11 ພຣະອົງຕາມໄລ່ຂ້ອຍໃຫ້ອອກຈາກຫົນທາງ ຈີກເນື້ອເປັນຕ່ອນໆແລ້ວກໍປະຖິ້ມຂ້ອຍໄວ້.
ຂ້າແດ່ພຣະເຈົ້າ ພຣະອົງໄດ້ເຮັດໃຫ້ຂ້ານ້ອຍຊຸດໂຊມລົງ ພຣະອົງໄດ້ປ່ອຍໃຫ້ຄອບຄົວຂອງຂ້ານ້ອຍຖືກຂ້າ.
ສະນັ້ນ ຂ້ານ້ອຍຈຶ່ງທໍ້ຖອຍໃຈ ເພາະຂ້ານ້ອຍຜິດຫວັງເຕັມທົນເສຍແລ້ວ.
ຈົ່ງພິຈາລະນາເຖິງເລື່ອງນີ້ໃຫ້ດີຜູ້ທີ່ມັກລືມພຣະເຈົ້າເອີຍ ຖ້າບໍ່ດັ່ງນັ້ນແລ້ວ ເຮົາຈະທຳລາຍພວກເຈົ້າໃຫ້ແຕກເປັນປ່ຽງໆ ແລະຈະບໍ່ມີຜູ້ໃດຊ່ວຍເຈົ້າໃຫ້ພົ້ນໄດ້.
ທົ່ວທັງເມືອງຈະຮ້ອງໄຫ້ຄວນຄາງດັ່ງຍິງຜູ້ໜຶ່ງກຳລັງນັ່ງຢູ່ກັບພື້ນດິນ ເພາະສູນເສຍທຸກສິ່ງ.
ເຮົາຄືພຣະເຈົ້າຢາເວໄດ້ຕັດສິນໃຈແລ້ວວ່າ ຈະໃຫ້ສິ່ງທີ່ໜ້າຢ້ານສີ່ປະການນີ້ເກີດຂຶ້ນກັບພວກເຂົາເຊັ່ນ: ພວກເຂົາຈະຖືກຂ້າໃນເສິກສົງຄາມ; ຝູງໝາຈະລາກຊາກສົບຂອງພວກເຂົາໄປກິນ; ຝູງນົກຈະສັບຕອດກິນຊາກສົບເຫຼົ່ານັ້ນ ແລະອັນທີ່ເຫຼືອນັ້ນສັດປ່າຈະກິນໃຫ້ກ້ຽງ.
ເຮົາຈະນຳໄພພິບັດອັນໜ້າຢ້ານເຊັ່ນນີ້ມາສູ່ນະຄອນນີ້ ຊຶ່ງທຸກຄົນທີ່ຜ່ານກາຍໄປມາຈະສະທ້ານຢ້ານກົວແລະປະຫລາດໃຈ.
ປະຊາຊົນຈະເວົ້າວ່າ ‘ດິນແດນນີ້ເປັນດັ່ງຖິ່ນແຫ້ງແລ້ງກັນດານ ບ່ອນທີ່ບໍ່ມີທັງຄົນແລະສັດອາໄສຢູ່ ແລະຈະຖືກມອບໃຫ້ແກ່ຊາວບາບີໂລນ. ແຕ່ທົ່ງນາຈະມີການຊື້ຂາຍກັນອີກເທື່ອໜຶ່ງ.’
ສະນັ້ນ ຝູງໂຕສິງຈາກປ່າຈະກັດກິນພວກເຂົາ ໝາປ່າແຕ່ຖິ່ນແຫ້ງແລ້ງກັນດານຈະຈີກພວກເຂົາເປັນຕ່ອນ ແລະເສືອດາວຈະດັກສະກັດຢູ່ຕາມເມືອງຂອງພວກເຂົາ ຖ້າອອກໄປ ພວກເຂົາຈະຖືກພວກມັນຈີກເປັນຕ່ອນໆ; ເພາະການບາບທີ່ພວກເຂົາກະທຳມີຢ່າງຫລວງຫລາຍ ພວກເຂົາໄດ້ຫັນໜີຈາກພຣະເຈົ້າເທື່ອແລ້ວເທື່ອອີກ.
ຊາວນະຄອນເຢຣູຊາເລັມເອີຍ ຈົ່ງໃຫ້ຄວາມເດືອດຮ້ອນເຫຼົ່ານີ້ ເປັນການເຕືອນພວກເຈົ້າເຖີດ ຫລືບໍ່ດັ່ງນັ້ນ ເຮົາຈະປະຖິ້ມພວກເຈົ້າຕື່ມອີກ; ເຮົາຈະປ່ຽນນະຄອນນີ້ໃຫ້ເປັນຖິ່ນແຫ້ງແລ້ງກັນດານ ຊຶ່ງເປັນບ່ອນໜຶ່ງທີ່ບໍ່ມີຜູ້ໃດຢູ່ອາໄສ.”
ພຣະອົງໄດ້ສົ່ງໄຟຈາກເບື້ອງເທິງລົງມາ ເປັນໄຟທີ່ລຸກໄໝ້ຢູ່ພາຍໃນຈິດໃຈຂ້ອຍ. ພຣະອົງໄດ້ຫ້າງແຮ້ວໃສ່ຂ້ອຍ ແລະເຮັດໃຫ້ລົ້ມລົງກັບພື້ນດິນ ປະຖິ້ມຂ້ອຍໃຫ້ເຈັບປວດຢູ່ຢ່າງນັ້ນ.
ພຣະອົງໄດ້ຄອຍຖ້າຈັບຂ້ອຍດັ່ງໂຕໝີ ແລະລີ້ໂດດຄຸບໃສ່ໂດຍໄວເໝືອນສິງໂຕໜຶ່ງ.
ຕໍ່ໄປນີ້ ແມ່ນການແກ້ຄວາມຝັນທີ່ຂ້າພະເຈົ້າໄດ້ຮັບ ດັ່ງນີ້: ສັດໂຕທີສີ່ແມ່ນຈັກກະພົບທີສີ່ທີ່ຈະເກີດຂຶ້ນເທິງແຜ່ນດິນໂລກ ແລະຈະແຕກຕ່າງຈາກຈັກກະພົບອື່ນໆທັງປວງ. ມັນຈະຢຽບຢໍ່າທຳລາຍແຜ່ນດິນໂລກທັງໝົດໃຫ້ໝຸ່ນ.
ປະຊາຊົນເວົ້າວ່າ, “ໃຫ້ພວກເຮົາກັບຄືນໄປຫາພຣະເຈົ້າຢາເວເທາະ ພຣະອົງໄດ້ເຮັດໃຫ້ພວກເຮົາເຈັບປວດ ແຕ່ພຣະອົງຈະຮັກສາພວກເຮົາໃຫ້ດີຢ່າງແນ່ນອນ; ພຣະອົງໄດ້ເຮັດໃຫ້ພວກເຮົາມີບາດແຜ ແຕ່ພຣະອົງຈະພັນບາດແຜໃຫ້.
ພວກເຂົາທີ່ຖືກປະໄວ້ຢູ່ໃນທ່າມກາງຊົນຊາດທັງຫລາຍ ກໍຈະເປັນດັ່ງສິງໂຕໜຶ່ງ ທີ່ກຳລັງຊອກຫາອາຫານໃນປ່າຫລືຕາມທົ່ງຫຍ້າ: ມັນເຂົ້າໄປຄຸບເອົາແກະຢູ່ໃນຝູງ ແລະຈີກເປັນຕ່ອນໆ ແລະຄວາມຫວັງໃດໆທີ່ຈະຊ່ວຍກູ້ເອົາກໍບໍ່ມີ.
ເບິ່ງແມ! ພຣະວິຫານຂອງພວກເຈົ້າໄດ້ຖືກປະຖິ້ມໃຫ້ຮ້າງເປົ່າຢ່າງໝົດສິ້ນ.
ພວກເຂົາໄດ້ເອົາຂີ້ຝຸ່ນດິນໃສ່ຫົວຂອງຕົນ ພ້ອມທັງຮ້ອງໄຫ້ແລະໂສກເສົ້າ ເອີ່ຍຂຶ້ນວ່າ, “ວິບັດ ວິບັດແລ້ວ ມະຫານະຄອນນີ້ ຊຶ່ງໄດ້ເຮັດໃຫ້ຄົນທັງໝົດທີ່ມີເຮືອກຳປັ່ນເດີນທະເລ ເປັນຄົນຮັ່ງມີດ້ວຍຊັບສົມບັດຂອງນາງ, ພາຍໃນຊົ່ວໂມງດຽວ ກໍຖືກຊົງທຳລາຍເສຍໄປໝົດ.”