Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 3:17 - ພຣະຄຳພີສັກສິ

17 ຈິດໃຈ​ຂ້ອຍ​ຂາດ​ສັນຕິສຸກ​ຈົນ​ຫລົງ​ລືມ​ໄປ​ວ່າ ຄວາມສຸກ​ນັ້ນ​ເປັນ​ຢ່າງໃດ​ແທ້.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 3:17
13 Jak'a apnaqawi uñst'ayäwi  

ຫລັງຈາກ​ນັ້ນ ຈະ​ມີ​ການອຶດຢາກ​ເກີດຂຶ້ນ​ເປັນ​ເວລາ​ເຈັດ​ປີ​ອີກ ແລະ​ປີ​ແຫ່ງ​ຄວາມ​ອຸດົມ​ສົມບູນ​ໃນ​ປະເທດ​ເອຢິບ​ຈະ​ຖືກ​ລຶບ​ໄປ ຍ້ອນ​ວ່າ​ຄວາມ​ອຶດຢາກ​ຈະ​ທຳລາຍ​ປະເທດ.


ຂ້າແດ່​ພຣະເຈົ້າ ໂຜດ​ຈົ່ງ​ຈົດຈຳ​ຊີວິດ​ຂອງ​ຂ້ານ້ອຍ​ວ່າ ເປັນ​ພຽງແຕ່​ລົມຫາຍໃຈ ຄວາມ​ຊົມຊື່ນ​ຍິນດີ​ຂອງ​ຂ້ານ້ອຍ​ນັ້ນ ໄດ້​ສິ້ນສຸດ​ໄປ​ໝົດ​ສາ​ແລ້ວ.


ຄົນຊົ່ວຮ້າຍ​ຈະ​ບໍ່ໄດ້​ຖືກ​ຊ່ວຍກູ້​ໃຫ້​ພົ້ນໄພ ເພາະ​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ.


ແລ້ວ​ຄວາມ​ຂົມຂື່ນ​ກໍ​ຈະ​ຫັນ​ປ່ຽນ​ເປັນ​ສັນຕິສຸກ ເພາະ​ພຣະອົງ​ເອງ​ຊ່ວຍ​ກູ້​ເອົາ ​ຊີວິດ​ຂ້ານ້ອຍ​ໄວ້; ໂດຍ​ເຮັດ​ໃຫ້​ພົ້ນ​ຈາກ​ອັນຕະລາຍ​ທຸກຢ່າງ ການບາບ​ຂອງ​ຂ້ານ້ອຍ​ກໍໄດ້​ຮັບ​ອະໄພ.


ພູ​ໃຫຍ່​ແລະ​ພູນ້ອຍ​ອາດ​ພັງ​ທະລາຍ​ລົງ ແຕ່​ຄວາມຮັກ​ຂອງເຮົາ​ໝັ້ນຄົງ​ບໍ່​ສິ້ນສຸດ​ໄດ້; ເຮົາ​ຈະ​ຮັກສາ​ສັນຍາ​ຄວາມ​ສະຫງົບສຸກ​ໄວ້​ສືບໄປ.” ພຣະເຈົ້າຢາເວ​ຜູ້​ຊົງ​ເມດຕາ​ເຈົ້າ​ກ່າວ​ດັ່ງນີ້ແຫລະ.


ພວກເຮົາ​ຢ້ານ​ແລະ​ເປັນທຸກໃຈ​ຫລາຍ. ພວກເຮົາ​ຫວັງ​ທີ່​ຈະ​ເຫັນ​ພຣະເຈົ້າ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ການກົດຂີ່​ແລະ​ການ​ຜິດພາດ ແຕ່​ກໍ​ບໍ່​ເຫັນ​ມີ​ຫຍັງ​ເກີດຂຶ້ນ.


ຕາມ​ບ່ອນ​ສູງ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ ພວກ​ທຳລາຍ​ລ້າງຜານ​ໄດ້​ມາ​ປຸ້ນສະດົມ​ຈົນໝົດ. ເຮົາ​ໄດ້​ສົ່ງ​ເສິກ​ມາ​ທຳລາຍ​ດິນແດນ​ທັງໝົດ ຈົນ​ບໍ່ມີ​ຜູ້ໃດ​ຢູ່​ຢ່າງ​ສະຫງົບສຸກ​ໄດ້​ຕາມ​ທີ່​ຕ່າງໆ.


ພຣະອົງ​ໄດ້​ປະຖິ້ມ​ຢູດາ​ເດັດຂາດ​ແລ້ວ​ບໍ? ພຣະອົງ​ກຽດຊັງ​ປະຊາຊົນ​ໃນ​ນະຄອນ​ຊີໂອນ​ຫລື​ນີ້? ເປັນຫຍັງ​ຈຶ່ງ​ທຳຮ້າຍ​ພວກ​ຂ້ານ້ອຍ​ໜັກ​ຫລາຍ? ຈົນ​ບໍ່​ຮັກສາ​ພວກ​ຂ້ານ້ອຍ​ໃຫ້​ດີ​ໄດ້? ສັນຕິສຸກ​ຄື​ສິ່ງ​ທີ່​ພວກ​ຂ້ານ້ອຍ​ຊອກຫາ ແຕ່​ກໍ​ບໍ່​ເຫັນ​ສິ່ງ​ທີ່​ດີ​ເກີດຂຶ້ນ​ມາ​ຈັກເທື່ອ; ພວກ​ຂ້ານ້ອຍ​ຫວັງ​ຈະ​ໄດ້​ຮັບ​ການ​ຮັກສາ​ໃຫ້​ດີ ແຕ່​ຄວາມ​ຢ້ານກົວ​ໃຫຍ່​ກໍ​ມາ​ແທນທີ່.


ເພາະ​ພຣະເຈົ້າຢາເວ​ກ່າວ​ວ່າ​ດັ່ງນີ້: “ເຈົ້າ​ບໍ່​ຕ້ອງ​ເຂົ້າ​ໄປ​ໃນ​ເຮືອນ​ທີ່​ກຳລັງ​ໄວ້ທຸກ. ຢ່າ​ໂສກເສົ້າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ. ເຮົາ​ຈະ​ບໍ່​ອວຍພອນ​ປະຊາຊົນ​ຂອງເຮົາ​ໃຫ້​ມີ​ສັນຕິສຸກ ຫລື​ສະແດງ​ຄວາມຮັກ​ແລະ​ເມດຕາ​ແກ່​ພວກເຂົາ​ຕໍ່ໄປ​ອີກ​ແລ້ວ. ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນ.


ພວກເຮົາ​ຫວັງ​ໄດ້​ເຫັນ​ຄວາມ​ສະຫງົບສຸກ ແລະ​ຍາມ​ປິ່ນປົວ​ໃຫ້​ດີ ແຕ່​ຄວາມ​ແຕກຕື່ນ​ຕົກໃຈກົວ​ໄດ້​ເຂົ້າ​ມາ​ແທນທີ່; ມັນ​ບໍ່ມີ​ປະໂຫຍດ​ຫຍັງ​ແລ້ວ.


ເຫດສະນັ້ນ ຂ້ອຍ​ຈຶ່ງ​ຮ້ອງໄຫ້​ອອກ​ມາ ຈົນ​ເບົ້າຕາ​ທັງສອງ​ນອງ​ດ້ວຍ​ນໍ້າຕາ​ທັງສິ້ນ. ບໍ່ມີ​ຜູ້ໃດ​ອອຍໃຈ​ຂ້ອຍ​ໄດ້ ບໍ່ມີ​ຜູ້ໃດ​ໃຫ້​ກຳລັງໃຈ ສັດຕູ​ໄດ້​ຊະນະ​ຂ້ອຍ ປະຊາຊົນ​ບໍ່​ເຫຼືອ​ຫຍັງ​ຈັກຢ່າງ.


ກ່ອນ​ເວລາ​ນັ້ນ ບໍ່ມີ​ຜູ້ໃດ​ສາມາດ​ຈ້າງ​ຄ່າ​ແຮງງານ​ຂອງ​ຄົນ​ກັບ​ສັດ ແລະ​ບໍ່ມີ​ຜູ້ໃດ​ຢູ່​ຢ່າງ​ປອດໄພ​ຈາກ​ເຫຼົ່າ​ສັດຕູ​ຂອງຕົນ​ໄດ້. ເຮົາ​ໄດ້​ບັນດານ​ໃຫ້​ຄົນ​ທັງຫລາຍ​ຕໍ່ສູ້​ຊຶ່ງ​ກັນແລະກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka