Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 2:7 - ພຣະຄຳພີສັກສິ

7 ອົງພຣະ​ຜູ້​ເປັນເຈົ້າ​ບໍ່​ຍອມ​ຮັບ​ແທ່ນບູຊາ​ຂອງ​ພຣະອົງ ແລະ​ໄດ້​ປະຖິ້ມ​ພຣະວິຫານ​ຂອງ​ພຣະອົງ​ດ້ວຍ; ພຣະອົງ​ໃຫ້​ສັດຕູ​ທຳລາຍ​ກຳແພງ​ພຣະວິຫານ ພວກເຂົາ​ໂຮຮ້ອງ​ຍິນດີ​ເພາະ​ໄດ້​ໄຊຊະນະ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ຄື​ໃນ​ຄັ້ງ​ໜຶ່ງ​ນັ້ນ ເປັນ​ບ່ອນ​ທີ່​ພວກເຮົາ ພາກັນ​ນະມັດສະການ​ຢ່າງ​ຊົມຊື່ນ​ຍິນດີ​ລົ້ນ.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 2:7
31 Jak'a apnaqawi uñst'ayäwi  

ລາວ​ໄດ້​ຈູດ​ວິຫານ​ຂອງ​ພຣະເຈົ້າຢາເວ, ຣາຊວັງ ແລະ​ເຮືອນ​ຂອງ​ບຸກຄົນ​ສຳຄັນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ


ເພິ່ນ​ໄດ້​ຈູດ​ວິຫານ​ຂອງ​ພຣະເຈົ້າ​ແລະ​ທຳລາຍ​ກຳແພງ​ເມືອງ​ເຢຣູຊາເລັມ, ຈູດ​ບັນດາ​ຣາຊວັງ​ທັງໝົດ​ແລະ​ທຳລາຍ​ຊັບສົມບັດ​ອັນມີຄ່າ​ໝົດກ້ຽງ.


ພຣະອົງ​ຍົກເລີກ​ພັນທະສັນຍາ​ກັບ​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ​ໂຍນ​ມົງກຸດ​ຂອງ​ລາວ​ໃສ່​ຂີ້ຕົມ​ດ້ວຍ.


ຂ້າແດ່​ພຣະເຈົ້າຢາເວ ຢ່າ​ໄດ້​ໂກດຮ້າຍ​ພວກ​ຂ້ານ້ອຍ​ເກີນໄປ ຫລື​ຈົດຈຳ​ການບາບ​ຂອງ​ພວກ​ຂ້ານ້ອຍ​ຕະຫລອດໄປ​ເລີຍ. ພວກ​ຂ້ານ້ອຍ​ເປັນ​ປະຊາຊົນ​ຂອງ​ພຣະອົງ ຈົ່ງ​ເມດຕາ​ພວກ​ຂ້ານ້ອຍ​ແດ່ທ້ອນ.


“ໃຫ້​ພວກເຈົ້າ​ບອກ​ເຈົ້າ​ເຊເດກີຢາ​ວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ບອກ​ວ່າ: ເຊເດກີຢາ​ເອີຍ ເຮົາ​ຈະ​ເອົາ​ຊະນະ​ກອງທັບ​ຂອງເຈົ້າ ທີ່​ຈະ​ຕໍ່ສູ້​ກັບ​ກອງທັບ​ກະສັດ​ແຫ່ງ​ບາບີໂລນ. ເຮົາ​ຈະ​ກອງ​ອາວຸດ​ຍຸດທະພັນ​ຂອງ​ທະຫານ​ຂອງເຈົ້າ​ທີ່​ກາງ​ເມືອງ.


“ເມື່ອ​ເຈົ້າ​ເຮເຊກີຢາ​ເປັນ​ກະສັດ​ແຫ່ງ​ຢູດາຍ​ນັ້ນ ຜູ້ທຳນວາຍ​ມີກາ​ແຫ່ງ​ໂມເຣເຊັດ​ໄດ້​ບອກ​ປະຊາຊົນ​ທຸກຄົນ​ວ່າ, ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້: ‘ພູເຂົາ​ຊີໂອນ​ເອີຍ ເຈົ້າ​ຈະ​ຖືກ​ໄຖ​ດັ່ງ​ໄຖ​ນາ ນະຄອນ​ເຢຣູຊາເລັມ​ຈະ​ເປັນ​ກອງ​ສິ່ງ​ເພພັງ​ຮົກຮ້າງ ສ່ວນ​ເທິງ​ເນີນພູ​ບ່ອນ​ທີ່​ຕັ້ງ​ວິຫານ ກໍ​ຈະ​ກາຍເປັນ​ປ່າດົງ​ພົງໄພ​ຈົນ​ສິ້ນ.’


ຖ້າ​ພວກເຈົ້າ​ສືບຕໍ່​ບໍ່​ຍອມ​ເຊື່ອຟັງ ແລ້ວ​ເຮົາ​ກໍ​ຈະ​ເຮັດ​ຕໍ່​ພຣະວິຫານ​ນີ້ ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເມືອງ​ຊີໂລ ແລະ​ທຸກ​ຊົນຊາດ​ທົ່ວ​ທັງໂລກ​ກໍ​ຈະ​ໃຊ້​ຊື່​ຂອງ​ເມືອງ​ນີ້​ເປັນ​ຄຳສາບແຊ່ງ.”


ພວກເຂົາ​ຈະ​ຢຶດ​ເມືອງ​ແລະ​ຈູດ​ເຜົາ​ເມືອງ​ຖິ້ມ. ພວກເຂົາ​ຈະ​ຈູດ​ເມືອງ ພ້ອມ​ກັບ​ເຮືອນ​ຂອງ​ປະຊາຊົນ​ຜູ້​ທີ່​ເຮັດ​ໃຫ້​ເຮົາ​ໂກດຮ້າຍ ໂດຍ​ເຜົາ​ເຄື່ອງຫອມ​ໃຫ້​ພະບາອານ​ທີ່​ເທິງ​ຫລັງຄາ ແລະ​ໂດຍ​ເທ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ບັນດາ​ພະອື່ນ.


ໃນຂະນະ​ດຽວກັນ​ນັ້ນ ພວກ​ບາບີໂລນ​ກໍໄດ້​ຈູດ​ຣາຊວັງ​ແລະ​ເຮືອນ​ຂອງ​ປະຊາຊົນ ພ້ອມ​ທັງ​ກຳແພງ​ນະຄອນ​ເຢຣູຊາເລັມ​ລົງ​ໃຫ້​ພິນາດ.


ດິນແດນ​ທີ່​ແຕ່​ກ່ອນ​ເປັນ​ດິນ​ທີ່​ອຸດົມສົມບູນ ກໍ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ໄປສິ້ນ; ເມືອງ​ທັງຫລາຍ​ກໍ​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ ເພາະ​ພຣະເຈົ້າຢາເວ​ໂກດຮ້າຍ​ຮຸນແຮງ​ແທ້ໆ. (


ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ ແຜ່ນດິນ​ໂລກ​ທັງໝົດ​ຈະ​ກາຍເປັນ​ບ່ອນ​ຮົກຮ້າງ​ຫວ່າງເປົ່າ ແຕ່​ພຣະອົງ​ຈະ​ບໍ່​ທຳລາຍ​ແຜ່ນດິນ​ໂລກ​ໃຫ້​ຈົນກ້ຽງ.)


ພວກ​ອົບພະຍົບ​ປົບໜີ​ຈາກ​ບາບີໂລນ​ມາ​ສູ່​ນະຄອນ​ເຢຣູຊາເລັມ ແລະ​ພວກເຂົາ​ບອກ​ວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ແກ້ແຄ້ນ​ຊາວ​ບາບີໂລນ​ໃນ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ຕໍ່​ພຣະວິຫານ​ຂອງ​ພຣະອົງ.)


ລາວ​ໄດ້​ຈູດ​ວິຫານ​ຂອງ​ພຣະເຈົ້າຢາເວ, ຣາຊວັງ ແລະ​ເຮືອນ​ຂອງ​ບຸກຄົນ​ສຳຄັນ​ທັງໝົດ​ໃນ​ນະຄອນ​ເຢຣູຊາເລັມ;


ບັດນີ້ ຈຶ່ງ​ບໍ່ມີ​ຜູ້ໃດ​ມາ​ເຝົ້າ​ທີ່​ພຣະວິຫານ ເພື່ອ​ນະມັດສະການ​ໃນ​ວັນ​ສັກສິດ​ຕ່າງໆ. ຍິງ​ສາວ​ເຄີຍ​ຮ້ອງເພງ​ຢູ່​ທີ່​ນັ້ນ​ກໍ​ທົນທຸກ​ຄືກັນ ບັນດາ​ປະໂຣຫິດ​ມີ​ແຕ່​ຮ້ອງ​ຄວນຄາງ​ທັງສິ້ນ. ປະຕູ​ທາງ​ເຂົ້າ​ນະຄອນ​ກໍ​ຫວ່າງເປົ່າ ພູເຂົາ​ຊີໂອນ​ກໍ​ໂສກເສົ້າ​ເຈັບປວດ​ໃນ​ຊີວີ.


ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ໂກດຮ້າຍ ຈຶ່ງ​ໃຫ້​ຄວາມມືດ​ຫຸ້ມຫໍ່​ພູເຂົາ​ຊີໂອນ ຄວາມ​ງົດງາມ​ດັ່ງ​ສະຫວັນ​ຂອງ​ພູເຂົາ​ຊີໂອນ ພຣະອົງ​ໄດ້​ປ່ຽນ​ໃຫ້​ເປັນ​ບ່ອນ​ຮົກຮ້າງ. ໃນ​ວັນ​ທີ່​ພຣະອົງ​ໂກດຮ້າຍ​ຕໍ່ສູ້​ນະຄອນ​ເຢຣູຊາເລັມ ພຣະອົງ​ປະຖິ້ມ​ແມ່ນແຕ່​ພຣະວິຫານ​ໃນ​ວັນ​ນັ້ນ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ທຳລາຍ​ຊາດ​ອິດສະຣາເອນ ດັ່ງ​ເປັນ​ສັດຕູ​ຜູ້ໜຶ່ງ ພຣະອົງ​ໄດ້​ປ່ອຍ​ໃຫ້​ປ້ອມ​ປ້ອງກັນ​ເມືອງ ແລະ​ຣາຊວັງ​ຮົກຮ້າງ​ເພພັງ​ສິ້ນ. ພຣະອົງ​ໄດ້​ນຳ​ຄວາມ​ໂສກເສົ້າ​ມາ​ສູ່​ຢູດາຍ ຄວາມທຸກໃຈ​ບໍ່​ສຸດເປັນ​ມາ​ສູ່​ປະຊາຊົນ​ດ້ວຍ.


ແກ່​ພວກເຈົ້າ​ຊາວ​ອິດສະຣາເອນ​ວ່າ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ: ‘ເຮົາ​ຈະ​ເຮັດ​ໃຫ້​ພຣະວິຫານ​ຂອງເຮົາ​ເປັນ​ມົນທິນ ຍ້ອນ​ພວກເຈົ້າ​ພາກພູມ​ໃຈ​ເຖິງ​ຄວາມ​ໝັ້ນຄົງ​ຂອງ​ພຣະວິຫານ. ພວກເຈົ້າ​ມັກ​ຈະ​ແນມເບິ່ງ​ພຣະວິຫານ​ນັ້ນ ແລະ​ມັກ​ຈະ​ເຂົ້າ​ໄປ​ໃນ​ທີ່ນັ້ນ; ພວກ​ລູກ​ຊາຍ​ຍິງ​ຂອງ​ພວກເຈົ້າ​ທີ່​ເຫຼືອ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຈະ​ຖືກ​ຂ້າ​ໃນ​ສົງຄາມ.


ເຮົາ​ຈະ​ນຳ​ຊາດ​ຕ່າງໆ​ທີ່​ໂຫດຮ້າຍ​ທີ່ສຸດ​ມາ​ທີ່​ນີ້ ແລະ​ຈະ​ປ່ອຍ​ໃຫ້​ພວກເຂົາ​ຢຶດເອົາ​ເຮືອນ​ຂອງ​ພວກເຈົ້າ. ຄົນ​ແຂງແຮງ​ທີ່ສຸດ​ໃນ​ພວກເຈົ້າ​ຈະ​ສູນເສຍ​ຄວາມ​ໝັ້ນໃຈ ເມື່ອ​ເຮົາ​ໄດ້​ນຳ​ເອົາ​ຊົນຊາດ​ທັງຫລາຍ​ມາ​ເຮັດ​ໃຫ້​ບ່ອນຕ່າງໆ​ທີ່​ພວກເຈົ້າ​ນະມັດສະການ​ນີ້​ເປັນ​ມົນທິນ.


ເຮົາ​ຈະ​ປ່ຽນ​ເມືອງ​ທັງຫລາຍ​ຂອງ​ພວກເຈົ້າ​ໃຫ້​ເປັນ​ບ່ອນ​ຮົກຮ້າງ​ຫວ່າງເປົ່າ ແລະ​ຈະ​ທຳລາຍ​ສະຖານທີ່​ນະມັດສະການ​ຂອງ​ພວກເຈົ້າ​ດ້ວຍ. ເຮົາ​ຈະ​ບໍ່​ຍອມ​ຮັບ​ເອົາ​ເຄື່ອງ​ບູຊາ​ຂອງ​ພວກເຈົ້າ.


ແຕ່​ເຖິງ​ປານນັ້ນ​ກໍດີ ເມື່ອ​ພວກເຂົາ​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ສັດຕູ​ນັ້ນ ເຮົາ​ຈະ​ບໍ່​ປະຖິ້ມ​ພວກເຂົາ​ຢ່າງ​ໝົດສິ້ນ ຫລື​ທຳລາຍ​ພວກເຂົາ​ໃຫ້​ໝົດ​ໄປ. ການ​ກະທຳ​ເຊັ່ນນັ້ນ ກໍ​ເທົ່າ​ກັບ​ເປັນ​ການ​ຕັດຂາດ​ຕໍ່​ພັນທະສັນຍາ​ຂອງເຮົາ​ທີ່​ມີ​ໄວ້​ກັບ​ພວກເຂົາ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.


ສະນັ້ນ ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ຢູດາ ແລະ​ຈູດ​ປ້ອມ​ປ້ອງກັນ​ຂອງ​ນະຄອນ​ເຢຣູຊາເລັມ.”


ເພາະສະນັ້ນ ຍ້ອນ​ພວກເຈົ້າ ພູເຂົາ​ຊີໂອນ​ຈະ​ຖືກ​ໄຖ​ເໝືອນ​ໄຖ​ນາ ນະຄອນ​ເຢຣູຊາເລັມ​ຈະ​ກາຍເປັນ​ກອງສິ່ງ​ຮົກຮ້າງ​ເພພັງ ແລະ​ເນີນພູ​ບ່ອນ​ທີ່ຕັ້ງ​ພຣະວິຫານ​ກໍ​ຈະ​ກາຍເປັນ​ປ່າ.


ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ເຫັນ​ສິ່ງ​ທັງໝົດ​ເຫຼົ່ານີ້​ແລ້ວ​ບໍ່ແມ່ນ​ບໍ? ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຫີນ​ທຸກໆ​ກ້ອນ​ທີ່​ຢອງ​ທັບ​ກັນ​ຢູ່​ນີ້ ຈະ​ຖືກ​ທຳລາຍ​ລົງ​ຈົນ​ບໍ່​ເຫຼືອ​ຈັກ​ກ້ອນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka