4 ພຣະອົງໄດ້ໃຫ້ເນື້ອໜັງຂອງຂ້ອຍເຖົ້າແກ່ຂື້ນ ກະດູກທັງຫລາຍຂອງຂ້ອຍ ພຣະອົງໄດ້ຫັກແຕກໄປ.
ເນື້ອໜັງຂ້ານ້ອຍບວມຊໍ້າ ເຕັມທົ່ວທັງຕົນຕົວ ຂ້ານ້ອຍກຳລັງໄຂ້ໜັກ ຮ່າງກາຍຮ້ອນດັ່ງໄຟເຜົາໄໝ້.
ເຫື່ອແຮງຂອງຂ້ານ້ອຍກໍໄດ້ສູນເສຍໄປ ດັ່ງນໍ້າທີ່ໄຫລຊະໄປຕາມພື້ນດິນນັ້ນ. ກະດູກຂອງຂ້ານ້ອຍທຸກຊີກກໍບໍ່ຕິດຕໍ່ກັນ ຈິດໃຈຂອງຂ້ານ້ອຍກໍເປື່ອຍໄປດັ່ງຂີ້ເຜິ້ງ.
ເມື່ອຂ້ານ້ອຍບໍ່ສາລະພາບການບາບທີ່ໄດ້ກະທຳມາ ຂ້ານ້ອຍກໍອິດອ່ອນຊຸດໂຊມເພາະຮ້ອງໄຫ້ຕະຫລອດວັນ.
ຂໍຊົງໂຜດໃຫ້ຂ້ານ້ອຍໄດ້ຍິນສຽງອັນຊົມຊື່ນເບີກບານໃຈ ຂໍໃຫ້ກະດູກທີ່ພຣະອົງໄດ້ຊົງ ເຮັດໃຫ້ໝຸ່ນແຕກສະຫລາຍໄປນັ້ນຍິນດີ ຂ້ານ້ອຍນັ້ນກໍຈະມີຄວາມສຸກອີກຄັ້ງໜຶ່ງ.
ທັງຄືນຂ້ານ້ອຍໄດ້ແຕ່ຮ້ອງເຈັບປວດເຫລືອຫລາຍ ຄ້າຍດັ່ງໂຕສິງຫັກກະດູກທັງໝົດຂອງຂ້ານ້ອຍຖິ້ມ. ຂ້ານ້ອຍຫວນແຕ່ຄິດຕະຫລອດມາວ່າ ພຣະເຈົ້າໄດ້ໃຫ້ຂ້ານ້ອຍຈົບຊີວິດສາແລ້ວ.
“ປະຊາຊົນອິດສະຣາເອນປຽບດັ່ງຝູງແກະ ທີ່ຖືກໂຕສິງໄລ່ໃຫ້ກະຈັດກະຈາຍໄປ. ທຳອິດ ພວກເຂົາຖືກຈັກກະພັດອັດຊີເຣຍໂຈມຕີ; ຕໍ່ມາ ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ຫັກກະດູກພວກເຂົາ.”