14 ຄົນທັງຫລາຍຫົວຂວັນຂ້ອຍຕະຫລອດທັງວັນ ຂ້ອຍຈຶ່ງເປັນຕົວຕະຫລົກໃຫ້ພວກເຂົາເວົ້າເຍາະເຍີ້ຍ.
ຄົນທີ່ຈັບພວກເຮົາໄປນັ້ນໄດ້ບອກໃຫ້ຮ້ອງເພງວ່າ, “ຮ້ອງເພງກ່ຽວກັບພູເຂົາຊີໂອນສູ່ພວກເຮົາຟັງແດ່.”
ເມື່ອຊາດໃກ້ຄຽງໄດ້ເຫັນສິ່ງທີ່ພຣະອົງໄດ້ເຮັດຕໍ່ພວກຂ້ານ້ອຍ ກໍເຍາະເຍີ້ຍຫົວຂວັນໃສ່ພວກຂ້ານ້ອຍ.
ຊົນຊາດທີ່ຢູ່ອ້ອມຮອບໄດ້ດູໝິ່ນພວກຂ້ານ້ອຍ ພວກເຂົາຕ່າງກໍຫົວຂວັນແລະຫຍໍ້ຫຍັນໃສ່ພວກຂ້ານ້ອຍດ້ວຍ.
ຂ້າແດ່ພຣະເຈົ້າຢາເວ ພຣະອົງໄດ້ຫລອກລວງຂ້ານ້ອຍ ຂ້ານ້ອຍຈຶ່ງຖືກຫລອກລວງສາແລ້ວ. ພຣະອົງນັ້ນເຂັ້ມແຂງລື່ນກວ່າຂ້ານ້ອຍ ພຣະອົງຊົງຣິດເໜືອຂ້ານ້ອຍຫລາຍແທ້. ທຸກຄົນຫົວເຍາະເຍີ້ຍນິນທາຂ້ານ້ອຍ ຫົວເລາະໃສ່ຂ້ານ້ອຍຕະຫລອດວັນ.
ໂມອາບເອີຍ ຈື່ບໍວ່າເຈົ້າໄດ້ຫົວຂວັນໃສ່ປະຊາຊົນອິດສະຣາເອນຢ່າງໃດ? ເຈົ້າເຮັດຕໍ່ພວກເຂົາເໝືອນກັບວ່າພວກເຂົາຖືກຈັບໄດ້ໃນພວກນັກປຸ້ນ.
ບໍ່ວ່າລຸກຫລືນັ່ງຕັ້ງແຕ່ເຊົ້າຈົນເຖິງແລງ ພວກເຂົາແກ້ງຫຍໍ້ຫຍັນຂ້ານ້ອຍຢູ່ຕະຫລອດ.