Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 3:53 - ພຣະຄຳພີສັກສິ

53 ພວກເຂົາ​ໂຢນ​ຂ້ານ້ອຍ​ລົງ​ໃນ​ຂຸມ​ທັງເປັນ ແລະ​ເອົາ​ຫີນ​ອັດ​ປາກ​ຂອງ​ຫລຸມ​ນັ້ນ​ໄວ້.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 3:53
9 Jak'a apnaqawi uñst'ayäwi  

ຂ້າພະເຈົ້າ​ໄດ້​ຖືກ​ຄຸມຂັງ​ໄວ້​ໃນ​ຫ້ອງ​ໃຕ້​ດິນ ແລະ​ຢູ່​ໃນ​ທີ່ນັ້ນ​ເປັນ​ເວລາ​ເຫິງນານ.


ຂ້າແດ່​ພະຣາຊາ ບັດນີ້​ຂໍ​ທ່ານ​ຟັງ ແລະ​ເຮັດ​ຕາມ​ຂ້ານ້ອຍ​ຂໍຮ້ອງ​ດ້ວຍ. ຢ່າ​ສົ່ງ​ຂ້ານ້ອຍ​ກັບຄືນ​ໄປ​ຄຸກ​ທີ່​ຢູ່​ເຮືອນ​ຂອງ​ໂຢນາທານ​ເລີຍ. ຖ້າ​ທ່ານ​ຂືນ​ສົ່ງ​ໄປ ຂ້ານ້ອຍ​ຈະ​ຕ້ອງ​ຕາຍ​ຢູ່​ທີ່​ນັ້ນ​ເປັນແນ່.”


ສະນັ້ນ ພວກເຂົາ​ຈຶ່ງ​ຈັບ​ຂ້າພະເຈົ້າ​ໄປ ແລະ​ໃຊ້​ເຊືອກ​ຢ່ອນ​ຂ້າພະເຈົ້າ​ລົງ​ໃນ​ສ້າງ​ຂອງ​ເຈົ້າຊາຍ​ມານກີຢາ ຊຶ່ງ​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ​ນັ້ນ​ເອງ. ຢູ່​ໃນ​ສ້າງ​ໜ່ວຍ​ນີ້​ບໍ່ມີ​ນໍ້າ ແລະ​ມີ​ແຕ່​ຂີ້ຕົມ ແລະ​ຂ້າພະເຈົ້າ​ກໍ​ຈົມລົງ​ໃນ​ຂີ້ຕົມ​ນັ້ນ.


“ຂ້າແດ່​ພະຣາຊາ ຄົນ​ເຫຼົ່ານີ້​ໄດ້​ເຮັດ​ຜິດ​ໄປ​ແລ້ວ. ພວກເຂົາ​ໄດ້​ຢ່ອນ​ເຢເຣມີຢາ​ລົງ​ໃນ​ນໍ້າສ້າງ ເພິ່ນ​ຈະ​ຕ້ອງ​ອຶດ​ຕາຍ​ໃນ​ທີ່ນັ້ນ ໃນ​ເມື່ອ​ເມືອງ​ນີ້​ບໍ່ມີ​ອາຫານ​ເຫລືອຢູ່​ອີກ​ເລີຍ.”


ພວກເຂົາ​ເອົາ​ກ້ອນຫີນ​ມາ​ອັດ​ປາກ​ຖໍ້າ​ໄວ້ ແລະ​ກະສັດ​ກໍ​ປະທັບ​ກາ​ຂອງເພິ່ນ ແລະ​ກາ​ຂອງ​ພວກ​ເຈົ້ານາຍ​ຊັ້ນສູງ​ໃສ່​ເທິງ​ກ້ອນຫີນ ເພື່ອ​ບໍ່​ໃຫ້​ຜູ້ໃດ​ຊ່ວຍກູ້​ເອົາ​ດານີເອນ​ໄດ້.


ແລ້ວ​ກະສັດ​ກໍ​ກັບຄືນ​ເມືອ​ວັງ​ຂອງຕົນ ແລະ​ນອນ​ບໍ່​ຫລັບ​ທັງຄືນ ທັງ​ບໍ່ໄດ້​ກິນ​ອາຫານ​ຫລື​ບໍ່​ໃຫ້​ມີ​ການ​ມ່ວນຊື່ນ​ລື້ນເລີງ​ໃດໆ.


ໃນ​ຂະນະທີ່​ໂຢນາ​ຢູ່​ໃນ​ທ້ອງ​ປາ​ນັ້ນ ເພິ່ນ​ກໍໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງເພິ່ນ​ວ່າ,


ແລະ ນຳ​ໄປ​ວາງ​ໄວ້​ໃນ​ອຸບມຸງ​ຂອງຕົນ ຊຶ່ງ​ຫາ​ກໍ​ເຈາະ​ໄວ້​ໃນ​ໂງ່ນຫີນ ແລະ​ເມື່ອ​ກື່ງ​ກ້ອນຫີນ​ຂະໜາດ​ໃຫຍ່ ອັດ​ປາກ​ອຸບມຸງ​ໄວ້​ແລ້ວ ລາວ​ກໍ​ໜີໄປ.


ດັ່ງນັ້ນ ຄົນ​ເຫຼົ່ານີ້​ຈຶ່ງ​ຈາກ​ໄປ ແລະ​ໄດ້​ຈັດ​ວາງ​ຄົນເຝົ້າຍາມ​ອຸບມຸງ​ໄວ້​ຢ່າງ​ເຂັ້ມແຂງ ພ້ອມ​ທັງ​ຕີຕາ​ປະທັບ​ໃສ່​ກ້ອນຫີນ​ໄວ້​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka