Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 3:36 - ພຣະຄຳພີສັກສິ

36 ເມື່ອ​ຄວາມ​ຍຸດຕິທຳ​ຖືກ​ໃຊ້​ໃນ​ທາງ​ຜິດ​ທີ່​ສານ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ກໍ​ຮູ້.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 3:36
8 Jak'a apnaqawi uñst'ayäwi  

ເມື່ອ​ໝົດ​ກຳນົດ​ໄວ້ທຸກ​ແລ້ວ ກະສັດ​ດາວິດ​ກໍ​ໃຫ້​ຄົນ​ໄປ​ນຳ​ນາງ​ມາ​ທີ່​ວັງ. ນາງ​ຈຶ່ງ​ກາຍເປັນ​ເມຍ​ຂອງ​ເພິ່ນ ແລະ​ເກີດ​ລູກຊາຍ​ຄົນ​ໜຶ່ງ​ໃຫ້​ເພິ່ນ. ແຕ່​ພຣະເຈົ້າຢາເວ​ບໍ່​ພໍໃຈ​ກັບ​ສິ່ງ​ທີ່​ກະສັດ​ດາວິດ​ໄດ້​ເຮັດ​ນັ້ນ.


ຂ້າແດ່​ພຣະເຈົ້າຢາເວ ພວກເຂົາ​ຢຽບຢໍ່າ​ປະຊາຊົນ​ຂອງ​ພຣະອົງ ກົດຂີ່​ພວກ​ທີ່​ເປັນ​ຂອງ​ພຣະເຈົ້າ.


ເຈົ້າ​ອາດ​ເວົ້າ​ວ່າ​ບໍ່ແມ່ນ​ທຸລະ​ຂອງເຈົ້າ, ແຕ່​ພຣະເຈົ້າ​ຮູ້​ແລະ​ຕັດສິນ​ຄວາມ​ຕັ້ງໃຈ​ຂອງເຈົ້າ. ພຣະອົງ​ເຝົ້າເບິ່ງ​ເຈົ້າ​ຢູ່ ພຣະອົງ​ຮູ້ຈັກ​ທຸກຢ່າງ​ດີ ແລະ​ພຣະອົງ​ຈະ​ຕອບແທນ​ຕາມ​ທີ່​ເຈົ້າ​ໄດ້​ເຮັດ​ນັ້ນ.


ຄວາມ​ຍຸດຕິທຳ​ນັ້ນ ແມ່ນແຕ່​ໜ້ອຍດຽວ​ກໍ​ບໍ່ມີ​ເລີຍ ແລະ​ຄົນ​ທີ່​ຢາກ​ເຊົາ​ເຮັດ​ຊົ່ວ​ກໍ​ເປັນ​ເຫຍື່ອ​ຂອງ​ອາຊະຍາກຳ.” ເມື່ອ​ພຣະເຈົ້າຢາເວ​ຮູ້​ເຫັນ​ເລື່ອງ​ນີ້ ພຣະອົງ​ກໍ​ບໍ່​ພໍໃຈ​ເລີຍ​ທີ່​ບໍ່​ເຫັນ​ຄວາມ​ຍຸດຕິທຳ​ເກີດ​ມີ​ຂຶ້ນ.


“ເຮົາ​ຄື​ພຣະເຈົ້າຢາເວ​ສັ່ງ​ພວກເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ທ່ຽງທຳ. ຈົ່ງ​ປົກປ້ອງ​ຜູ້​ທີ່​ຖືກ​ຄົນ​ສໍ້ໂກງ​ຕົວະຍົວະ. ຢ່າ​ກົດຂີ່ ຫລື​ຂົ່ມເຫັງ​ຄົນ​ຕ່າງດ້າວ, ເດັກ​ກຳພ້າ ຫລື​ແມ່ໝ້າຍ ແລະ​ຢ່າ​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ໃນ​ບ່ອນ​ນີ້.


ຈົ່ງ​ຕັດສິນ​ຂ້ານ້ອຍ​ດ້ວຍ​ຄວາມ​ເມດຕາ​ສາ ພຣະເຈົ້າຢາເວ​ຮູ້​ເຖິງ​ຄວາມຜິດ​ທີ່​ມີ​ຕໍ່ສູ້​ຂ້ານ້ອຍ​ນັ້ນ.


ແຕ່​ພຣະອົງ​ທົນ​ເບິ່ງ​ຄົນ​ເລ້ຫລ່ຽມ​ຫລອກລວງ ຄື​ຄົນຊົ່ວຊ້າ​ເຫຼົ່ານີ້​ໄດ້​ຢ່າງໃດ? ຕາ​ຂອງ​ພຣະອົງ​ແສນ​ບໍຣິສຸດ​ຍິ່ງ ເກີນກວ່າ​ທີ່​ຈະ​ເບິ່ງ​ຄວາມ​ຊົ່ວຊ້າ​ໄດ້ ແລະ​ພຣະອົງ​ກໍ​ບໍ່​ອາດ​ທົນ​ຕໍ່​ພາບ​ຂອງ​ປະຊາຊົນ​ທີ່​ເຮັດ​ຜິດ​ໄດ້. ດ້ວຍເຫດໃດ ພຣະອົງ​ຈຶ່ງ​ມິດງຽບ​ຢູ່ ໃນ​ເມື່ອ​ພວກເຂົາ​ທຳລາຍ​ປະຊາຊົນ ຜູ້​ທີ່​ຊອບທຳ​ກວ່າ​ພວກເຂົາ?


“ຖ້າ​ວ່າ​ຄົນ​ອິດສະຣາເອນ​ເປັນຄວາມກັນ​ຈົນເຖິງ​ສານ ແລະ​ສານ​ຕັດສິນ​ວ່າ​ຝ່າຍ​ໜຶ່ງ​ຖືກ​ແລະ​ອີກ​ຝ່າຍ​ໜຶ່ງ​ຜິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka