52 ຂ້ານ້ອຍເປັນດັ່ງນົກທີ່ຖືກແຮ້ວຂອງສັດຕູ ຜູ້ທີ່ບໍ່ມີເຫດຜົນກຽດຊັງຂ້ານ້ອຍໄດ້.
ຄຳເວົ້າທີ່ພວກເຂົາເວົ້າໃສ່ນັ້ນ ມີແຕ່ສິ່ງຊົ່ວຮ້າຍ ແລະຄຳເວົ້າທີ່ໂຈມຕີກໍບໍ່ມີເຫດຜົນຫຍັງ.
ຂ້ານ້ອຍໄວ້ວາງໃຈໃນພຣະເຈົ້າຢາເວ ເພື່ອຄວາມປອດໄພ ເຫດໃດໜໍຈຶ່ງເວົ້າໃຫ້ຂ້ອຍວ່າ, “ຈົ່ງໜີໄປລີ້ທີ່ພູເຂົາເໝືອນດັ່ງນົກ
ຄົນທີ່ມີອຳນາດໂຈມຕີຂ້ານ້ອຍຢ່າງບໍ່ຍຸດຕິທຳ ແຕ່ຂ້ານ້ອຍເຄົາຣົບນັບຖືຖ້ອຍຄຳຂອງພຣະອົງ.
ພວກເຮົາໜີໄປໄດ້ດັ່ງນົກໜີຈາກແຮ້ວນາຍພານ. ແຮ້ວຂາດໄປແລະພວກເຮົາກໍເປັນອິດສະຫລະ
ຂໍຢ່າໃຫ້ສັດຕູຄືຄົນຂີ້ຕົວະໄດ້ເອົາຊະນະຂ້ານ້ອຍ; ຂໍຢ່າໃຫ້ພວກເຂົາຍິກຄິ້ວຫລິ່ວຕາດີໃຈ ເພາະຂ້ານ້ອຍໂສກເສົ້າ.
ພວກເຂົາຫ້າງແຮ້ວໃສ່ຂ້ານ້ອຍຢ່າງບໍ່ມີເຫດຜົນ ແລະຂຸດຂຸມເລິກດັກຈັບເພື່ອໃຫ້ຕົກລົງໃນຂຸມນັ້ນ.
ພວກທີ່ກຽດຊັງຂ້ານ້ອຍໂດຍບໍ່ມີເຫດຜົນຫຍັງ ກໍມີຫລາຍກວ່າເສັ້ນຜົມທີ່ຫົວຂອງຂ້ານ້ອຍ. ສັດຕູຂອງຂ້ານ້ອຍຫາເລື່ອງໃສ່ໂດຍເວົ້າຕົວະ ພວກເຂົາແຂງແຮງຫລາຍໝາຍທີ່ຈະທຳລາຍ. ສິ່ງທີ່ຂ້ານ້ອຍບໍ່ໄດ້ລັກຫລືໂລບເອົາໄປ ຊໍ້າຖືກບັງຄັບໃຫ້ສົ່ງຄືນສິ່ງນັ້ນ.
ແລ້ວຂ້າພະເຈົ້າກໍຖາມວ່າ, “ຂ້ານ້ອຍໄດ້ເຮັດຜິດຫຍັງແດ່ຕໍ່ທ່ານ ຫລືຕໍ່ພວກຂ້າຣາຊການຂອງທ່ານ ຫລືຕໍ່ປະຊາຊົນໃນເມືອງນີ້ ຈຶ່ງຂັງຂ້ານ້ອຍໄວ້ໃນຄຸກ?
ຈິດໃຈຂ້ານ້ອຍເປັນທຸກໜັກໜາ ເມື່ອເຫັນສິ່ງທີ່ເກີດຂຶ້ນກັບຜູ້ຍິງຂອງເມືອງນັ້ນ.
ທັງນີ້ກໍເພື່ອຈະໄດ້ເປັນຈິງຕາມທີ່ມີຄຳຂຽນໄວ້ ໃນກົດບັນຍັດຂອງພວກເຂົາວ່າ, ‘ພວກເຂົາໄດ້ກຽດຊັງເຮົາໂດຍບໍ່ມີເຫດ.”’