Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 3:3 - ພຣະຄຳພີສັກສິ

3 ແລະ​ໄດ້​ຕົບຕີ​ຂ້ອຍ​ຫລາຍເທື່ອ​ຫລາຍທີ ໂດຍ​ບໍ່ມີ​ຄວາມ​ເມດຕາປານີ​ຕໍ່​ຂ້ອຍ.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 3:3
10 Jak'a apnaqawi uñst'ayäwi  

ຂ້ອຍ​ກຳລັງ​ໃຊ້​ຊີວິດ​ຢູ່​ຢ່າງ​ສັນຕິສຸກ ແຕ່​ພຣະອົງ​ພັດ​ກຳ​ຄໍຫອຍ​ຂ້ອຍ​ຈັບ​ຈຶ້ງ​ໄວ້; ທັງ​ຕົບຕີ​ຂ້ອຍ​ດ້ວຍ​ແລະ​ຢຽບຢໍ່າ​ຂ້ອຍ​ລົງ ຊົງ​ໃຊ້​ຂ້ອຍ​ເປັນ​ເປົ້າໝາຍ​ສຳລັບ​ຝຶກແອບ


ພວກເຈົ້າ​ເປັນ​ເພື່ອນ​ຂ້ອຍ ສົງສານ​ຂ້ອຍ​ແດ່ແມ ມື​ພຣະເຈົ້າ​ທຸບຕີ​ຂ້ອຍ ໃຫ້​ລົ້ມລົງ​ສາ​ແລ້ວ.


ຖ້າ​ຂ້ອຍ​ຍົກ​ແຂນ​ຂຶ້ນ​ຕໍ່ສູ້​ເດັກ​ກຳພ້າ​ຜູ້ໜຶ່ງ ເພາະ​ເຫັນ​ວ່າ​ຂ້ອຍ​ມີ​ກຳລັງ​ເອົາ​ຊະນະ​ພວກເຂົາ​ໄດ້


ລູກໜ້າ​ໜ້ອງ​ໄດ້​ລາມ​ໄປ​ທົ່ວ​ທັງຕົວ​ຂ້ອຍເດີ ທີ່​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຍິງ​ໃສ່​ຂ້ອຍ. ພຣະເຈົ້າ​ໄດ້​ນຳ​ສິ່ງ​ທີ່​ຂ້ອຍ​ຢ້ານກົວ​ທັງໝົດ ລຽນ​ເປັນ​ຖັນແຖວ​ສຸມ​ເຂົ້າມາ​ຕໍ່ສູ້​ຂ້ອຍ.


ຍ້ອນ​ລູກສອນ​ຂອງ​ພຣະອົງ ຂ້ານ້ອຍ​ຈຶ່ງ​ບາດເຈັບ ພຣະອົງ​ຕີ​ຂ້ານ້ອຍ​ໃຫ້​ລົ້ມ​ລົງ​ແລ້ວ.


ເຮົາ​ຈະ​ດຳເນີນ​ການ​ຕໍ່ສູ້​ພວກເຈົ້າ. ເຮົາ​ຈະ​ຊຳລະ​ພວກເຈົ້າ​ໃຫ້​ບໍຣິສຸດ​ຕາມ​ວິທີ​ຫລອມ​ໂລຫະ ຄື​ຈະ​ຂູດ​ຂີ້ໝ້ຽງ​ອອກ​ໃຫ້​ໝົດ.


ພຣະເຈົ້າຢາເວ​ໂກດຮ້າຍ​ປະຊາຊົນ​ຂອງ​ພຣະອົງ ແລະ​ຢຽດ​ມື​ອອກ​ລົງໂທດ​ພວກເຂົາ​ສາ​ແລ້ວ. ພູ​ທັງຫລາຍ​ຈະ​ສັ່ນສະເທືອນ ແລະ​ຊາກສົບ​ຂອງ​ຄົນຕາຍ​ກໍ​ຈະ​ຖືກ​ປະປ່ອຍ​ໄວ້​ຕາມ​ຖະໜົນ​ຫົນທາງ​ດັ່ງ​ຂີ້ເຫຍື້ອ. ເຖິງປານນັ້ນ ພຣະອົງ​ກໍ​ຍັງ​ບໍ່​ເຊົາ​ໂກດຮ້າຍ ແຕ່​ຍັງ​ຈະ​ຢຽດ​ມື​ອອກ​ເພື່ອ​ລົງໂທດ​ພວກເຂົາ​ຕໍ່ໄປ.


ແຕ່​ພວກເຂົາ​ໄດ້​ກະບົດ​ຕໍ່​ພຣະອົງ ແລະ​ເຮັດ​ໃຫ້​ພຣະວິນຍານ​ຂອງ​ພຣະອົງ​ເສົ້າໝອງ. ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ໄດ້​ກາຍເປັນ​ສັດຕູ​ຂອງ​ພວກເຂົາ ແລະ​ຕໍ່ສູ້​ພວກເຂົາ.


ພຣະເຈົ້າຢາເວ​ຈະ​ບໍ່​ຍົກໂທດ​ໃຫ້​ແກ່​ຄົນ​ເຊັ່ນນັ້ນ​ເລີຍ. ແຕ່​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ຈະ​ລຸກໄໝ້​ຕໍ່ສູ້​ລາວ​ເໝືອນດັ່ງ​ໄຟ​ທີ່​ເຜົາຜານ ແລະ​ການ​ສາບແຊ່ງ​ທັງໝົດ ທີ່​ໄດ້​ບັນທຶກ​ໄວ້​ໃນ​ປື້ມ​ກົດບັນຍັດ​ນີ້ ກໍ​ຈະ​ຕົກ​ຖືກ​ລາວ​ຈົນກວ່າ​ພຣະເຈົ້າຢາເວ​ໄດ້​ທຳລາຍ​ຄົນ​ນີ້​ໃຫ້​ດັບສູນໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka