Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 3:57 - ພຣະຄຳພີສັກສິ

57 ພຣະອົງ​ໄດ້​ຕອບ​ແລະ​ບອກ​ຂ້ານ້ອຍ​ມາ​ວ່າ, “ຢ່າ​ຢ້ານກົວ​ເລີຍ.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 3:57
16 Jak'a apnaqawi uñst'ayäwi  

ໃນ​ຄືນ​ນັ້ນ ພຣະເຈົ້າຢາເວ​ປາກົດ​ແກ່​ເພິ່ນ ແລະ​ກ່າວ​ວ່າ, “ເຮົາ​ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ​ພໍ່​ຂອງ​ເຈົ້າ; ຢ່າສູ່ຢ້ານ​ເລີຍ ເພາະ​ເຮົາ​ຢູ່​ກັບ​ເຈົ້າ. ແລະ​ອວຍພອນ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລວງຫລາຍ; ເຮົາ​ໄດ້​ສັນຍາ​ໄວ້​ກັບ​ອັບຣາຮາມ​ຜູ້ຮັບໃຊ້​ຂອງເຮົາ.”


ເພິ່ນ​ກໍໄດ້​ສົ່ງ​ຄຳຕອບ​ຄືນ​ໄປ​ວ່າ, “ພຣະເຈົ້າຢາເວ​ບອກ​ທ່ານ​ວ່າ ‘ຢ່າ​ຊູ່​ຢ້ານ​ຖ້ອຍຄຳ​ທັງຫລາຍ​ທີ່ທ່ານ​ໄດ້ຍິນ ຊຶ່ງ​ຂ້າຣາຊການ​ຂອງ​ກະສັດ​ແຫ່ງ​ອັດຊີເຣຍ​ໄດ້ກ່າວ​ປະຈານ​ເຮົາ.


ເມື່ອ​ຮ້ອງຫາ​ພຣະອົງ​ກໍ​ຕອບ​ໂດຍ​ໃຫ້​ຂ້ານ້ອຍ ມີ​ເຫື່ອແຮງ​ດ້ວຍ​ກຳລັງ​ແລະ​ຣິດອຳນາດ​ຂອງ​ພຣະອົງ.


ພຣະເຈົ້າຢາເວ​ຢູ່​ໃກ້ຊິດ​ທຸກໆ​ຄົນ​ທີ່​ຮ້ອງຫາ​ພຣະອົງ ຄື​ຜູ້​ທີ່​ຮ້ອງຫາ​ພຣະອົງ​ຢ່າງ​ຈິງໃຈແທ້.


ຂໍ​ຊົງ​ໂຜດ​ມາ​ຫາ​ດ້ວຍ​ແລະ​ຊ່ວຍ​ໃຫ້​ພົ້ນ​ໄພ​ແດ່ ໂຜດ​ຊ່ວຍ​ກູ້​ເອົາ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ພວກ​ສັດຕູ​ຂອງ​ຂ້ານ້ອຍ​ດ້ວຍ.


ເພາະ​ເຮົາ​ຢູ່​ກັບ​ພວກເຈົ້າ ສະນັ້ນ ຢ່າ​ສູ່ຢ້ານກົວ ຢ່າ​ສູ່ຢ້ານ​ສິ່ງໃດໆ ເຮົາ​ຄື​ພຣະເຈົ້າ​ຂອງ​ພວກເຈົ້າ ເຮົາ​ຈະ​ຊ່ວຍເຫຼືອ​ໃຫ້​ພວກເຈົ້າ​ໄດ້​ເຂັ້ມແຂງ ເຮົາ​ຈະ​ປົກປັກ​ຮັກສາ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ.


ພຣະເຈົ້າ​ກ່າວ​ວ່າ, “ອິດສະຣາເອນ​ເອີຍ ຢ່າ​ຢ້ານ. ເຖິງ​ແມ່ນ​ພວກເຈົ້າ​ໜ້ອຍ​ທັງ​ອ່ອນແຮງ​ເຮົາ​ກໍ​ຈະ​ຊ່ວຍ​ເຈົ້າ. ພຣະເຈົ້າຢາເວ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ຄື​ຜູ້​ທີ່​ຊົງໄຖ່​ພວກເຈົ້າ​ໃຫ້​ພົ້ນ.


ເມື່ອນັ້ນ​ເຈົ້າ​ຈະ​ພາວັນນາ​ອະທິຖານ​ຫາ​ເຮົາ ເຮົາ​ກໍ​ຈະ​ຕອບ​ເຈົ້າ. ເມື່ອ​ເຈົ້າ​ເອີ້ນ​ຫາ​ເຮົາ ເຮົາ​ກໍ​ຈະ​ຂານຕອບ​ເຈົ້າ. ຖ້າ​ເຈົ້າ​ເຊົາ​ກົດຂີ່​ຄົນອື່ນ ເລີກ​ການ​ດູໝິ່ນ​ປະໝາດ​ທຸກປະການ ແລະ​ເຊົາ​ເວົ້າ​ຄຳ​ຊົ່ວຊ້າ​ທຸກຢ່າງ;


ເຢເຣມີຢາ​ເອີຍ ຈົ່ງ​ຕຽມຕົວ​ໄປ​ບອກ​ພວກເຂົາ​ທຸກສິ່ງ​ທີ່​ເຮົາ​ສັ່ງ​ເຈົ້າ​ໃຫ້​ກ່າວ. ບັດນີ້​ຢ່າ​ສູ່​ຢ້ານກົວ​ພວກເຂົາ ບໍ່​ດັ່ງນັ້ນ ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຢ້ານ​ຫລາຍ​ຂຶ້ນ​ຕື່ມ ເມື່ອ​ເຈົ້າ​ຢູ່​ນຳ​ພວກເຂົາ.


ມີ​ຄືນ​ໜຶ່ງ ໂປໂລ​ໄດ້​ເຫັນ​ນິມິດ ແລະ​ໃນ​ນິມິດ​ນັ້ນ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ແກ່​ເພິ່ນ​ວ່າ, “ຢ່າ​ສູ່​ຢ້ານ​ຄົນ​ເຫຼົ່ານີ້ ແຕ່​ຈົ່ງ​ກ່າວ​ແກ່​ພວກເຂົາ​ຕໍ່ໄປ​ບໍ່​ຕ້ອງ​ຢຸດ


ແລ້ວ​ກ່າວ​ວ່າ, ‘ໂປໂລ​ເອີຍ ຢ່າ​ສູ່​ຢ້ານ ເຈົ້າ​ຈະ​ຕ້ອງ​ໄດ້​ຢືນຢູ່​ຕໍ່ໜ້າ​ຈັກກະພັດ, ສ່ວນ​ຄົນ​ທັງຫລາຍ​ທີ່​ຢູ່​ເທິງ​ເຮືອ​ນຳ​ເຈົ້າ​ນັ້ນ ພຣະເຈົ້າ​ຈະ​ຊົງ​ຊ່ວຍ​ໃຫ້​ພົ້ນ​ຕາຍ​ເພາະ​ເຫັນ​ແກ່​ເຈົ້າ.’


ເພາະວ່າ​ກົດບັນຍັດ​ນັ້ນ ບໍ່ໄດ້​ເຮັດ​ໃຫ້​ສິ່ງໃດ​ເຖິງ​ທີ່​ສຳເລັດ) ແຕ່​ມີ​ຄວາມຫວັງ​ອັນ​ດີກວ່າ​ໄດ້​ເພີ່ມເຕີມ​ເຂົ້າ​ມາ ໂດຍ​ຄວາມຫວັງ​ນັ້ນ​ພວກເຮົາ​ຈຶ່ງ​ຈະ​ເຂົ້າ​ໄປ​ໃກ້​ພຣະເຈົ້າ​ໄດ້.


ເຈົ້າ​ທັງຫລາຍ​ຈົ່ງ​ເຂົ້າ​ໃກ້​ພຣະເຈົ້າ ແລະ​ພຣະອົງ​ຈະ​ສະເດັດ​ມາ​ໃກ້​ພວກເຈົ້າ ຄົນ​ບາບ​ທັງຫລາຍ​ເອີຍ, ຈົ່ງ​ຊຳລະ​ມື​ໃຫ້​ສະອາດ ແລະ​ຄົນ​ສອງໃຈ​ເອີຍ, ຈົ່ງ​ຊຳລະ​ໃຈ​ຂອງຕົນ​ໃຫ້​ບໍຣິສຸດ


ເມື່ອ​ຂ້າພະເຈົ້າ​ໄດ້​ເຫັນ​ພຣະອົງ ຂ້າພະເຈົ້າ​ກໍ​ລົ້ມ​ລົງ​ໃກ້​ຕີນ​ຂອງ​ພຣະອົງ ເໝືອນ​ກັບ​ຄົນ​ທີ່​ຕາຍ​ແລ້ວ, ແຕ່​ພຣະອົງ​ເດ່​ມື​ຂວາ​ມາ​ຈັບ​ຂ້າພະເຈົ້າ ແລະ​ກ່າວ​ວ່າ, “ຢ່າ​ສູ່​ຢ້ານ ເຮົາ​ເປັນ​ຜູ້ຕົ້ນ​ແລະ​ເປັນ​ຜູ້ປາຍ.


ຢ່າ​ຊູ່​ຢ້ານ​ຄວາມ​ທຸກ​ທໍຣະມານ​ທີ່​ພວກເຈົ້າ​ກຳລັງ​ຈະ​ໄດ້​ຮັບ​ນັ້ນ. ເບິ່ງແມ! ມານຮ້າຍ​ກຳລັງ​ຈະ​ຈັບ​ພວກເຈົ້າ​ບາງຄົນ​ໃສ່​ຄຸກ ເພື່ອ​ທົດລອງ​ໃຈ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມ​ທຸກ​ລຳບາກ​ໃນ​ລະຫວ່າງ​ສິບ​ວັນ ແຕ່​ເຈົ້າ​ຈົ່ງ​ມີ​ໃຈ​ສັດຊື່​ສຸດຈະຣິດ ຈົນເຖິງ​ວັນ​ຕາຍ ແລ້ວ​ເຮົາ​ຈະ​ເອົາ​ມົງກຸດ​ແຫ່ງ​ຊີວິດ​ໃຫ້​ແກ່​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka