15 ປະຊາຊົນຮ້ອງໃສ່ພວກເຂົາວ່າ, “ໜີໄປສາ ພວກເຈົ້າເປັນມົນທິນ ຢ່າສູ່ແຕະຕ້ອງຂ້ອຍ.” ສະນັ້ນ ພວກເຂົາຈຶ່ງໄດ້ຊັດເຊພະເນຈອນໄປ ຈາກປະເທດນີ້ສູ່ທີ່ອື່ນໄກຂາດການຕ້ອນຮັບ.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາຈະນຳຄວາມຢ້ານກົວອັນໃຫຍ່ມາສູ່ພວກເຈົ້າຮອບດ້ານ. ພວກເຈົ້າທັງໝົດຈະແລ່ນປົບໜີໄປ, ແຕ່ລະຄົນຈະແລ່ນເອົາຊີວິດລອດ ແລະຈະບໍ່ມີຜູ້ໃດຈະນຳທະຫານຂອງພວກເຈົ້າທີ່ແຕກໄປນັ້ນ ມາເຕົ້າໂຮມກັນໄດ້ອີກ.
ຊາວຢູດາຕົກເປັນທາດຂາດຜູ້ຊ່ວຍເຫລືອ ທັງຖືກບັງຄັບໃຫ້ໜີຫ່າງໄກຈາກເມືອງບ້ານ. ພວກເຂົາອາໄສຢູ່ໃນແດນອື່ນບໍ່ມີບ່ອນເປັນຂອງຕົນເອງ ຖືກອ້ອມດ້ວຍສັດຕູ ບໍ່ມີທາງທີ່ຈະປົບໜີໄປໄດ້.