Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 3:41 - ພຣະຄຳພີສັກສິ

41 ຂໍ​ໃຫ້​ພວກເຮົາ​ເປີດ​ຈິດໃຈ​ອອກ ແລະ​ພາວັນນາ​ອະທິຖານ ຫາ​ພຣະເຈົ້າ​ທີ່​ສະຫວັນ​ວ່າ,

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 3:41
10 Jak'a apnaqawi uñst'ayäwi  

ໂຢບ​ເອີຍ ຈົ່ງ​ມີ​ຈິດໃຈ​ຖືກຕ້ອງ ແລະ​ໃຫ້​ເຈົ້າ​ສະແຫວງ​ຫາ​ພຣະເຈົ້າ​ສາ


ຈົ່ງ​ຍົກ​ມື​ຂອງທ່ານ​ຂຶ້ນ​ພາວັນນາ​ອະທິຖານ​ໃນ​ພຣະວິຫານ ແລະ​ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ.


ຂໍ​ໃຫ້​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ເປັນ​ດັ່ງ​ເຄື່ອງຫອມ​ບູຊາ ແລະ​ຍໍ​ມື​ຂຶ້ນ​ໄຫວ້ວອນ​ເປັນ​ດັ່ງ​ເຄື່ອງ​ຖວາຍບູຊາ​ໃນ​ຕອນແລງ​ເຖີດ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ນົບນ້ອມ​ຖວາຍ ຄຳພາວັນນາ​ອະທິຖານ​ດ້ວຍ​ຈິດວິນຍານ​ຫາ​ພຣະອົງ.


ເມື່ອ​ຂ້ານ້ອຍ​ຮ້ອງຂໍ​ຄວາມ​ຊ່ວຍເຫລືອ ຂໍ​ພຣະອົງ​ໂຜດ​ຟັງ​ຂ້ານ້ອຍ​ດ້ວຍ ຄື​ເມື່ອ​ຂ້ານ້ອຍ​ຍໍ​ມື​ໄປ​ທາງ​ພຣະວິຫານ​ອັນ​ບໍຣິສຸດ​ຂອງ​ພຣະອົງ​ນັ້ນ.


ຕາບໃດ​ທີ່​ມີ​ຊີວິດ​ຢູ່ ຂ້ານ້ອຍ​ຈະ​ຖວາຍ​ຄຳ​ໂມທະນາ​ຂອບພຣະຄຸນ​ພຣະອົງ ຂ້ານ້ອຍ​ຈະ​ຍົກ​ມື​ຂຶ້ນ​ຫາ​ພຣະອົງ ພ້ອມ​ກັບ​ຄຳ​ພາວັນນາ​ອະທິຖານ​ຮ້ອງຫາ​ພຣະອົງ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ຊົງ​ໂຜດ​ໃຫ້​ຜູ້ຮັບໃຊ້​ໄດ້​ຊົມຊື່ນ​ຍິນດີ ເພາະ​ຈິດໃຈ​ຂອງ​ຂ້ານ້ອຍ​ຈົດຈໍ່​ໃນ​ພຣະອົງ.


ເຮົາ​ເປັນ​ພຣະເຈົ້າ​ອົງ​ສູງສຸດ, ອົງ​ບໍຣິສຸດ, ແລະ​ອົງ​ຊົງ​ຊີວິດ​ຢູ່​ຕະຫລອດໄປ. ເຮົາ​ຢູ່​ໃນ​ສະຖານທີ່​ສູງສຸດ​ແລະ​ບໍຣິສຸດ; ແຕ່​ເຮົາ​ຢູ່​ນຳ​ປະຊາຊົນ​ຜູ້​ທີ່​ຖ່ອມໃຈ​ແລະ​ຜູ້​ທີ່​ກັບໃຈໃໝ່ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຟື້ນຟູ​ຈິດວິນຍານ ແລະ​ຄວາມຫວັງ​ຂອງ​ພວກເຂົາ​ຂຶ້ນ​ໃໝ່.


ຍ້ອນ​ຄວາມຮັກ​ທີ່​ພວກເຮົາ​ມີ​ສຳລັບ​ພວກເຈົ້າ ພວກເຮົາ​ຈຶ່ງ​ບໍ່ແມ່ນ​ພຽງແຕ່​ພ້ອມ​ທີ່​ຈະ​ແບ່ງປັນ​ຂ່າວປະເສີດ​ໃຫ້​ແກ່​ພວກເຈົ້າ​ເທົ່ານັ້ນ ແຕ່​ພ້ອມ​ທີ່​ຈະ​ສະຫລະ​ຊີວິດ​ຂອງ​ພວກເຮົາ​ໃຫ້​ແກ່​ພວກເຈົ້າ​ດ້ວຍ. ເພາະວ່າ​ພວກເຈົ້າ​ໄດ້​ກາຍເປັນ​ທີ່ຮັກ​ຂອງ​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka