ເພງ^ຄໍ່າຄວນ 4:16 - ພຣະຄຳພີສັກສິ16 ພຣະເຈົ້າຢາເວບໍ່ໄດ້ເປັນຫ່ວງພວກເຂົາອີກຕໍ່ໄປ ພຣະອົງເອງເປັນຜູ້ໃຫ້ພວກເຂົາແຕກກະຈັດກະຈາຍ. ພຣະອົງບໍ່ໄດ້ເຫັນແກ່ໜ້າພວກປະໂຣຫິດ ທັງບໍ່ໃຫ້ຄວາມນັບຖືຕໍ່ພວກຜູ້ປົກຄອງຂອງພວກເຂົາດ້ວຍ. Uka jalj uñjjattʼäta |
ສະນັ້ນ ພຣະອົງຈຶ່ງໄດ້ນຳເອົາກະສັດແຫ່ງບາບີໂລນ ມາໂຈມຕີພວກເຂົາ. ກະສັດໄດ້ຂ້າຊາຍໜຸ່ມຊາວຢູດາແມ່ນແຕ່ໃນວິຫານແຫ່ງສະຖານທີ່ສັກສິດຂອງພວກເຂົາ. ເພິ່ນບໍ່ໄດ້ເມດຕາຕໍ່ຜູ້ໃດຜູ້ໜຶ່ງເລີຍ, ບໍ່ວ່າໜຸ່ມຫລືແກ່, ຊາຍຫລືຍິງ, ເຈັບປ່ວຍຫລືຢູ່ດີມີແຮງ. ພຣະເຈົ້າໄດ້ມອບພວກເຂົາໃຫ້ຢູ່ໃຕ້ອຳນາດຂອງເພິ່ນ.