Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 3:1 - ພຣະຄຳພີສັກສິ

1 ຂ້ອຍ​ຄື​ຜູ້ໜຶ່ງ​ທີ່​ຮູ້​ວ່າ​ຖືກ​ລຳບາກ​ເປັນ​ຢ່າງໃດ ຖືກ​ລຳບາກ​ເພາະ​ພຣະເຈົ້າ​ໄດ້​ລົງໂທດ.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 3:1
12 Jak'a apnaqawi uñst'ayäwi  

ພວກເຈົ້າ​ເປັນ​ເພື່ອນ​ຂ້ອຍ ສົງສານ​ຂ້ອຍ​ແດ່ແມ ມື​ພຣະເຈົ້າ​ທຸບຕີ​ຂ້ອຍ ໃຫ້​ລົ້ມລົງ​ສາ​ແລ້ວ.


ຊີວິດ​ຂອງ​ຂ້ານ້ອຍ​ເປັນ​ດັ່ງ​ເງົາ​ໃນ​ຕອນແລງ ຂ້ານ້ອຍ​ເປັນ​ດັ່ງ​ຫຍ້າ​ທີ່​ຫ່ຽວແຫ້ງ.


ພຣະອົງ​ໄດ້​ໃຫ້​ຂ້ານ້ອຍ​ລຳບາກ​ແລະ​ທົນທຸກ ແຕ່​ພຣະອົງ​ຈະ​ເສີມສ້າງ​ເຫື່ອແຮງ​ຂຶ້ນ​ໃໝ່. ພຣະອົງ​ຈະ​ຮັກສາ​ຂ້ານ້ອຍ​ໄວ້​ແລະ​ໃຫ້​ພົ້ນໄພ ຈາກ​ບ່ອນ​ເລິກ​ແຫ່ງ​ຂຸມຝັງສົບ​ນັ້ນ.


ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ໄດ້​ທັບເຕັງ​ຂ້ານ້ອຍ​ລົງ​ຢ່າງໜັກ ແລະ​ຂ້ານ້ອຍ​ຖືກ​ຢຽບ​ໃຫ້​ໝຸ່ນ​ດ້ວຍ​ຄື້ນ​ແຫ່ງ​ຄວາມ​ໂກດຮ້າຍ.


ພວກເຮົາ​ດູໝິ່ນ​ປະໝາດ​ແລະ​ປະຖິ້ມ​ທ່ານ​ໄປ ທ່ານ​ໄດ້​ທົນທຸກ​ນາໆ ແລະ​ທົນ​ຕໍ່​ຄວາມ​ເຈັບປວດ. ບໍ່ມີ​ຜູ້ໃດ​ແມ່ນແຕ່​ຈະ​ຫລຽວແລ​ເບິ່ງ​ທ່ານ​ເລີຍ ຕ່າງ​ກໍ​ເມີນເສີຍ​ດັ່ງ​ເພິ່ນ​ບໍ່ມີ​ຫຍັງ​ຈັກດີ້.


ສະນັ້ນ ພວກເຂົາ​ຈຶ່ງ​ຈັບ​ຂ້າພະເຈົ້າ​ໄປ ແລະ​ໃຊ້​ເຊືອກ​ຢ່ອນ​ຂ້າພະເຈົ້າ​ລົງ​ໃນ​ສ້າງ​ຂອງ​ເຈົ້າຊາຍ​ມານກີຢາ ຊຶ່ງ​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ​ນັ້ນ​ເອງ. ຢູ່​ໃນ​ສ້າງ​ໜ່ວຍ​ນີ້​ບໍ່ມີ​ນໍ້າ ແລະ​ມີ​ແຕ່​ຂີ້ຕົມ ແລະ​ຂ້າພະເຈົ້າ​ກໍ​ຈົມລົງ​ໃນ​ຂີ້ຕົມ​ນັ້ນ.


ພວກ​ຜູ້ຊາຍ, ພວກ​ແມ່ຍິງ, ພວກ​ເດັກນ້ອຍ ແລະ​ພວກ​ລູກສາວ​ຂອງ​ກະສັດ. ພວກເຂົາ​ໄດ້​ເອົາ​ທຸກໆຄົນ​ທີ່​ເນບູຊາຣາດານ ຜູ້​ບັນຊາການ​ທະຫານ ໄດ້​ປະ​ໄວ້​ໃຫ້​ຢູ່​ໃຕ້​ການ​ດູແລ​ເບິ່ງແຍງ​ຂອງ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ ຫລານຊາຍ​ຂອງ​ຊາຟານ​ນັ້ນ​ໜີໄປ ລວມທັງ​ບາຣຸກ​ລູກຊາຍ​ຂອງ​ເນຣີຢາ​ແລະ​ຂ້າພະເຈົ້າ​ດ້ວຍ.


ຫົວໃຈ​ຂອງ​ຂ້ານ້ອຍ​ບວມຊໍ້າ​ຍ້ອນ​ປະຊາຊົນ​ຖືກ​ຢຽບຢໍ່າ​ໃດ ຂ້ານ້ອຍ​ໄວ້ທຸກ​ລະທົມ​ໃຈ​ເພາະ​ຖືກ​ກະທຳ​ໃຫ້​ທໍ້ແທ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka