແດນ​ທັງໝົດ​ທີ່​ເຄີຍ​ເປັນ​ຂອງ​ປະເທດ​ເອຢິບ ຕັ້ງແຕ່​ແມ່ນໍ້າ​ເອີຟຣັດ​ຈົນເຖິງ​ຊາຍແດນ​ເຂດເໜືອ​ຂອງ​ປະເທດ​ເອຢິບ.


ພວກໃດ​ທີ່​ໄວ້ວາງໃຈ​ປະເທດ​ເອທີໂອເປຍ ແລະ​ເວົ້າ​ອວດ​ໃຫ້​ແກ່​ປະເທດ​ເອຢິບ ພວກນັ້ນ​ກໍ​ຈະ​ຮູ້​ເມື່ອ​ວ່າ​ຕົນ​ຄິດ​ຜິດ​ໄປ​ສາ​ແລ້ວ ຄື​ຄວາມຫວັງ​ຂອງ​ພວກເຂົາ​ໄດ້​ແຕກ​ສະຫລາຍໄປ.


ຂໍ້​ສັນຍາ​ທີ່​ພວກເຈົ້າ​ໄດ້​ເຮັດ​ກັບ​ຄວາມຕາຍ​ຈະ​ຖືກ​ທຳລາຍ ແລະ​ຂໍ້​ຕົກລົງ​ທີ່​ພວກເຈົ້າ​ໄດ້​ເຮັດ​ກັບ​ແດນ​ມໍຣະນາ​ກໍ​ຈະ​ຖືກ​ຍົກເລີກ. ເມື່ອ​ຄວາມ​ຈິບຫາຍ​ມາເຖິງ ມັນ​ຈະ​ຢຽບຢໍ່າ​ພວກເຈົ້າ​ລົງ.


ເຈົ້າ​ຫວັງ​ຈະ​ໄດ້​ຫຍັງ​ແດ່​ທີ່​ເຈົ້າ​ໄປ​ຫາ​ເອຢິບ ຫວັງ​ຈະ​ໄດ້​ດື່ມ​ນໍ້າ​ໃນ​ແມ່ນໍ້າ​ນິນ​ຫລື​ນີ້? ເຈົ້າ​ຫວັງ​ຈະ​ໄດ້​ຫຍັງ​ທີ່​ໄປ​ຫາ​ອັດຊີເຣຍ ຫວັງ​ຈະ​ໄດ້​ດື່ມ​ນໍ້າ​ໃນ​ແມ່ນໍ້າ​ເອີຟຣັດ​ຫລື​ນີ້?


ເຈົ້າ​ໄດ້​ຕີ​ລາຄາ​ເຈົ້າເອງ​ຢ່າງ​ຕໍ່າໆ ໂດຍ​ຫັນໄປ​ຫາ​ບັນດາ​ພະ​ຂອງ​ຊົນຊາດ​ອື່ນໆ. ເອຢິບ​ຈະ​ເຮັດ​ໃຫ້​ເຈົ້າ​ຜິດຫວັງ ດັ່ງ​ອັດຊີເຣຍ​ໄດ້​ເຮັດ​ໃຫ້​ເຈົ້າ​ຜິດຫວັງ​ມາ​ແລ້ວ.


ເຈົ້າ​ຈະ​ອວ່າຍໜ້າ​ໜີ​ຈາກ​ເອຢິບ​ຢ່າງ​ອັບອາຍ​ຈົນ​ແນມເບິ່ງ​ຜູ້ໃດ​ບໍ່ໄດ້. ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ພວກ​ທີ່​ເຈົ້າ​ໄວ້ວາງໃຈ; ເຈົ້າ​ຈະ​ບໍ່ໄດ້​ຫຍັງ​ຈາກ​ພວກເຂົາ​ເລີຍ.”


“ລະດູຮ້ອນ​ຜ່ານ​ພົ້ນ ລະດູ​ເກັບກ່ຽວ​ກຳລັງ​ຈະ​ໝົດ ພວກເຂົາ​ກ່າວ​ວ່າ ແຕ່​ພວກເຮົາ​ຍັງ​ບໍ່ໄດ້​ຖືກ​ຊ່ວຍ​ໃຫ້​ພົ້ນ.”


ຂ້ອຍ​ໄດ້​ເອີ້ນ​ຫາ​ໝູ່ເພື່ອນ​ທີ່​ເຄີຍ​ຮັກແພງ​ກັນ ແຕ່​ພວກເຂົາ​ບໍ່​ຍອມ​ໃຫ້​ຄວາມ​ຊ່ວຍເຫລືອ​ແກ່​ຂ້ອຍ. ພວກ​ປະໂຣຫິດ​ແລະ​ຜູ້ນຳ​ກໍ​ລົ້ມຕາຍ​ຢູ່​ໃນ​ເມືອງ ຂະນະທີ່​ພວກເຂົາ​ຊອກ​ຫາ​ອາຫານ​ກິນ​ໃຫ້​ມີ​ຊີວິດ​ຢູ່.


ບັດນີ້ ເມື່ອ​ຕົກ​ຢູ່​ໃນ​ສະພາບ​ຮົກຮ້າງ​ເພພັງ ນະຄອນ​ເຢຣູຊາເລັມ​ກໍ​ຄິດເຖິງ​ສິ່ງ​ຮຸ່ງເຮືອງ​ໃນ​ອະດີດ. ເມື່ອ​ນາງ​ຢູ່​ໃນ​ກຳມື​ຂອງ​ສັດຕູ​ນັ້ນ​ກໍ​ບໍ່ມີ​ຜູ້ໃດ​ຊ່ວຍເຫຼືອ​ນາງ, ຜູ້​ທີ່​ຊະນະ​ເພາະ​ຕົນ​ຫຼົ້ມຈົມ​ກໍ​ຫົວຂວັນ​ໃສ່​ຊໍ້າ.


ເພື່ອ​ຢາກ​ມີ​ອາຫານ​ລ້ຽງ​ຊີບ​ໃຫ້​ມີ​ຊີວິດ​ຢູ່​ຕໍ່ໄປ ຕ້ອງ​ໄປ​ຂໍທານ​ນຳ​ເອຢິບ​ແລະ​ອັດຊີເຣຍ​ພຸ້ນ.


ຊາດ​ອິດສະຣາເອນ​ຈະ​ບໍ່​ຂຶ້ນ​ຕໍ່​ພວກເຂົາ​ເພື່ອ​ໃຫ້​ຊ່ວຍເຫລືອ​ອີກ​ຕໍ່ໄປ. ຊາຕາກຳ​ຂອງ​ເອຢິບ​ຈະ​ເຕືອນ​ຊາດ​ອິດສະຣາເອນ​ໃຫ້​ສຳນຶກ​ເຖິງ​ວ່າ, ຕົນ​ໄດ້​ຜິດພາດ​ສໍ່າໃດ​ທີ່​ເພິ່ງພາ​ອາໄສ​ພວກເຂົາ. ແລ້ວ​ຊາດ​ອິດສະຣາເອນ​ກໍ​ຈະ​ຮູ້ວ່າ ເຮົາ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ.”’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka