8 ຂ້ອຍຮ້ອງຫາຜູ້ຊ່ວຍເຫລືອສຽງດັງໆ ແຕ່ພຣະເຈົ້າບໍ່ຟັງສຽງຮ້ອງຂອງຂ້ອຍ;
ຂ້ອຍປະທ້ວງຕໍ່ຄວາມຮຸນແຮງ ແຕ່ບໍ່ມີຜູ້ໃດຟັງເລີຍ ບໍ່ມີຜູ້ໃດໄດ້ຍິນຄຳຮ້ອງຂໍຄວາມຍຸດຕິທຳສຳລັບຂ້ອຍ.
ຂ້າແດ່ພຣະເຈົ້າ ຂ້ານ້ອຍຮ້ອງຫາພຣະອົງ, ແຕ່ຄຳຕອບບໍ່ມີ ເມື່ອຂ້ານ້ອຍພາວັນນາອະທິຖານຫາ ພຣະອົງກໍບໍ່ເອົາໃຈໃສ່.
ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍຮ້ອງຫາໃນກາງເວັນ ແຕ່ພຣະອົງບໍ່ໃຫ້ຄຳຕອບ ຂ້ານ້ອຍເອີ້ນຫາພຣະອົງໃນເວລາກາງຄືນ ຈົນວ່າບໍ່ໄດ້ຮັບການພັກຜ່ອນ.
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ດົນປານໃດທີ່ຍັງຊົງໂກດຮ້າຍ ຕໍ່ຄຳພາວັນນາອະທິຖານຂອງປະຊາຊົນພຣະອົງນັ້ນ?
ພຣະອົງໄດ້ຕາມສັງຫານຂ້ານ້ອຍທັງຫລາຍ ພຣະເມດຕາກໍຖືກສັບຊ້ອນໂດຍພຣະໂກດຮ້າຍ
ຄຳພາວັນນາອະທິຖານຂອງພວກຂ້ານ້ອຍຂຶ້ນໄປບໍ່ເຖິງ ຍ້ອນຄວາມຮ້າຍຂອງພຣະອົງຕຶບໜາດັ່ງກ້ອນເມກ.
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຈະຕ້ອງຮ້ອງຂໍໃຫ້ພຣະອົງຊ່ວຍເຫລືອດົນປານໃດ ກ່ອນພຣະອົງຈະສະດັບຮັບຟັງຂ້ານ້ອຍ ກ່ອນທີ່ພຣະອົງຈະຊ່ວຍຊູພວກຂ້ານ້ອຍໃຫ້ພົ້ນຈາກການທາລຸນ?
ພໍເຖິງບ່າຍສາມໂມງ ພຣະເຢຊູເຈົ້າໄດ້ຮ້ອງຂຶ້ນດ້ວຍສຽງດັງວ່າ, “ເອລີ ເອລີ ແລມາ ສາບັກທານີ?” ຊຶ່ງແປວ່າ, “ພຣະເຈົ້າຂອງຂ້ານ້ອຍ, ພຣະເຈົ້າຂອງຂ້ານ້ອຍເອີຍ, ດ້ວຍເຫດໃດພຣະອົງຈຶ່ງປະຖິ້ມຂ້ານ້ອຍເສຍ?”
ດ້ວຍວ່າ, ທຸກຄົນທີ່ໝັ່ນຂໍ ກໍໄດ້ຮັບ ຜູ້ໃດທີ່ໝັ່ນຊອກຫາ ກໍໄດ້ພົບ ແລະຜູ້ໃດທີ່ໝັ່ນເຄາະ ກໍຈະມີຜູ້ໄຂປະຕູໃຫ້.