Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 3:49 - ພຣະຄຳພີສັກສິ

49 ນໍ້າຕາ​ຂ້ານ້ອຍ​ໄຫລຫລັ່ງ​ບໍ່​ຂາດສາຍ ແລະ​ກໍ​ປະຕິເສດ​ການ​ປອບໃຈ​ໃດໆ​ທັງສິ້ນ.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 3:49
4 Jak'a apnaqawi uñst'ayäwi  

ເມື່ອ​ຢູ່​ໃນ​ຄາວ​ລຳບາກ​ເດືອດຮ້ອນ​ຂັດສົນ ຂ້ານ້ອຍ​ກໍໄດ້​ພາວັນນາ​ອະທິຖານ​ຕໍ່​ອົງພຣະ​ຜູ້​ເປັນເຈົ້າ ຂ້ານ້ອຍ​ຍົກ​ມື​ຂຶ້ນ​ພາວັນນາ​ອະທິຖານ​ຫາ​ພຣະອົງ​ທັງຄືນ ແຕ່​ຄວາມ​ເລົ້າໂລມ​ໃຈ​ກໍ​ບໍ່​ເຫັນ​ມາ​ປານ​ນີ້.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສັ່ງ​ຂ້າພະເຈົ້າ​ໃຫ້​ບອກ​ປະຊາຊົນ ເຖິງ​ຄວາມ​ເສຍໃຈ​ຂອງ​ຂ້າພະເຈົ້າ​ວ່າ: “ຂໍ​ໃຫ້​ນໍ້າຕາ​ຂອງ​ຂ້ານ້ອຍ​ໄຫລຫລັ່ງ​ທັງເວັນ​ທັງຄືນ ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ເຊົາ​ຮ້ອງໄຫ້​ຈັກເທື່ອ ເພາະ​ປະຊາຊົນ​ຂອງ​ຂ້ານ້ອຍ​ໄດ້​ຖືກ​ທຳລາຍ​ໜັກ ບາດແຜ​ຂອງ​ພວກເຂົາ​ກໍ​ໜັກໜ່ວງ​ແທ້ໆ.


ເຫດສະນັ້ນ ຂ້ອຍ​ຈຶ່ງ​ຮ້ອງໄຫ້​ອອກ​ມາ ຈົນ​ເບົ້າຕາ​ທັງສອງ​ນອງ​ດ້ວຍ​ນໍ້າຕາ​ທັງສິ້ນ. ບໍ່ມີ​ຜູ້ໃດ​ອອຍໃຈ​ຂ້ອຍ​ໄດ້ ບໍ່ມີ​ຜູ້ໃດ​ໃຫ້​ກຳລັງໃຈ ສັດຕູ​ໄດ້​ຊະນະ​ຂ້ອຍ ປະຊາຊົນ​ບໍ່​ເຫຼືອ​ຫຍັງ​ຈັກຢ່າງ.


ໂອ ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ສົ່ງ​ສຽງ​ຮ້ອງ​ຫາ​ອົງພຣະ​ຜູ້​ເປັນເຈົ້າ​ເຖີດ ຈົ່ງ​ໃຫ້​ກຳແພງ​ເມືອງ​ຮ້ອງ​ຫາ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ໃຫ້​ນໍ້າຕາ​ຂອງເຈົ້າ​ໄຫລ​ດັ່ງ​ສາຍ​ນໍ້າ​ທັງເວັນ​ທັງຄືນ ເຈົ້າ​ເອງ​ກໍ​ຊຸດໂຊມ​ລົງ​ເພາະ​ໂສກເສົ້າ​ຮ້ອງໄຫ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka