Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 3:23 - ພຣະຄຳພີສັກສິ

23 ຊຶ່ງ​ທຸກໆເຊົ້າ​ກໍ​ສົດຊື່ນ​ເບີກບານ ແລະ​ແນ່ນອນ​ເໝືອນ​ດັ່ງ​ຕາເວັນ​ຂຶ້ນ.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 3:23
12 Jak'a apnaqawi uñst'ayäwi  

ຜູ້​ສ້າງ​ສະຫວັນ, ແຜ່ນດິນ​ໂລກ, ນໍ້າ​ທະເລ ທັງ​ທຸກສິ່ງ​ຢູ່​ໃນ​ນັ້ນ ພຣະອົງ​ຮັກສາ​ພຣະສັນຍາ​ສະເໝີ.


ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ມີ​ຢູ່​ພຽງ​ຊົ່ວຄາວ ຄຸນຄວາມດີ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດ​ຊົ່ວຊີວິດ. ນໍ້າຕາ​ອາດ​ໄຫລຫລັ່ງ​ໃນ​ເວລາ​ກາງຄືນ ແຕ່​ຄວາມ​ຊົມຊື່ນ​ຍິນດີ​ກໍ​ມີ​ມາ​ໃນ​ຕອນເຊົ້າ.


ຂ້າແດ່​ພຣະເຈົ້າຢາເວ ພຣະຄຸນ​ຄວາມດີ​ຂອງ​ພຣະອົງ​ຢຽດສູງ​ສູ່​ຟ້າ​ສະຫວັນ ຄວາມສັດຊື່​ຂອງ​ພຣະອົງ​ກໍ​ແຜ່​ໄປ​ສູ່​ທ້ອງຟ້າ.


ຄວາມ​ຊອບທຳ​ຂອງ​ພຣະອົງ​ນັ້ນ​ສູງສົ່ງ​ດັ່ງ​ພູເຂົາ ແລະ​ຄວາມ​ຍຸດຕິທຳ​ກໍ​ເປັນ​ດັ່ງ​ທະເລ​ເລິກ. ມວນ​ມະນຸດ​ແລະ​ຝູງສັດ​ທັງປວງ ກໍ​ຢູ່​ໃຕ້​ການ​ຄຸ້ມຄອງ​ຂອງ​ພຣະເຈົ້າຢາເວ​ທັງນັ້ນ.


ແຕ່​ເຮົາ​ຈະ​ບໍ່​ຢຸດຢັ້ງ​ທີ່​ຈະ​ໃຫ້​ຄວາມຮັກ​ແກ່​ດາວິດ ຫລື​ລົບລ້າງ​ຄຳສັນຍາ​ທີ່​ມີ​ກັບ​ລາວ​ນັ້ນ​ຖິ້ມ.


ແລ້ວ​ພຣະເຈົ້າຢາເວ​ກໍ​ຍ່າງ​ຜ່ານ​ໂມເຊ​ໄປ​ພ້ອມ​ທັງ​ປະກາດ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ເຕັມ​ໄປ​ດ້ວຍ​ຄວາມ​ເມດຕາ​ແລະ​ເຕັມລົ້ນ​ດ້ວຍ​ພຣະຄຸນ ຜູ້​ບໍ່​ຮ້າຍ​ງ່າຍ ແລະ​ຜູ້​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ແລະ​ສັດຊື່.


ຂ້າແດ່​ພຣະເຈົ້າຢາເວ ໂຜດ​ເມດຕາ​ພວກ​ຂ້ານ້ອຍ​ດ້ວຍ​ເຖີດ. ພວກ​ຂ້ານ້ອຍ​ຂໍ​ຝາກ​ຄວາມຫວັງ​ໄວ້​ກັບ​ພຣະອົງ. ຈົ່ງ​ປົກປ້ອງ​ພວກ​ຂ້ານ້ອຍ​ແຕ່ລະວັນ ແລະ​ຊ່ວຍເຫລືອ​ພວກ​ຂ້ານ້ອຍ​ໃນ​ເວລາ​ເດືອດຮ້ອນ​ດ້ວຍ​ເຖີດ.


ແຕ່​ພຣະເຈົ້າຢາເວ​ຍັງ​ສະຖິດ​ຢູ່​ໃນ​ເມືອງນີ້ ພຣະອົງ​ເຮັດ​ຖືກຕ້ອງ ແລະ​ບໍ່​ເຮັດ​ຜິດ​ຈັກເທື່ອ. ທຸກໆເຊົ້າ​ພຣະອົງ​ນຳ​ຄວາມ​ຍຸດຕິທຳ​ມາ​ສູ່​ປະຊາຊົນ​ຂອງ​ພຣະອົງ​ບໍ່ໄດ້​ຂາດ. ແຕ່​ເຖິງ​ປານ​ນັ້ນ ຄົນ​ອະທຳ​ໃນ​ທີ່ນັ້ນ​ກໍ​ຍັງ​ສືບຕໍ່​ເຮັດ​ຜິດ ແລະ​ບໍ່​ລະອາຍ​ໃຈ.


ດ້ວຍ​ຫວັງ​ວ່າ​ຈະ​ໄດ້​ຊີວິດ​ນິຣັນດອນ ຊຶ່ງ​ພຣະເຈົ້າ​ຜູ້​ບໍ່​ຊົງ​ກ່າວ​ຄຳ​ຕົວະ​ໄດ້ ໄດ້​ຊົງ​ສັນຍາ​ໄວ້​ຕັ້ງແຕ່​ດຶກດຳບັນ,


ຈົ່ງ​ຢຶດໝັ້ນ​ຢູ່​ກັບ​ຄວາມຫວັງ​ທີ່​ພວກເຮົາ​ປະກາດ​ຕົວ​ວ່າ ໄດ້​ຮັບ​ໄວ້​ແລ້ວ​ນັ້ນ ຢ່າ​ໃຫ້​ຫວັ່ນໄຫວ, ເພາະວ່າ ພຣະອົງ​ຜູ້​ຊົງ​ປະທານ​ພຣະສັນຍາ​ນັ້ນ​ກໍ​ຊົງ​ສັດຊື່.


ເພື່ອ​ວ່າ​ໂດຍ​ສອງ​ປະການ​ທີ່​ປ່ຽນແປງ​ບໍ່ໄດ້ (ເພາະ​ພຣະເຈົ້າ​ຈະ​ກ່າວ​ຄຳ​ຕົວະ​ບໍ່ໄດ້) ເຮົາ ຜູ້​ທີ່​ໄດ້​ໜີ​ໄພ​ຮ້ອນ​ໄປ​ເພີ່ງ​ເຢັນ ຈຶ່ງ​ໄດ້​ຮັບ​ຄວາມ​ຊູໃຈ​ອັນ​ແຮງກ້າ ໃນ​ການ​ທີ່​ຈະ​ຢຶດຖື​ຄວາມຫວັງ ຊຶ່ງ​ມີ​ຢູ່​ຕໍ່ໜ້າ​ເຮົາ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka