44 ຄຳພາວັນນາອະທິຖານຂອງພວກຂ້ານ້ອຍຂຶ້ນໄປບໍ່ເຖິງ ຍ້ອນຄວາມຮ້າຍຂອງພຣະອົງຕຶບໜາດັ່ງກ້ອນເມກ.
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ດົນປານໃດທີ່ຍັງຊົງໂກດຮ້າຍ ຕໍ່ຄຳພາວັນນາອະທິຖານຂອງປະຊາຊົນພຣະອົງນັ້ນ?
ພຣະອົງໄດ້ເຮັດໃຫ້ພວກຂ້ານ້ອຍກິນເຂົ້າກັບນໍ້າຕາ ແລະເອົານໍ້າຕາເຕັມຈອກໃຫຍ່ມາໃຫ້ດື່ມ.
ເມກໝອກແລະມືດກໍອ້ອມຮອບພຣະອົງ ພຣະອົງປົກຄອງຢ່າງຊອບທຳແລະຍຸດຕິທຳ.
ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຢ່າສູ່ພາວັນນາອະທິຖານເພື່ອຄົນເຫຼົ່ານີ້.
ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, “ເຖິງແມ່ນວ່າໂມເຊກັບຊາມູເອນຢືນຮ້ອງຂໍນຳເຮົາຢູ່ທີ່ນີ້; ເຮົາກໍຈະບໍ່ມີໃຈເມດຕາຕໍ່ປະຊາຊົນເຫຼົ່ານີ້ເລີຍ. ຈົ່ງໄລ່ພວກເຂົາໜີໄປ; ຈົ່ງໃຫ້ພວກເຂົາໜີພົ້ນໄປຈາກສາຍຕາຂອງເຮົາສາ.
ເພາະອົງພຣະຜູ້ເປັນເຈົ້າໂກດຮ້າຍ ຈຶ່ງໃຫ້ຄວາມມືດຫຸ້ມຫໍ່ພູເຂົາຊີໂອນ ຄວາມງົດງາມດັ່ງສະຫວັນຂອງພູເຂົາຊີໂອນ ພຣະອົງໄດ້ປ່ຽນໃຫ້ເປັນບ່ອນຮົກຮ້າງ. ໃນວັນທີ່ພຣະອົງໂກດຮ້າຍຕໍ່ສູ້ນະຄອນເຢຣູຊາເລັມ ພຣະອົງປະຖິ້ມແມ່ນແຕ່ພຣະວິຫານໃນວັນນັ້ນ.
ຂ້ອຍຮ້ອງຫາຜູ້ຊ່ວຍເຫລືອສຽງດັງໆ ແຕ່ພຣະເຈົ້າບໍ່ຟັງສຽງຮ້ອງຂອງຂ້ອຍ;
ຍ້ອນພວກເຂົາບໍ່ເຊື່ອຟັງເມື່ອເຮົາກ່າວ, ເຮົາຈຶ່ງບໍ່ຕອບຄຳພາວັນນາອະທິຖານຂອງພວກເຂົາ. ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ.