12 ແມ່ນແຕ່ຜູ້ປົກຄອງຄົນຕ່າງຊາດທັງຄົນອື່ນໆກໍດີ ກໍບໍ່ເຊື່ອວ່າມີນັກຮຸກຮານບຸປະຕູນະຄອນເຢຣູຊາເລັມໄດ້.
ໃນວັນທີເຈັດ ເດືອນຫ້າ ຂອງປີທີສິບເກົ້າ ໃນຣາຊການຂອງກະສັດເນບູກາເນັດຊາແຫ່ງບາບີໂລນ ເນບູຊາຣາດານຜູ້ເປັນທີ່ປຶກສາ ແລະຜູ້ບັນຊາການກອງທັບຂອງເພິ່ນ ໄດ້ເຂົ້າໄປໃນນະຄອນເຢຣູຊາເລັມ.
ນະຄອນເຢຣູຊາເລັມເອີຍ ເຈົ້າຕັ້ງຢູ່ ສູງເດັ່ນເໜືອຮ່ອມພູທັງຫລາຍ ດັ່ງໂງ່ນຫີນສູງເດັ່ນໃນທ່າມກາງທົ່ງພຽງ, ແຕ່ເຮົາຈະຕໍ່ສູ້ເຈົ້າ. ພຣະເຈົ້າຢາເວກ່າວດັ່ງນີ້: ເຈົ້າເວົ້າວ່າ, ບໍ່ມີຜູ້ໃດໂຈມຕີເຈົ້າ ຫລືຕີທີ່ປ້ອງກັນຂອງເຈົ້າໄດ້.