12 ພຣະອົງກົ່ງໜ້າທະນູແລະຍິງລູກທະນູຂອງພຣະອົງ ໃສ່ຂ້ອຍແລະເຮັດໃຫ້ຂ້ອຍເປັນເປົ້າລູກທະນູນັ້ນ.
ລູກໜ້າໜ້ອງໄດ້ລາມໄປທົ່ວທັງຕົວຂ້ອຍເດີ ທີ່ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ຍິງໃສ່ຂ້ອຍ. ພຣະເຈົ້າໄດ້ນຳສິ່ງທີ່ຂ້ອຍຢ້ານກົວທັງໝົດ ລຽນເປັນຖັນແຖວສຸມເຂົ້າມາຕໍ່ສູ້ຂ້ອຍ.
ຖ້າຂ້ານ້ອຍເຮັດບາບຕໍ່ສູ້ພຣະອົງ ຈົ່ງບອກມາເບິ່ງດູວ່າໄດ້ເຮັດບາບຫຍັງແດ່? ເປັນຫຍັງຈຶ່ງເອົາຂ້ານ້ອຍເປັນເປົ້າໃຫ້ພຣະອົງທົດລອງ? ເພາະຂ້ານ້ອຍເປັນພາລະໜັກແກ່ພຣະອົງຫລືນີ້?
ຍ້ອນລູກສອນຂອງພຣະອົງ ຂ້ານ້ອຍຈຶ່ງບາດເຈັບ ພຣະອົງຕີຂ້ານ້ອຍໃຫ້ລົ້ມລົງແລ້ວ.
ດັ່ງເປັນສັດຕູຜູ້ໜຶ່ງພຣະອົງແນລູກທະນູໃສ່ພວກເຮົາ ຜູ້ທີ່ພວກເຮົາພໍໃຈແລະຍິນດີນຳ ພຣະອົງກໍຂ້າຖິ້ມໝົດ. ຢູ່ໃນພຣະວິຫານຂອງພຣະອົງທີ່ນະຄອນເຢຣູຊາເລັມ ກໍເທຄວາມກີ້ວໂກດລົງໃສ່ດັ່ງໄຟທີ່ເຜົາໄໝ້.