Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 3:10 - ພຣະຄຳພີສັກສິ

10 ພຣະອົງ​ໄດ້​ຄອຍຖ້າ​ຈັບ​ຂ້ອຍ​ດັ່ງ​ໂຕໝີ ແລະ​ລີ້​ໂດດ​ຄຸບ​ໃສ່​ໂດຍ​ໄວ​ເໝືອນ​ສິງ​ໂຕໜຶ່ງ.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 3:10
10 Jak'a apnaqawi uñst'ayäwi  

ພຣະອົງ​ບໍ່​ປ່ອຍ​ໃຫ້​ຂ້ານ້ອຍ​ສຳເລັດຜົນ​ໃດໆ ພໍ​ແຕ່​ໂປໂລ​ຫົວ​ຂຶ້ນ​ມາ ພຣະອົງ​ກໍ​ຂົ່ມ​ຫົວ​ລົງ​ໂລດ. ເພື່ອ​ໃຫ້​ເຈັບປວດ ຊົງ​ຕາມລ່າ​ຂ້ານ້ອຍ​ດັ່ງ​ສິງໂຕ ແລະ​ເຮັດ​ການ​ອັດສະຈັນ​ຕໍ່ສູ້​ຂ້ານ້ອຍ​ດ້ວຍ.


ພວກເຂົາ​ເປັນ​ດັ່ງ​ໂຕສິງ​ທີ່​ລໍຖ້າ​ຄຸບ​ເຫຍື່ອ​ຢູ່​ໃນ​ຂຸມ​ຂອງ​ມັນ ເພື່ອ​ຄອຍ​ຜົກຈອບ​ຈັບ​ເອົາ​ຄົນ​ຍາກ​ລຳບາກ ພວກເຂົາ​ຫ້າງ​ແຮ້ວ​ໄວ້​ເພື່ອ​ຈັບ ແລະ​ລາກ​ເອົາ​ໄປ​ເປັນ​ເຫຍື່ອ.


ພວກເຂົາ​ເປັນ​ດັ່ງ​ຝູງ​ສິງ​ໂຕຮ້າຍ​ທີ່​ຄອຍຖ້າ​ເຫຍື່ອ ຊຶ່ງ​ດັກຈັບ ເພື່ອ​ກັດ​ຈີກ​ກິນ​ຂ້ານ້ອຍ​ເປັນ​ຕ່ອນໆ.


ທັງ​ຄືນ​ຂ້ານ້ອຍ​ໄດ້​ແຕ່​ຮ້ອງ​ເຈັບປວດ​ເຫລືອຫລາຍ ຄ້າຍ​ດັ່ງ​ໂຕສິງ​ຫັກ​ກະດູກ​ທັງໝົດ​ຂອງ​ຂ້ານ້ອຍ​ຖິ້ມ. ຂ້ານ້ອຍ​ຫວນ​ແຕ່​ຄິດ​ຕະຫລອດ​ມາ​ວ່າ ພຣະເຈົ້າ​ໄດ້​ໃຫ້​ຂ້ານ້ອຍ​ຈົບ​ຊີວິດ​ສາ​ແລ້ວ.


ພຣະອົງ​ຕາມໄລ່​ຂ້ອຍ​ໃຫ້​ອອກ​ຈາກ​ຫົນທາງ ຈີກ​ເນື້ອ​ເປັນ​ຕ່ອນໆ​ແລ້ວ​ກໍ​ປະຖິ້ມ​ຂ້ອຍ​ໄວ້.


ເມື່ອ​ຂ້ອຍ​ຍ່າງຍ້າຍ​ກໍ​ຍ່າງ​ໂຊເຊ​ໄປ ຫັນໄປ​ທາງ​ໃດ​ກໍ​ມີ​ແຕ່​ກຳແພງ​ຫີນ​ຕັນ​ໄວ້.


ເຮົາ​ຈະ​ໂດດ​ໃສ່​ປະຊາຊົນ​ເອຟຣາອິມ ແລະ​ຢູດາ​ເໝືອນ​ສິງ​ຄຸບ​ກິນ​ພວກເຂົາ. ເຮົາ​ຈະ​ຈີກ​ພວກເຂົາ​ອອກ​ເປັນ​ຕ່ອນໆ ແລະ​ປະຖິ້ມ​ໄວ້. ເມື່ອ​ເຮົາ​ລາກ​ພວກເຂົາ​ໄປ​ແລ້ວ ຈະ​ບໍ່ມີ​ຜູ້ໃດ​ສາມາດ​ຊ່ວຍເຫລືອ​ພວກເຂົາ​ໄດ້.


ປະຊາຊົນ​ເວົ້າ​ວ່າ, “ໃຫ້​ພວກເຮົາ​ກັບຄືນ​ໄປ​ຫາ​ພຣະເຈົ້າຢາເວ​ເທາະ ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຮົາ​ເຈັບປວດ ແຕ່​ພຣະອົງ​ຈະ​ຮັກສາ​ພວກເຮົາ​ໃຫ້​ດີ​ຢ່າງ​ແນ່ນອນ; ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຮົາ​ມີ​ບາດແຜ ແຕ່​ພຣະອົງ​ຈະ​ພັນ​ບາດແຜ​ໃຫ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka