Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 4:10 - ພຣະຄຳພີສັກສິ

10 ໄພພິບັດ​ທີ່​ມາ​ເຖິງ​ຄົນ​ຂອງຂ້ອຍ ມີ​ແຕ່​ສິ່ງ​ຢ້ານກົວ ແມ່​ຜູ້​ທີ່​ຮັກ​ລູກ​ຮັກ​ຜົວ ກໍ​ຕົ້ມ​ລູກ​ຂອງ​ຕົນເອງ​ກິນ​ໄດ້.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 4:10
12 Jak'a apnaqawi uñst'ayäwi  

ຕໍ່ມາ ໃນ​ວັນ​ທີ​ເກົ້າ ຂອງ​ເດືອນ​ສີ່ ຂອງ​ປີ​ດຽວກັນ​ນັ້ນ ໄດ້​ເກີດ​ການ​ອຶດຢາກ​ຢ່າງ​ຮ້າຍແຮງ ຈົນ​ປະຊາຊົນ​ບໍ່​ມີ​ຫຍັງ​ກິນ


ທົ່ວ​ທັງ​ເມືອງ​ກຳລັງ​ອຶກກະທຶກ ເຕັມ​ໄປ​ດ້ວຍ​ສຽງ​ຄຶກໂຄມ​ແລະ​ຕື່ນເຕັ້ນ. ພວກ​ຜູ້ຊາຍ​ທີ່​ຕາຍ​ໃນ​ເສິກ​ນີ້ ບໍ່ໄດ້​ຕາຍ​ຍ້ອນ​ການ​ສູ້ຮົບ.


ດັ່ງນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ໂຕ້ຕອບ​ຄືນ​ໄປ​ວ່າ, “ຍິງ​ຜູ້ໜຶ່ງ​ລືມໄລ​ລູກ​ທີ່​ຕົນ​ຄອດ​ໄດ້​ຫລື​ບໍ່? ເຖິງ​ວ່າ​ແມ່​ຈະ​ລືມໄລ​ລູກ​ຂອງຕົນ​ກໍຕາມ ແຕ່​ເຮົາ​ຈະ​ບໍ່​ລືມໄລ​ພວກເຈົ້າ​ຈັກເທື່ອ.”


ສັດຕູ​ຈະ​ປິດລ້ອມ​ເມືອງ ແລະ​ພະຍາຍາມ​ຂ້າ​ຊາວ​ເມືອງ​ຖິ້ມ. ການ​ປິດລ້ອມ​ເມືອງ​ຈະ​ເປັນ​ການ​ໜ້າຢ້ານກົວ​ທີ່ສຸດ ຈົນ​ຊາວ​ເມືອງ​ຈະ​ກິນກັນ​ເອງ ແລະ​ກິນ​ແມ່ນແຕ່​ລູກ​ຂອງຕົນເອງ.”


ຂ້ອຍ​ຮ້ອງໄຫ້​ຈົນ​ຕາຕູບ​ຕາໂປ​ຢ່າງ​ອິດອ່ອນ ຂ້ອຍ​ເຈັບປວດ​ຍ້ອນ ເພາະ​ເມື່ອຍອ່ອນ​ໃນ​ຈິດໃຈ. ຂ້ອຍ​ອິດອ່ອນ​ຍ້ອນ​ເສົ້າໂສກ​ທີ່​ປະຊາຊົນ​ຖືກ​ທຳລາຍ ພວກ​ເດັກນ້ອຍ​ກໍ​ລົ້ມລົງ​ຕາມ​ທາງ​ດ້ວຍ.


ຂ້າແດ່​ພຣະເຈົ້າຢາເວ ຂໍໂຜດ ເບິ່ງ​ພວກ​ທີ່​ພຣະອົງ​ກຳລັງ​ເຮັດ​ໃຫ້​ທໍລະມານ​ຢູ່​ນັ້ນ ສົມຄວນ​ບໍ​ທີ່​ພວກຜູ້ຍິງ​ພາກັນ​ກິນ​ລູກ​ທີ່​ພວກຕົນ​ຮັກ​ຫລາຍ ສົມຄວນ​ບໍ​ທີ່​ພວກ​ປະໂຣຫິດ​ທັງ​ຜູ້ທຳນວາຍ​ຈະ​ຖືກ​ຂ້າ​ທີ່​ພຣະວິຫານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.


ນໍ້າຕາ​ຂ້ານ້ອຍ​ໄຫລຫລັ່ງ​ດັ່ງ​ສາຍ​ທາລາ ເພາະ​ປະຊາຊົນ​ຂອງ​ຂ້ານ້ອຍ​ຖືກ​ທຳລາຍ.


ແມ່ນແຕ່​ແມ່​ໝາປ່າ​ກໍ​ຍັງ​ລ້ຽງ​ລູກ​ມັນ ແຕ່​ຄົນ​ຂອງຂ້ອຍ​ໂຫດຮ້າຍ​ຕໍ່​ລູກ​ດັ່ງ​ນົກ​ກະຈອກເທດ.


ຜົນ​ກໍ​ຄື ພວກ​ຜູ້​ເປັນ​ພໍ່​ແມ່​ໃນ​ນະຄອນ​ເຢຣູຊາເລັມ​ຈະ​ກິນ​ລູກ​ຂອງ​ຕົນເອງ ແລະ​ພວກ​ລູກໆ​ກໍ​ຈະ​ກິນ​ພໍ່​ແມ່​ຂອງ​ຕົນເອງ. ເຮົາ​ຈະ​ລົງໂທດ​ເຈົ້າ; ສ່ວນ​ພວກ​ທີ່​ຍັງເຫລືອ​ມີ​ຊີວິດ​ຢູ່​ນັ້ນ ເຮົາ​ຈະ​ກະຈັດ​ກະຈາຍ​ພວກເຂົາ​ໄປ​ທົ່ວ​ທຸກ​ທິດ.”


ພວກເຈົ້າ​ຈະ​ຫິວໂຫຍ​ຢ່າງ​ໜັກ​ທີ່ສຸດ ຈົນ​ຈະ​ຕ້ອງ​ກິນ​ພວກ​ລູກຊາຍ​ລູກຍິງ​ຂອງຕົນເອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka