ເພງ^ຄໍ່າຄວນ 2:9 - ພຣະຄຳພີສັກສິ9 ປະຕູກຳແພງກໍລົ້ມ ແລະພັງລົງເປັນເສດຫີນ ກົງເຫລັກກໍຫັກຕົກລົງເປັນຊິ້ນໆ. ບັດນີ້ ກະສັດແລະຂຸນນາງກໍຖືກຈັບເປັນຊະເລີຍ ການສັ່ງສອນກົດບັນຍັດກໍບໍ່ມີຕໍ່ໄປອີກແລ້ວ ສ່ວນພວກຜູ້ທຳນວາຍກໍບໍ່ໄດ້ຮັບນິມິດຈາກພຣະເຈົ້າຢາເວ Uka jalj uñjjattʼäta |
ພວກເຂົາໄດ້ບອກຂ້າພະເຈົ້າວ່າ, ພວກທີ່ລອດຊີວິດກັບມາສູ່ຖິ່ນຖານເດີມນັ້ນ ໄດ້ຮັບຄວາມລຳບາກຫລາຍ ແລະຄົນຕ່າງຊາດທີ່ຢູ່ໃກ້ຄຽງກໍດູໝິ່ນປະໝາດພວກເຂົາ. ພວກເຂົາຍັງໄດ້ບອກຂ້າພະເຈົ້າອີກວ່າ, “ກຳແພງຂອງນະຄອນເຢຣູຊາເລັມກໍຍັງພັງທະລາຍຢູ່ ແລະປະຕູຂອງກຳແພງເມືອງກໍຍັງບໍ່ທັນໄດ້ຖືກສ້າງຂຶ້ນໃໝ່ ຕັ້ງແຕ່ສະໄໝຖືກຈູດພຸ້ນ.”
ແຕ່ພຣະເຈົ້າຢາເວໄດ້ຕອບຄືນວ່າ, “ພວກຜູ້ທຳນວາຍກຳລັງໃຊ້ນາມຂອງເຮົາກ່າວຖ້ອຍຄຳບໍ່ຈິງ ເຮົາບໍ່ໄດ້ໃຊ້ພວກເຂົາໄປ ແລະບໍ່ໄດ້ສັ່ງ ຫລືເວົ້າແມ່ນແຕ່ຄຳດຽວກັບພວກເຂົາ. ນິມິດທັງຫລາຍທີ່ພວກເຂົາເວົ້າເຖິງນັ້ນບໍ່ໄດ້ມາຈາກເຮົາ ການທຳນວາຍຂອງພວກເຂົາບໍ່ມີປະໂຫຍດ ແລະເປັນສິ່ງທີ່ພວກເຂົາຄິດຝັນເອົາເອງ.