ເພງ^ຄໍ່າຄວນ 3:39 - ພຣະຄຳພີສັກສິ39 ເມື່ອຖືກລົງໂທດຍ້ອນບາບທີ່ພວກເຮົາໄດ້ກະທຳ ເປັນຫຍັງພວກເຮົາຈຶ່ງມັກຈົ່ມຮ້າຍ? Uka jalj uñjjattʼäta |
ແລ້ວເພິ່ນກໍໃຊ້ຄົນໄປນຳເອົາເອລີຊາ. ໃນຂະນະດຽວກັນນັ້ນ ເອລີຊາກຳລັງນັ່ງຢູ່ໃນເຮືອນກັບບັນດາເຖົ້າແກ່ບາງຄົນ ທີ່ໄດ້ມາຢ້ຽມຢາມເພິ່ນ. ກ່ອນທີ່ຄົນຂອງກະສັດມາຮອດ ເອລີຊາເວົ້າກັບບັນດາເຖົ້າແກ່ວ່າ, “ຄາດຕະກອນຄົນນັ້ນກຳລັງສົ່ງຄົນມາສັງຫານຂ້າພະເຈົ້າ ເມື່ອລາວມາຮອດທີ່ນີ້ແລ້ວໃຫ້ອັດປະຕູໄວ້ ຢ່າໃຫ້ລາວເຂົ້າມາ. ສ່ວນກະສັດເອງຈະຕາມຄົນນີ້ມານຳຫລັງ.”
ເຖິງແມ່ນວ່າ ທຸກສິ່ງໄດ້ເກີດຂຶ້ນກັບພວກຂ້ານ້ອຍເພື່ອເປັນການລົງໂທດ ເພາະບາບແລະຄວາມຜິດທີ່ພວກຂ້ານ້ອຍໄດ້ເຮັດກໍຕາມ ພວກຂ້ານ້ອຍກໍຍັງຮູ້ດີວ່າ ພຣະອົງຄືພຣະເຈົ້າຂອງພວກຂ້ານ້ອຍ ໄດ້ລົງໂທດພວກຂ້ານ້ອຍນີ້ ໜ້ອຍກວ່າທີ່ພວກຂ້ານ້ອຍສົມຄວນຈະໄດ້ຮັບ ແລະອະນຸຍາດໃຫ້ພວກຂ້ານ້ອຍຍັງມີຊີວິດຢູ່.
ພວກເຮົາໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ; ດັ່ງນັ້ນ ບັດນີ້ ພວກເຮົາຈຶ່ງຕ້ອງຍອມອົດທົນຕໍ່ຄວາມໂກດຮ້າຍຂອງພຣະອົງ ຊົ່ວໄລຍະໜຶ່ງ, ແຕ່ໃນທີ່ສຸດ ພຣະອົງຈະປ້ອງກັນພວກເຮົາໄວ້ ແລະເຮັດໃຫ້ຜູ້ທີ່ກ່າວຜິດຕໍ່ພວກເຮົານັ້ນພ່າຍແພ້ຄະດີໄປ. ພຣະອົງຈະນຳພວກເຮົາມາສູ່ແສງສະຫວ່າງ ແລະພວກເຮົາກໍຈະມີຊີວິດຢູ່ ຈົນເຫັນພຣະອົງຊ່ວຍຊູພວກເຮົາໃຫ້ພົ້ນ.