Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 3:7 - ພຣະຄຳພີສັກສິ

7 ພຣະອົງ​ໄດ້​ເອົາ​ໂສ້​ລ່າມ​ຂ້ອຍ​ໄວ້​ເປັນ​ຢ່າງດີ ເປັນ​ນັກໂທດ​ທີ່​ບໍ່ມີ​ຫວັງ​ປົບໜີໄປ​ໄດ້.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 3:7
11 Jak'a apnaqawi uñst'ayäwi  

ພຣະເຈົ້າ​ກີດກັ້ນ​ຫົນທາງ​ຂ້ອຍ​ຈຶ່ງ​ຜ່ານ​ໄປ​ບໍ່​ໄດ້ ພຣະອົງ​ອັດ​ຫົນທາງ​ຂອງຂ້ອຍ​ໃນ​ຄວາມມືດ.


ພຣະເຈົ້າ​ເຊື່ອງ​ຊ້ອນ​ອະນາຄົດ​ຂອງ​ພວກເຂົາ ແລະ​ໄດ້​ປິດລ້ອມ​ພວກເຂົາ​ໄວ້​ທຸກໆ​ດ້ານ.


ພຣະອົງ​ໄດ້​ເຮັດ​ໃຫ້​ໝູ່ເພື່ອນ​ຜູ້​ໃກ້ຊິດ​ຂອງ​ຂ້ານ້ອຍ​ປະຖິ້ມ​ຂ້ານ້ອຍ​ໄປ ຂ້ານ້ອຍ​ຖືກ​ພວກເຂົາ​ກຽດຊັງ ແລະ​ຖືກ​ຂັງ​ໄວ້​ຈົນ​ໜີໄປ​ບໍ່ໄດ້


ສາຍ​ຕາ​ຂ້ານ້ອຍ​ກໍ​ຄ່ອຍໆ​ມືດມົວ​ໄປ ເພາະ​ຄວາມທຸກໃຈ​ໄດ້​ບີບຄັ້ນ​ຂ້ານ້ອຍ​ໄວ້ ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງຫາ​ພຣະອົງ​ຢູ່​ທຸກ​ວັນ ໂດຍ​ຍົກ​ມື​ຂຶ້ນ​ພາວັນນາ​ອະທິຖານ​ຫາ​ພຣະອົງ.


ສະນັ້ນ ພວກເຂົາ​ຈຶ່ງ​ຈັບ​ຂ້າພະເຈົ້າ​ໄປ ແລະ​ໃຊ້​ເຊືອກ​ຢ່ອນ​ຂ້າພະເຈົ້າ​ລົງ​ໃນ​ສ້າງ​ຂອງ​ເຈົ້າຊາຍ​ມານກີຢາ ຊຶ່ງ​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ​ນັ້ນ​ເອງ. ຢູ່​ໃນ​ສ້າງ​ໜ່ວຍ​ນີ້​ບໍ່ມີ​ນໍ້າ ແລະ​ມີ​ແຕ່​ຂີ້ຕົມ ແລະ​ຂ້າພະເຈົ້າ​ກໍ​ຈົມລົງ​ໃນ​ຂີ້ຕົມ​ນັ້ນ.


ບັດນີ້ ຂ້ອຍ​ຈະ​ແກ້​ໂສ້​ທີ່​ລ່າມ​ເຈົ້າ​ອອກ ແລະ​ປົດປ່ອຍ​ເຈົ້າ​ໃຫ້​ເປັນ​ອິດສະຫລະ. ຖ້າ​ເຈົ້າ​ຢາກ​ໄປ​ບາບີໂລນ​ນຳ​ຂ້ອຍ ເຈົ້າ​ກໍ​ໄປ​ໄດ້ ແລະ​ຂ້ອຍ​ຈະ​ເບິ່ງແຍງ​ເຈົ້າ. ແຕ່​ຖ້າ​ເຈົ້າ​ບໍ່​ຢາກ​ໄປ ກໍ​ບໍ່​ຈຳເປັນ​ຕ້ອງ​ໄປ. ເຈົ້າ​ເລືອກ​ໄປ​ທີ່ໃດ​ກໍໄດ້​ໃນ​ທົ່ວ​ດິນແດນ​ນີ້ ແລະ​ເຈົ້າ​ໄປ​ທີ່ໃດ​ກໍໄດ້​ຕາມ​ທີ່​ເຈົ້າ​ຕ້ອງການ.”


ພຣະອົງ​ບັນທຶກ​ທຸກ​ການບາບ​ທີ່​ຂ້ອຍ​ໄດ້​ເຮັດ​ມາ ແລ້ວ​ກໍ​ມັດ​ທັງໝົດ​ລວມເຂົ້າ​ໃສ່​ກັນ​ໄວ້; ພຣະອົງ​ຫ້ອຍ​ບາບ​ເຫຼົ່ານັ້ນ​ໃສ່​ໄວ້​ເທິງ​ຄໍ ຂ້ອຍ​ຈຶ່ງ​ອ່ອນເພຍ​ເພາະ​ບາບກຳ​ນັ້ນ​ໜັກຫຼາຍ. ພຣະເຈົ້າຢາເວ​ມອບ​ຂ້ອຍ​ໃຫ້​ເຫຼົ່າ​ສັດຕູ ແລະ​ຂ້ອຍ​ກໍ​ບໍ່ມີ​ຜູ້ໃດ​ຊ່ວຍ​ຂ້ອຍ​ຕໍ່ສູ້​ພວກເຂົາ​ໄດ້.


ເມື່ອ​ຂ້ອຍ​ຍ່າງຍ້າຍ​ກໍ​ຍ່າງ​ໂຊເຊ​ໄປ ຫັນໄປ​ທາງ​ໃດ​ກໍ​ມີ​ແຕ່​ກຳແພງ​ຫີນ​ຕັນ​ໄວ້.


ຖືກ​ໄລ່​ໄປ​ດັ່ງ​ລໍ​ຫລື​ອູດ​ທີ່​ແບກ​ຂອງ​ໜັກ ອິດເມື່ອຍ​ອ່ອນແຮງ​ແຕ່​ກໍ​ບໍ່ໄດ້​ພັກຜ່ອນ.


ພຣະອົງ​ໄດ້​ເຮັດ​ຕໍ່​ພວກ​ຂ້ານ້ອຍ ແລະ​ພວກ​ຜູ້ປົກຄອງ ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້. ພຣະອົງ​ລົງໂທດ​ນະຄອນ​ເຢຣູຊາເລັມ​ຮ້າຍແຮງ ກວ່າ​ເມືອງ​ໃດໆ​ໃນ​ແຜ່ນດິນ​ໂລກ


ສະນັ້ນ ເຮົາ​ຈຶ່ງ​ຈະ​ກີດກັ້ນ​ນາງ​ດ້ວຍ​ພຸ່ມໜາມ ແລະ​ຈະ​ສ້າງ​ກຳແພງ​ຕັນ​ທາງ​ຂອງ​ນາງ​ໄວ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka