47 ພວກຂ້ານ້ອຍໄດ້ຖືກພິນາດແລະຈິບຫາຍ ໃຊ້ຊີວິດຢູ່ໃນບ່ອນອັນຕະລາຍແລະຢ້ານ.
ໄພພິບັດສອງຢ່າງໄດ້ຕົກຖືກເຈົ້າແລ້ວ ຄືດິນແດນເຈົ້າໄດ້ຖືກເສິກທຳລາຍກ້ຽງ ແລະປະຊາຊົນຂອງເຈົ້າກໍໄດ້ຕາຍອຶດຕາຍຫິວ ບໍ່ມີຜູ້ໃດຈັກຄົນໃຫ້ຄວາມເຫັນໃຈແກ່ເຈົ້າ.
ພຣະອົງໄດ້ສົ່ງໄຟຈາກເບື້ອງເທິງລົງມາ ເປັນໄຟທີ່ລຸກໄໝ້ຢູ່ພາຍໃນຈິດໃຈຂ້ອຍ. ພຣະອົງໄດ້ຫ້າງແຮ້ວໃສ່ຂ້ອຍ ແລະເຮັດໃຫ້ລົ້ມລົງກັບພື້ນດິນ ປະຖິ້ມຂ້ອຍໃຫ້ເຈັບປວດຢູ່ຢ່າງນັ້ນ.
ບັດນີ້ ຈຶ່ງບໍ່ມີຜູ້ໃດມາເຝົ້າທີ່ພຣະວິຫານ ເພື່ອນະມັດສະການໃນວັນສັກສິດຕ່າງໆ. ຍິງສາວເຄີຍຮ້ອງເພງຢູ່ທີ່ນັ້ນກໍທົນທຸກຄືກັນ ບັນດາປະໂຣຫິດມີແຕ່ຮ້ອງຄວນຄາງທັງສິ້ນ. ປະຕູທາງເຂົ້ານະຄອນກໍຫວ່າງເປົ່າ ພູເຂົາຊີໂອນກໍໂສກເສົ້າເຈັບປວດໃນຊີວີ.
ດ້ວຍວ່າ, ວັນນັ້ນຈະມາຖືກມະນຸດທັງຫລາຍ ໃນທົ່ວທັງໂລກເໝືອນຄວ່າງແຫໃສ່ປາ.