59 ຈົ່ງຕັດສິນຂ້ານ້ອຍດ້ວຍຄວາມເມດຕາສາ ພຣະເຈົ້າຢາເວຮູ້ເຖິງຄວາມຜິດທີ່ມີຕໍ່ສູ້ຂ້ານ້ອຍນັ້ນ.
ເມື່ອເປັນເຊັ່ນນີ້ຣາເຊັນຈຶ່ງເວົ້າວ່າ, “ພຣະເຈົ້າໄດ້ຕັດສິນເຂົ້າຂ້າງຂ້ອຍສາແລ້ວ. ພຣະອົງໄດ້ຍິນຄຳພາວັນນາອະທິຖານຂອງຂ້ອຍ ຈຶ່ງໃຫ້ຂ້ອຍມີລູກຊາຍ.” ນາງໃສ່ຊື່ໃຫ້ເດັກນ້ອຍນີ້ວ່າ ດານ.
ຖ້າພຣະເຈົ້າແຫ່ງບັນພະບຸລຸດຂອງຂ້ອຍ ຄືພຣະເຈົ້າຂອງອັບຣາຮາມແລະອີຊາກ ບໍ່ໄດ້ສະຖິດຢູ່ນຳຂ້ອຍ; ປານນີ້ເຈົ້າຄົງໄລ່ຂ້ອຍໜີໄປມືເປົ່າແລ້ວ. ແຕ່ພຣະເຈົ້າເຫັນຄວາມທຸກລຳບາກຂອງຂ້ອຍ ທັງຮູ້ຈັກວຽກງານທີ່ຂ້ອຍໄດ້ເຮັດ ແລະໃນຄືນວານນີ້ ພຣະອົງຈຶ່ງຕັດສິນຄວາມໃຫ້.”
ແຕ່ພຣະອົງເຫັນ ທັງສັງເກດເບິ່ງຄວາມເດືອດຮ້ອນ ຄວາມທໍລະມານ ແລະພ້ອມສະເໝີທີ່ຈະຊ່ວຍເຫລືອ ຄົນຂາດທີ່ເພິ່ງກໍມອບຕົວໄວ້ກັບພຣະອົງ ອົງຊົງຊ່ວຍເຫລືອຄົນຂັດສົນຢູ່ສະເໝີ.
ຂ້າແດ່ພຣະເຈົ້າຢາເວ ຂໍຊົງພິສູດຂ້ານ້ອຍດ້ວຍເຖີດ ເພາະວ່າຂ້ານ້ອຍດຳເນີນຊີວິດຢ່າງບໍ່ມີຕຳໜິ ແລະຂ້ານ້ອຍໄວ້ວາງໃຈໃນພຣະເຈົ້າຢາເວ ໂດຍປັດສະຈາກຄວາມຫວັ່ນໄຫວ.
ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດຕໍ່ຕ້ານຜູ້ທີ່ຂັດຂວາງຂ້ານ້ອຍເຖີດ ໂຜດຕໍ່ສູ້ພວກທີ່ຕໍ່ສູ້ຂ້ານ້ອຍນັ້ນ
ຂໍຊົງໂຜດລຸກຂຶ້ນມາປົກປ້ອງ ແລະຕື່ນຂຶ້ນແກ້ຄະດີໃຫ້ຂ້ານ້ອຍແດ່. ພຣະເຈົ້າແລະອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍເອີຍ.
ຂ້າແດ່ພຣະເຈົ້າ ໂຜດປະກາດວ່າຂ້ານ້ອຍບໍ່ມີຄວາມຜິດ ຂໍຊົງໂຜດຊ່ວຍແກ້ຄະດີໃຫ້ຂ້ານ້ອຍດ້ວຍ ຄົນບໍ່ເຊື່ອພຣະເຈົ້າໄດ້ກ່າວຕໍ່ສູ້ຂ້ານ້ອຍ ໂຜດຊ່ວຍກູ້ຂ້ານ້ອຍຈາກຄົນຂີ້ຕົວະແລະຊົ່ວຮ້າຍ.
ພຣະອົງຕັດສິນຢ່າງສັດຊື່ແລະຍຸດຕິທຳ ພຣະອົງໄດ້ຕັດສິນເຂົ້າຂ້າງຂ້ານ້ອຍແລ້ວ.
ຂ້ານ້ອຍນີ້ ຊ່າງເປັນຄົນທີ່ຂາດຄວາມສຸກໃຈແທ້ນໍ ເປັນຫຍັງນໍແມ່ຈຶ່ງເກີດຂ້ານ້ອຍມາຢູ່ໃນໂລກນີ້? ຂ້ານ້ອຍຈຶ່ງຕ້ອງປາກເວົ້າຜິດຖຽງ ແລະໂຕ້ແຍ້ງກັບທຸກໆຄົນທີ່ຢູ່ໃນດິນແດນນີ້. ຂ້ານ້ອຍບໍ່ໄດ້ໃຫ້ຜູ້ໃດຢືມເງິນ ຫລືຢືມເງິນຈາກຜູ້ໃດເລີຍ, ແຕ່ປານນັ້ນທຸກຄົນກໍສາບແຊ່ງຂ້ານ້ອຍ.
ເມື່ອຄວາມຍຸດຕິທຳຖືກໃຊ້ໃນທາງຜິດທີ່ສານ ອົງພຣະຜູ້ເປັນເຈົ້າຂອງພວກເຮົາກໍຮູ້.
ພຣະອົງຮູ້ວ່າສັດຕູກຽດຊັງຂ້ານ້ອຍສໍ່າໃດ ແລະວາງອຸບາຍຕໍ່ສູ້ຂ້ານ້ອຍຢ່າງໃດດ້ວຍ.
ເມື່ອເຂົາກ່າວຄຳໝິ່ນປະໝາດພຣະອົງ ພຣະອົງກໍບໍ່ໄດ້ຕອບຄືນ ເມື່ອພຣະອົງທົນທຸກທໍລະມານພຣະອົງກໍບໍ່ໄດ້ຂູ່ອາຄາດ ແຕ່ພຣະອົງໄດ້ມອບຄວາມຫວັງໄວ້ກັບພຣະເຈົ້າຜູ້ຕັດສິນຢ່າງຍຸດຕິທຳ.