14 ພວກຜູ້ຄົນຍ່າງເຕະຝຸ່ນຕາມທາງໃນນະຄອນ ດັ່ງຄົນຕາບອດຍ່າງໄປມາລ້າໆ ຊຶ່ງມີຮອຍເລືອດຕິດຢູ່ຕາມເຄື່ອງນຸ່ງ ຈົນບໍ່ມີຜູ້ໃດກ້າຈັບບາຍພວກເຂົາ.
ເມື່ອພວກເຈົ້າຍົກມືຂຶ້ນພາວັນນາອະທິຖານຫາເຮົາ, ເຮົາກໍຈະບໍ່ຫລຽວເບິ່ງພວກເຈົ້າ. ແມ່ນວ່າພວກເຈົ້າຈະພາວັນນາອະທິຖານຢ່າງໃດກໍຕາມ ເຮົາກໍຈະບໍ່ຟັງເພາະມືພວກເຈົ້າເປິເປື້ອນດ້ວຍເລືອດ.
ພຣະອົງກ່າວວ່າ, “ບັນດາຜູ້ນຳທັງໝົດ ຄືຜູ້ທີ່ຖືກສົ່ງມາຕັກເຕືອນປະຊາຊົນຂອງເຮົານັ້ນຕາບອດໝົດ ພວກເຂົາບໍ່ຮູ້ຈັກຫຍັງ. ພວກເຂົາເປັນດັ່ງໝານອນເຝົ້າທີ່ບໍ່ເຫົ່າ ຄືມັກເອ່ນຕົວລົງ ແລະເພີ້ຝັນ. ພວກເຂົາມັກນອນຫລາຍແທ້.
ເຄື່ອງນຸ່ງຂອງເຈົ້າເປິເປື້ອນໄປດ້ວຍເລືອດຂອງຄົນຍາກຈົນ ແລະຄົນບໍ່ມີຄວາມຜິດ; ແຕ່ບໍ່ແມ່ນເລືອດຂອງຄົນຢ່ອງເຂົ້າໄປລັກເຄື່ອງໃນເຮືອນ. ທັງໆທີ່ເຈົ້າໄດ້ເຮັດສິ່ງທັງໝົດນີ້ກໍຕາມ
ແລະພໍຂ້າພະເຈົ້າໄດ້ກ່າວສິ່ງທັງໝົດ ທີ່ພຣະເຈົ້າຢາເວໄດ້ສັ່ງໃຫ້ຂ້າພະເຈົ້າກ່າວຈົບແລ້ວ ພວກເຂົາກໍແລ່ນເຂົ້າມາເພື່ອຫຸ້ມຈັບກຸມຂ້າພະເຈົ້າໄວ້ ແລະຮ້ອງຂຶ້ນວ່າ, “ເຈົ້າຄວນຈະຖືກຂ້າຍ້ອນຄຳເວົ້າຂອງເຈົ້າ
ບັນດາຄົນຊອບທຳຈະກ່າວໂທດພວກເຂົາ ຖານຫລີ້ນຊູ້ແລະຖານເປັນຄາດຕະກອນຍ້ອນພວກເຂົາຫລີ້ນຊູ້ ແລະມືພວກເຂົາກໍເປິເປື້ອນໄປດ້ວຍເລືອດ.”
ພວກເຂົາເຮັດຄຳສັນຍາແລະລະເມີດຄຳສັນຍານັ້ນ. ພວກເຂົາຂີ້ຕົວະ, ເປັນຄາດຕະກອນ, ຂີ້ລັກ ແລະຫລີ້ນຊູ້ສູ່ຜົວເມຍຄົນອື່ນ. ອາຊະຍາກຳມີເພີ່ມຂຶ້ນ ແລະການຂ້າຟັນກັນກໍມີຢູ່ທຸກມື້ທຸກເວັນ.
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເຮົາຈະນຳໄພພິບັດດັ່ງກ່າວນັ້ນ ມາສູ່ມະນຸດສະໂລກ ຊຶ່ງທຸກຄົນຈະງົມທາວໄປມາດັ່ງຄົນຕາບອດ ເພາະວ່າພວກເຂົາໄດ້ເຮັດບາບຕໍ່ສູ້ຂອງພຣະເຈົ້າຢາເວ; ເລືອດຂອງພວກເຂົາຈະຖືກຖອກຖິ້ມດັ່ງຖອກນໍ້າ ແລະຊາກສົບຂອງຄົນຕາຍຈະແບເນົ່າເໝັນຢູ່ຕາມພື້ນດິນ.”
ຖ້າຫາກມີຄົນໜຶ່ງຄົນໃດຈັບບາຍຄົນທີ່ຖືກຂ້າຕາຍ ຫລືຕາຍຕາມທຳມະດານອກຫໍເຕັນ ຫລືຖ້າຫາກມີຄົນໜຶ່ງຄົນໃດຈັບບາຍກະດູກຫລືຂຸມຝັງສົບ ຜູ້ນັ້ນຈະເປັນມົນທິນຢູ່ເຈັດວັນ.
ຖ້າພວກເຈົ້າຫາກເຮັດເຊັ່ນນັ້ນ ກໍເທົ່າກັບເຮັດໃຫ້ດິນແດນທີ່ພວກເຈົ້າພວມອາໄສຢູ່ນັ້ນເປັນມົນທິນ. ເມື່ອຜູ້ຂ້າຄົນເຮັດໃຫ້ດິນແດນເປັນມົນທິນ ກໍບໍ່ມີພິທີໃດຈະຊຳລະມົນທີນໃຫ້ໝົດໄປຈາກດິນແດນໄດ້ ນອກຈາກການປະຫານຊີວິດຂອງຜູ້ຂ້າຄົນນັ້ນ.
ຢ່າສົນນຳພວກເຂົາເທາະ! ພວກເຂົາເປັນຄົນຕາບອດນຳຄົນຕາບອດ ແລະເມື່ອຄົນຕາບອດຈູງຄົນຕາບອດໄປ ເຂົາທັງສອງກໍຕົກລົງໃນຂຸມ.”
ໂດຍທີ່ຄວາມຄິດຂອງພວກເຂົາມືດມົນໄປ ແລະພວກເຂົາຢູ່ຫ່າງຈາກຊີວິດ ຊຶ່ງມາຈາກພຣະເຈົ້າ ເພາະເຫດຄວາມຮູ້ເທົ່າບໍ່ເຖິງການ ທີ່ມີຢູ່ໃນຕົວພວກເຂົາ ອັນເນື່ອງຈາກໃຈແຂງກະດ້າງຂອງພວກເຂົາ.