Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 2:8 - ພຣະຄຳພີສັກສິ

8 ພຣະເຈົ້າຢາເວ​ໄດ້​ກຳນົດ​ໄວ້​ຢ່າງ​ແນ່ນອນ​ວ່າ ກຳແພງ​ທີ່​ຕັ້ງ​ພູເຂົາ​ຊີໂອນ​ຕ້ອງ​ຖືກ​ທຳລາຍ​ກ້ຽງ; ພຣະອົງ​ວັດແທກ​ໃຫ້​ແນ່ໃຈ​ວ່າ​ມັນ​ຖືກ​ທຳລາຍ​ໝົດ ບັດນີ້ ຫໍຄອຍ​ແລະ​ກຳແພງ​ກໍ​ຫັກ​ເພພັງ​ລົງກ້ຽງ.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 2:8
17 Jak'a apnaqawi uñst'ayäwi  

ແລ້ວ​ເພິ່ນ​ກໍ​ເອົາ​ຊະນະ​ຊາວ​ໂມອາບ. ເພິ່ນ​ໄດ້​ບັງຄັບ​ພວກ​ຊະເລີຍເສິກ​ໃຫ້​ນອນ​ລົງ​ດິນ ແລະ​ຂ້າ​ສອງ​ໃນ​ສາມ​ຄົນ​ຖິ້ມ. ດັ່ງນັ້ນ ຊາວ​ໂມອາບ​ຈຶ່ງ​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ກະສັດ​ດາວິດ ແລະ​ພວກເຂົາ​ກໍ​ຍອມ​ເສຍສ່ວຍ​ໃຫ້​ເພິ່ນ.


ເຮົາ​ຈະ​ລົງໂທດ​ນະຄອນ​ເຢຣູຊາເລັມ ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ນະຄອນ​ຊາມາເຣຍ, ຕໍ່​ກະສັດ​ອາຮາບ​ແຫ່ງ​ອິດສະຣາເອນ ແລະ​ຕໍ່​ພວກ​ລູກຫລານ​ຂອງ​ລາວ. ເຮົາ​ຈະ​ກວາດ​ລ້າງ​ປະຊາຊົນ​ທີ່​ນະຄອນ​ເຢຣູຊາເລັມ​ໃຫ້​ໝົດກ້ຽງ​ໄປ ໃຫ້​ສະອາດ​ດັ່ງ​ຈານ​ທີ່​ເຊັດ​ໃຫ້​ແຫ້ງ​ແລະ​ຂວໍ້າໄວ້.


ໂຜດ​ຢຸດ​ລົງໂທດ​ຂ້ານ້ອຍ​ສາ​ເທາະ ຢ່າ​ສູ່​ຢຽບຢໍ່າ​ຂ້ານ້ອຍ​ໃຫ້​ຕ້ອງ​ຢ້ານກົວ​ເລີຍ.


ຄາວນີ້​ແມ່ນ​ເວລາ​ທີ່​ອົນລະຫົນ​ວຸ້ນວາຍ, ພ່າຍແພ້ ແລະ​ສັບສົນ​ຢູ່​ໃນ​ຮ່ອມພູ​ນິມິດ​ຊຶ່ງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ໄດ້​ນຳ​ມາ​ສູ່​ພວກເຮົາ. ກຳແພງ​ນະຄອນ​ຂອງ​ພວກເຮົາ​ກໍ​ຖືກ​ທຳລາຍ​ເພພັງ​ລົງ ແລະ​ສຽງ​ຮ້ອງຂໍ​ໃຫ້​ຊ່ວຍເຫລືອ​ກໍ​ດັງ​ກ້ອງ​ໄປ​ທົ່ວ​ເນີນພູ.


ຄວາມ​ຍຸດຕິທຳ​ຈະ​ເປັນ​ເສັ້ນ​ວັດແທກ​ຮາກຖານ ແລະ​ຄວາມສັດຊື່​ຈະ​ເປັນ​ສາຍ​ຢັ່ງ​ຄວາມ​ທຸ່ນທ່ຽງ.” ພະຍຸ​ໝາກເຫັບ​ຈະ​ກວາດ​ເອົາ​ຄຳເວົ້າ​ຕົວະ​ຂອງ​ພວກເຈົ້າ​ໄປ​ຈົນ​ໝົດ ແລະ​ນໍ້າ​ຖ້ວມ​ຈະ​ທຳລາຍ​ຄວາມ​ໝັ້ນຄົງ​ຂອງ​ພວກເຈົ້າ.


ທົ່ວ​ທັງ​ເມືອງ​ຈະ​ຮ້ອງໄຫ້​ຄວນຄາງ​ດັ່ງ​ຍິງ​ຜູ້ໜຶ່ງ​ກຳລັງ​ນັ່ງ​ຢູ່​ກັບ​ພື້ນດິນ ເພາະ​ສູນເສຍ​ທຸກສິ່ງ.


ນົກ​ເຄົ້າ​ກັບ​ນົກ​ກາເວົາ​ຈະ​ເປັນ​ເຈົ້າຂອງ​ດິນແດນ​ນັ້ນ. ອົງພຣະ​ຜູ້​ເປັນເຈົ້າ​ຈະ​ເຮັດ​ໃຫ້​ດິນແດນ​ເປັນ​ທີ່​ແຫ້ງແລ້ງ​ອີກ ດັ່ງ​ກ່ອນ​ຄາວ​ການ​ນິຣະມິດ​ສ້າງ.


ບັດນີ້ ຂ້ອຍ​ຈະ​ເຮັດ​ກັບ​ສວນອະງຸ່ນ​ຂອງຂ້ອຍ​ດັ່ງນີ້: ຈະ​ຮື້​ໜາມ​ແລະ​ມ້າງ​ຮົ້ວ​ທີ່​ລ້ອມ​ມັນ​ນັ້ນ​ອອກ ແລະ​ປ່ອຍ​ໃຫ້​ສັດປ່າ​ມາ​ກິນ​ແລະ​ຢຽບຢໍ່າ​ມັນ​ຖິ້ມ.


“ຢູດາ​ກຳລັງ​ຢູ່​ໃນ​ສະພາບ​ໄວ້ທຸກ ເພາະ​ຄົນ​ໃນ​ເມືອງ​ກຳລັງ​ລົ້ມຕາຍ ປະຊາຊົນ​ໃນ​ເມືອງ​ກໍ​ໂສກເສົ້າ​ນອນ​ຕາມ​ຂີ້ດິນ ແລະ​ນະຄອນ​ເຢຣູຊາເລັມ​ກໍ​ຮ້ອງຂໍ​ໃຫ້​ຊ່ວຍ.


ເຮົາ​ຈະ​ໃຊ້​ສັດຕູ​ມາ​ຕັດ​ຕົ້ນອະງຸ່ນ​ຂອງ​ພວກເຂົາ​ລົງ ແຕ່​ບໍ່ແມ່ນ​ຈະ​ທຳລາຍ​ພວກເຂົາ​ໃຫ້​ໝົດ​ຈົນ​ສິ້ນ. ເຮົາ​ຈະ​ບອກ​ເຫຼົ່າ​ສັດຕູ​ໃຫ້​ລິ​ງ່າ​ຂອງມັນ​ອອກ​ສາ ເພາະ​ງ່າ​ເຫຼົ່ານັ້ນ​ທັງໝົດ​ບໍ່ໄດ້​ເປັນ​ຂອງພຣະເຈົ້າຢາເວ.


ລາວ​ໄດ້​ຈູດ​ວິຫານ​ຂອງ​ພຣະເຈົ້າຢາເວ, ຣາຊວັງ ແລະ​ເຮືອນ​ຂອງ​ບຸກຄົນ​ສຳຄັນ​ທັງໝົດ​ໃນ​ນະຄອນ​ເຢຣູຊາເລັມ;


ພຣະເຈົ້າຢາເວ​ໄດ້​ກະທຳ​ການ​ຕາມ​ທີ່​ພຣະອົງ​ວາງແຜນ​ໄວ້​ແລ້ວ. ຖ້ອຍຄຳ​ຕັ້ງແຕ່​ດົນນານ​ຂອງ​ພຣະອົງ, ພຣະອົງ​ໄດ້​ເຮັດ​ໃຫ້​ສຳເລັດ​ແລ້ວ ຄື​ທຳລາຍ​ຢ່າງ​ບໍ່ມີ​ຄວາມ​ເມດຕາ​ຕາມ​ທີ່​ພຣະອົງ​ໄດ້​ບອກ. ພຣະອົງ​ໃຫ້​ເຫຼົ່າ​ສັດຕູ​ໄດ້​ໄຊຊະນະ​ພວກເຮົາ ແລະ​ໃຫ້​ພວກເຂົາ​ດີໃຈ​ທີ່​ໄດ້​ເຫັນ​ພວກເຮົາ​ຫລົ້ມ​ສະຫລາຍ.


ໂອ ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ສົ່ງ​ສຽງ​ຮ້ອງ​ຫາ​ອົງພຣະ​ຜູ້​ເປັນເຈົ້າ​ເຖີດ ຈົ່ງ​ໃຫ້​ກຳແພງ​ເມືອງ​ຮ້ອງ​ຫາ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ໃຫ້​ນໍ້າຕາ​ຂອງເຈົ້າ​ໄຫລ​ດັ່ງ​ສາຍ​ນໍ້າ​ທັງເວັນ​ທັງຄືນ ເຈົ້າ​ເອງ​ກໍ​ຊຸດໂຊມ​ລົງ​ເພາະ​ໂສກເສົ້າ​ຮ້ອງໄຫ້.


ໃນ​ທຸກໆ​ໝູ່ບ້ານ​ຂອງ​ອານາຈັກ​ຢູດາຍ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ທຳລາຍ​ຢ່າງ​ບໍ່​ເມດຕາ​ຈັກດີ້ ທັງ​ປ້ອມລ້ອມ​ກຳແພງ​ດ້ວຍ​ທີ່​ປ້ອງກັນ​ດິນແດນ ໃຫ້​ອານາຈັກ​ກັບ​ຜູ້ປົກຄອງ​ຖືກ​ອັບອາຍ​ຂາຍໜ້າ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ທຳລາຍ​ຊາດ​ອິດສະຣາເອນ ດັ່ງ​ເປັນ​ສັດຕູ​ຜູ້ໜຶ່ງ ພຣະອົງ​ໄດ້​ປ່ອຍ​ໃຫ້​ປ້ອມ​ປ້ອງກັນ​ເມືອງ ແລະ​ຣາຊວັງ​ຮົກຮ້າງ​ເພພັງ​ສິ້ນ. ພຣະອົງ​ໄດ້​ນຳ​ຄວາມ​ໂສກເສົ້າ​ມາ​ສູ່​ຢູດາຍ ຄວາມທຸກໃຈ​ບໍ່​ສຸດເປັນ​ມາ​ສູ່​ປະຊາຊົນ​ດ້ວຍ.


ແຕ່​ເຮົາ​ບໍ່ໄດ້​ເຮັດ ເພາະ​ການ​ເຮັດ​ເຊັ່ນນັ້ນ​ອາດ​ເປັນ​ການ​ລົດກຽດ​ໃຫ້​ແກ່​ນາມ​ຂອງເຮົາ ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ ທີ່​ໄດ້​ເຫັນ​ເຮົາ​ນຳ​ຊາດ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka